ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-09-30 13:24:34    
​ເຕັກ​ນິກ​ປັບ​ອຸນ​ຫະ​ພູມ​ໃນ​ຫ້ອງ​ດ້ວຍ​ຄວາມ​ຮ້ອນ​ໃຕ້​ດິນ​ພວມ​​ໄດ້​ຮັບ​ການ​​ເຜີຍ​ແຜ່​ຢູ່​ຈີນ​ເທື່ອ​ລະ​ກ້າວ​(ສຽງ)

cri Author: zhangshuo


​ຫຼາຍປີ​ມາ​ນີ້,ຢູ່​ບາງ​ບ່ອນ​ທີ່​ນະຄອນ​ປັກ​ກິ່ງ​ຂອງ​ຈີນ,ພວມ​ທົດ​ລອງ​ນຳ​ໃຊ້​ຄວາມ​ຮ້ອນ​ໃຕ້​ດິນມາ​ປັບ​ອຸນຫະພູມ​ໃນ​ຫ້ອງ.​ໃນ​ລາຍການ​ວິທະຍາສາດ​ເຕັກນິກ​ພາກ​ນີ້,ຂ້າພະ​ເຈົ້າຂໍ​ແນະ​ນຳ​ສະພາບ​ການ​ທີ່​ກ່ຽວຂ້ອງ​ສູ່​ທ່ານ​ຟັງ.

ກ່ອນ​ນີ້​ໜຶ່ງ​ເດືອນ,ອາກາດ​ທີ່​ທັງ​ຮ້ອນ​ທັງ​ຊຸ່ມ​ຂອງ​ປັກ​ກິ່ງ​ເຮັດ​ໃຫ້​ຄົນຮູ້​ສຶກອົບ​ເອົ້າ​ຫຼາຍ​ຈົນ​ຫັນ​ໃຈ​ຍາກ,​ແຕ່​ເມື່ອ​ທ່ານ​ຍ່າງ​ເຂົ້າອາຄານ​ວິ​ທະຍາ​ສາດ​ເຕັກນິກ​ຮວາ​​ເຊ້ຍທີ່​ຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປັກ​ກິ່ງ,ພັດ​ມີ​ລົມ​ເຢັນ​ພັດ​ມາ,​ເຮັດ​ໃຫ້​ຄົນຮູ້​ຈຶກ​ເຢັນ​ສະບາຍໃນ​ທັນ ທີ.​ເຄື່ອງ​ທີ່​ສົ່ງ​ລົມ​ເຢັນ​ມາບໍ່​ແມ່ນ​​ແອ​ເຢັນ​ທຳ​ມະ​ດາທີ່​ເຮົາ​ມັກ​ເຫັນ,ຫາກ​ແມ່ນ​ເຄື່ອງປັບ​ຄວາມ​ເຢັນ​ດ້ວຍ​ຄວາມ​ຮ້ອນ​ໃຕ້ດິນ​ໂດຍ​ຜ່ານ​ເຕັກນິກ​ວິຊາ​ສ​ະ​ເພາະ.ກໍ​ແມ່ນ​ຊຸດອຸປະກອນ ​ດຽວ​ກັນທີ່ເຄີຍສົ່ງ​ອາຍ​ອຸ່ນ​ໃຫ້​ອາຄານ​ຫຼັງນີ້​ໃນ​ລະດູ​ໜາວ​ປີ​ກາຍ​ນີ້.

ທ່ານ​ຮວາງ​ຊຸຍ​ຊິນ ຜູ້ອຳນວຍ​ການ​​ໃຫຍ່​ຂອງ​ບໍລິສັດ​ພັດທະນາ​ຄວາມ​ຮ້ອນ​ໃຕ້​ດິນ​ຮວາ​ຊິງ​ປັກ​ກິ່ງ​ຈຳກັດ​ທີ່​ມີບົດຮຽນ​ພັດທະນາ​ພະລັງງານ​ຄວາມ​ຮ້ອນ​ໃຕ້​ດິນມາ​ຫຼາຍປີ​ແນະນຳ​ວ່າ,ຢູ່​ບ່ອນ​ເລິກ​ໃຕ້​ດິນ,ມີ​ຊັ້ນອຸນຫະພູ​ມຊັ້ນໜຶ່ງ,ມັນ​ມີ​ອຸ​ນຫະພູມ​ແຕ່15ອົງສາ​ຫາ18​ອົງສາ​​ຕະ ຫຼອດປີ,ອຸນຫະພູມ​ຂອງ​ນ້ຳ​ແລະ​ດິນ​ໃນ​ຊັ້ນນີ້​ລ້ວນ​ແຕ່​ໃຊ້​ເປັນ​ພະລັງງານ​ຄວາມ​ຮ້ອນ​ໃຕ້​ດິນ​ໄດ້.​ການ​ນຳ​ໃຊ້​ມີ​​​ເບົ້າແບບຕົ້ນຕໍສອງ​​ແນວ,​ໜຶ່ງ​ແມ່ນ​ຂຸດ​ສ້າງ​ດູດ​ນ້ຳ​ໃຕ້​ດິນ​ມາ​ໃຊ້;ອີ​ກ​ແນວໜຶ່ງ​ແມ່ນ​ຝັງທໍ່​ຢູ່​ໃຕ້​ດິນ,ນຳ​ໃຊ້​ຄວາມ​ຮ້ອນ​ໃຕ້​ດິນ​ໂດຍ​ກົງ.​ເບົ້າ​ແບບ​​ທີ​ໜຶ່ງ​ຖືກເງື່ອນ​ໄຂ​ທໍລະນີ​ໃດ​ໜຶ່ງ​ຈຳກັດ,ນອກ​ນີ້,​ເພື່ອ​ປະຢັດ​ຊັບພະຍາກອນ​ນ້ຳ,ນ້ຳທີ່​ໃຊ້​ແລ້ວ​ຍັງ​ຕ້ອງ​ລະ ບາຍ​​ເຂົ້າດິນ​ຄືນ​ໝົດ,ສະນັ້ນ,ຈຶ່ງພຽງ​ແຕ່​​ໃຊ້​ຢູ່​ບາງ​ເຂດ​​ໄດ້;​ແຕ່​ເບົ້າແບບ​​ທີ​ສອງ​ບໍ່​ຖືກ​ເງື່ອນ​ໄຂ​ທໍລະນີ​ກະທົບກະ​ເທືອ​ນ.ອາຄານ​ວິທະຍາສາດ​ເຕັກນິກ​ຮວາ​ເຊ້ຍທີ່​ພວກ​ເຮົາຫາ​ກໍ່ກ່າວ​ເຖິງ​ນັ້ນກໍ​ແມ່ນ​ນຳ​​ໃຊ້​ຄວາມ​ຮ້ອນ​ໃຕ້​ດິນ​ດ້ວຍ​ເບົ້າແບບທີ​ສອງ.ທ່ານ​ຮວງ​ຊຸຍ​ຊິນ​ເວົ້າວ່າ: "​ໃນ​ເວ​ລາ​ໃຊ້​ເບົ້າແບບທີ​ສອງ,ຕ້ອງ​ຂຸດ​​ເຈາະ​ສ້າງທີ່​ເລິກ100​ແມັດ​ຫາ120​ແມັດ​ແລະ​ມີ​​ເສັ້ນຜ່າກາງ15​0ມີ​ລີ​ແມັດ,​ແລ້ວຝັງທໍ່​ຮູບ​ໂຕ U ​ແບບໝູນວຽນ​ໄວ້​ໃນ​ສ້າງ,​ໃຊ້​ພະລັງ​ໄຟຟ້າ​ປ້ຳນ້ຳ​ໃຫ້ໝູນວຽນ​ໃນ​ທໍ່.ຜ່ານ​ທໍ່​ນີ້​ແລະ​ອຸປະກອນ​ວິຊາ​ສະ​ເພາະ​ທີ່​ກ່ຽວຂ້ອງ,ສາມາດ​ສົ່ງ​ຄວາມ​ຮ້ອນ​ໃນ​ຫ້ອງ​ລົງໄປ​ໃຕ້​ດິນ​ໂດຍ​ກົງ​ໃນ​ລະດູ​ຮ້ອນ,​ແລະ​ດູດ​ເອົາຄວາມ​ເຢັນ​ໃຕ້​ດິນ​ຂຶ້ນມາ;​ໃນ​ລະດູ​ໜາວ,ກໍດູດ​​ເອົາຄວາມ​ຮ້ອນ​ໃຕ້​ດິນຂຶ້ນມາ​ໃນຫ້ອງ,​ແລະ​ສົ່ງ​ຄວາມ​ເຢັນ​ໃນ​ຫ້ອງ​ລົງໄປ​ໃຕ້​ດິນ,​​ເຮັດ​ໃຫ້​ອຸນຫະພູມ​ໃນ​ຫ້ອງ​ອົບ​ອຸ່ນ​ໃນ​ລະດູ​ໜາວ​ແລະ​ເຢັນ​ສະບາຍ​ໃນ​ລະດູ​ຮ້ອນ."

1  2