ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-29 22:25:49    
ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ໃຊ້​ມາດ​ຕະ​ການ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ(ສຽງ)

cri

ເທື່ອ​ນີ້,​ ຜູ້​ເປັນ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ສ່ວນ​ຫຼາຍ​ແມ່ນເດັກນ້ອຍ​.​ໃນ​ເດືອນ​ກໍ​ລະ​ກົດ ຄົນ​ຕາຍ​ 3 ຄົນ​ນັ້ນ ມີ​ 2 ຄົນ​​ແມ່ນ​ເດັກນ້ອຍ,ສ່ວນ​ຄົນ​ຕາຍ 2 ຄົນ​ໃນຫວ່າງ​ມໍ່ໆ​ນີ້​ແມ່ນ​ເດັກ​ນ້ອຍ​ອາ​ຍຸ​ພຽງ​ແຕ່​ 5 ຂວບ.ນອກ​ນີ້,ຜູ້​ທີ່​ຖືກ​ສົງ​ໄສ​ເປັນ​ພະ​ຍາດ​ໄຂ້ຫວັດ​ສັດ​ປີກ​ນັ້ນ ສ່ວນ​ຫຼາຍ​ໄດ້​ສຳ​ຜັດ​ກັບ​ສັດ​ປີກ​ລ້ຽງ,​ເຊັ່ນ​ ພາຍ​ຫຼັງ​ໄດ້​ຮູ້​ໃນ​ສວນ​ສັດ​ຢາ​ກາກ​ຕາ​ມີ​ນົກ 19 ​ໂຕ​ເປັນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ແລ້ວ,ຜູ້​ເຮັດ​ວຽກ​ງານ​ຢູ່​ສວນ​ນີ້​ສ່ວນ​ໜຶ່ງ​ກໍ​ປະກົດ​ມີ​ອາ​ການ​ເຈັບ​ຂອງ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ.​ຜູ້​ເຖົ້າຜູ້​ແກ່​ທີ່​ມັກ​ລ້ຽງ​ໄກ່​ລ້ຽງ​ເປັດ​ກໍ​ເປັນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ງ່າຍ.

ໂດຍ​ແນ​ໃສ່​ສະພາບ​ດັ່ງກ່າວ,ລັດຖະບານ​ອິນ​ໂດ​ເນ​ເຊຍ​ໄດ້​ປິດ​ສວນສັດ​ຢາ​ກາກ​ຕາ​ໃນ​ທັນທີ​ແລະ​​ກັກ​ກັບ​ຜູ້​ທີ່​ອາດ​ຈະຕິດ​ເຊື້ອພະຍາດ,ສັກ​ວັກ​ແຊງ​ແກ່​ຜູ້​ທີ່​ເຄີຍ​ສຳ​ຜັດ​ກັບ​ສັດ​ປີກ​ເປັນ​ພະ​ຍາດ,ຈ່າຍ​ຢາ​​ແມັດ​ປ້ອງ​ກັນເຊື້ອ​ພະຍາດ.​ວັນ​ທີ 22 ກັນຍາ ທ່ານ​ນາງ​ຟາ​ດີ​ລາ​ຊູ​ປາ​ຣີ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ອິນ​ໂດ​ເນ​ເຊຍເວົ້າວ່າ,ອີງ​ຕາມ​ຜົນ​ການ​ຄົ້ນ​ຄວ້າ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ໂຈ​ເກຍ​ກາ​ຕາ,ໜູ​ແລະ​ແມງວັນ​ອາດ​ຈະ​ແມ່ນ​ຕົວ​ການທີ່​ແຜ່​ຜາຍ​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ.​ສະ​ນັ້ນ ທ່ານ​ນາງ​ຮຽກຮ້ອງ​ປວງ​ຊົນ​ດັບ​ສູນ​ໜູ​ແລະ​ແມງວັນ,​ຊຳ​ລະ​ຂີ້​ສັດ​ປີກ​ລ້ຽງ​ໃຫ້​ໝົດ.​ພ້ອມ​ກັນ​ນັ້ນ ກະ​ຊວງ​ກະສິກຳ​ປະກາດ​ວ່າ,​ຈະ​ຈັດ​ການ​ເຄື່ອນ​ໄຫວ​ເປັນ​ໝູ່​ຄະນະ​ຕໍ່​ຟາ​ມ​ລ້ຽງ​ສັດ​ປີກ 1 ສ່ວນ 5 ທີ່​ຕິດ​ເຊື້​ອພະຍາດ​ໄຂ້​ຫວັດ​ສັດ​ປີກ.​ກະ​ຊວງ​ກະ​ສິ​ກຳ​ຍັງ​ສະ​ເໜີ​ວ່າ,ຕໍ່​ໄປ​ພາຍ​ໜ້າ ຟາ​ມລ້ຽງ​ສັດ​ປີກ​ຄວນ​ສ້າງ​ຢູ່​ບ່ອນໄກ​ຈາກ​ບ້ານ​ປະ​ຊາ​ຊົນ,​ແລະ​ຍ້າຍ​ຟາມ​ລ້ຽງ​ສັດ​ປີກ​ຢູ່​ເຂດ​ປະ​ຊາ​ຊົນ​ໄປ​ຢູ່​ເຂດ​ຊານ​ເມືອງ​ທັງ​ໝົດ.

ການ​​ແຜ່​ລະບາດ​ຂອງ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ໄດ້​ເຮັດ​ໃຫ້​ປວງ​ຊົນ​ທ້ອງ​ຖິ່ນ​ນັ້ນຕົກ​ຢູ່​ໃນ​ສະພາບ​ວິຕົກ​ກັງວົນ,​ແຕ່​ພາຍ​ໃຕ້​ການ​ໂຄສະນາຊີ້​ນຳ​ຂອງ​ລັດຖະບານ,ຄົນສ່ວນ​ຫຼາຍ​ມີ​ອາລົມ​ໃຈ​ປົກກະຕິ,​ແຕ່​ໃນ​ຕະຫຼາດ​ຍັງ​ເຄັ່ງ​ຕຶງ​ຢູ່.ຕາມ​ຂ່າວ​ແຈ້ງວ່າ,ຫວ່າງ​ມໍ່ໆ​ນີ້ ຈຳນວນ​ຂາຍ​ຊີ້ນ​ໄກ່​ຢູ່​ຕະຫຼາດ​ຢາ​ກາກ​ຕາ​ໄດ້​ຫຼຸດ​ລົງ 40% - 70%,ໄຂ່​ໄກ່​ກໍ​ຫຼຸດ​ລົງ​ປະມານ 30%.ນອກ​ນີ້ ແຂກ​ໄປ​ທ່ຽວ​ສວນ​ສາ​ທາ​ລະ​ນະ ​ໂດຍ​ສະ​ເພາະ​ແມ່ນ​ສວນ​ສັດ​ປີກ​ມີ​ທ່ວງ​ທ່າ​ຫຼຸດ​ລົງ,​ເຊັ່ນ​ສວນ​ສັດ​ປີກ​ຢູ່​ເກາະ​ບາ​ລີ ​ເຊິ່ງ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ ​ແຂກ​ທ່ອງ​ທ່ຽວ​ໄດ້​ຫຼຸດ​ລົງ 25%.

ໃນ​ຂະນະ​ທີ່​ກ່າວ​ເຕືອນ​ປວງ​ຊົນ​ຍົກ​ສູງ​ສະຕິ​ລະວັງ​ຕົວ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ແຜ່​ລະບາດຕື່ມ​ອີກ,ລັດຖະບານ​ອິນ​ໂດ​ເນ​ເຊ​ຍຍັງ​ຮຽກ​ຮ້ອງ​ຫຼາຍ​ຄັ້ງ​ໃຫ້​​ໄທ​​ເມືອງ​ຢ່າ​ຢ້ານ​ກົວ​ກະວົນກະວາຍ.ທ່ານ​ປະທານາທິບໍດີ​ຊູຊີ​ໂລ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ບານ​ຄົ້ນ​ຄວ້າ​ວິ​ທີ​ປະ​ຕິ​ບັດ​ຕໍ່,ທັງ​ກ່າວ​ວ່າ​ຈະ​ໃຊ້​ມາດ​ຕະການດ້ານ​ຍຸດ​ທະ​ສາດ ສະກັດ​ກັ້ນ​ບໍ່​ໃຫ້​ພະຍາດ​​ໄຂ້​ຫວັດ​ສັດ​ປີກ​ແຜ່​ລະບາດ.ວັນ​ທີ 22 ກັນຍາ ທ່ານປີ​ເຕີ​ເຊີນ ຜູ້​ແທນອົງການ​ອະນາ​ໄມ​ໂລກ​ປະຈຳ​ອິນ​ໂດ​ເນ​ເຊຍ​ເວົ້າວ່າ,ຜູ້​​ເປັນ​ພະຍາດ​ເພີ່ມ​ຂຶ້ນ ບໍ່​ໝາຍ​ຄວາມ​ວ່າ ສະພາບ​ໃນ​ປະຈຸ​ບັນຈະ​ຊຸດ​ຮ້າຍ​ລົງ,ດຽວ​ນີ້ ກໍ​ຍັງ​ບໍ່​ມີ​ຫຼັກ​ຖານ​ຢັ້ງຢືນ​ໃຫ້​ເຫັນ​ວ່າ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຈະ​ກາຍ​ເປັນ​ພະ​ຍາດ​ລະ​ບາດ​ຢູ່​ລະ​ຫວ່າງ​ມະນຸດ​​ເຮົາ.​ແຕ່​ທ່ານ​ເຫັນ​ວ່າ,​ຖ້າ​ວ່າ​ຄົນ​ປົກ​ກະ​ຕິ​ສຳ​ຜັດ​ກັບ​ຜູ້​​ເປັນ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ຢ່າງ​​ໄກ້​ຊິດ,ກໍ​ມີ​ຄວາມ​ເປັນ​ໄປ​ໄດ້​ຈະ​ຕິດ​ເຊື້ອ​ພະ​ຍາດ.


1  2