ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-01 21:24:15    
ຈີນ​ໄຂ​ປະ​ຕູ​ຈຳ​ໜ່າຍ​ໂດຍ​ກົງ​(ສຽງ)

cri

ໃນ​ເດືອນ​ແລ້ວ​ນີ້,ກົດ​ຂໍ້​ກຳນົດ​ກ່ຽວ​ກັບການ​ຄຸ້ມ​ຄອງ​ການຈຳໜ່າຍ​ໂດຍ​ກົງ​ແລະ​ກົດ​ຂໍ້​ກຳ​ນົດ​ກ່ຽວ​ກັບການ​ເກືອດ​ຫ້າມ​ການ​ຈຳ​ໜ່າຍ​ແບບ​ທາດ​ປີ​ລະ​ມິດ​ທີ່​ວົງ​ການ​ການ​ຈຳ​ໜ່າຍ​ເອົາ​ໃຈ​ໃສ່​ໂດຍ​ຕະ​ຫຼອດ​ນັ້ນ​ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ແລ້ວ.​ນີ້​ໝາຍ​ຄວາມ​ວ່າ,​ກິດ​ຈະ​ການ​ການ​ຈຳ​ໜ່າຍ​ໂດຍ​ກົງ​ທີ່​ຈີນ​ເກືອດ​ຫ້າມ​7​ປີ​ແລ້ວ​ນັ້ນ​ຈະ​ໄຂ​ປະ​ຕູ​ຕໍ່​ນັກ​ທຸ​ລະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ​ໃນ​ໄວໆ​ນີ້.

ໃນ​ຊຸມປີ40​ສະຕະວັດ​ທີ່​ແລ້ວ,​ບໍ​ລິ​ສັດ​ຜະ​ລິດ​ເຄື່ອງ​ບຳ​ລຸງ​ຮ່າງ​ກາຍ​ແຫ່ງ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ໄດ້​ໃຊ້​ເບົ້າ​ແບບ​ໃໝ່​ຊະນິດ​ໜຶ່ງ​ຈຳໜ່າຍ​ສິນຄ້າ,ຄື​ຜູ່​ຈຳ​ໜ່າຍ​ສິນ​ຄ້າ​ຜູ່​ໜຶ່ງ,​ທະ​ແນມ​ແຕ່​ຊອກ​ໄດ້​ຄົນ​ຈຳ​ນວນ​ໜຶ່ງ​ມາ​ຊ່ອຍ​​ເຂົາຈຳໜ່າຍ,ກໍ​ຈະ​ໄດ້​ຮັບ​ລາງ​ວັນ,​ພ້ອມ​ກັນ​ນັ້ນ,ທາງ​ບໍ​ລິ​ສັດ​ຍັງ​​ຈະ​​ໃຫ້​ເປີ​ເຊັນ​ຕາມມູນ​ຄ່າ​ຈຳໜ່າຍ​ທີ່​ເພີ່ມ​ຕື່ມ​ນັ້ນ​ໃຫ້​ຜູ່​ຈຳ​ໜ່າຍ.​ເບົ້າ​ແບບ​ຈຳ​ໜ່າຍ​ທີ່​ບໍ່​ຕັ້ງ​ຮ້ານ​ຄ້າ,ອາ​ໄສ​ແຕ່​ຜູ່​ຈຳໜ່າຍຂາຍ​ສິນຄ້າໃຫ້​ລູກ​ຄ້າ​ແບບ​ໜ້າ​ຕໍ່ໜ້າ​ແນວ​ນີ້​ຖືກ​ເອີ້ນ​ເປັນ​ການ​ຈຳ​ໜ່າຍ​ໂດຍ​ກົງ.

ປີ1990,ການຈຳໜ່າຍ​ໂດຍ​ກົງ​ໄດ້​​ເຜີຍ​ແຜ່​ເຂົ້າ​ຈີນ,ຕໍ່ຈາກ​ນັ້ນ​ບໍ່​ເທົ່າ​ໃດ​ປີ,ຂະ​ແໜງ​ການ​ຈຳ​ໜ່າຍ​ໂດຍ​ກົງ​ຂອງ​ຈີນ​ໄດ້​ປະກົດ​ມີ​ສະພາບ​ຮຸ່ງ​ເຮືອງ,​ແຕ່​ວ່າ​ໃນ​ເບື້ອງ​ຫຼັງ​ສະ​ພາບ​ຮຸ່ງ​ເຮືອງ​ດັ່ງ​ກ່າວ​ກໍ​ໄດ້​ມີ​ວິ​ກິດ​ການ​ແຝງ​ຊ້ອນ​ຢູ່.ມີ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​ໄດ້​ຖື​ການ​ຈຳ​ໜ່າຍ​ໂດຍ​ກົງ​ເປັນ​ຄັນ​ຕາ​ລະ​ບັດ,ສວຍ​​​ໃຊ້​ຄົນ​ຈຳ​ນວນ​ໜຶ່ງ​ມີ​ຄວາມ​ປາ​ຖະ​ໜາ​ຢາກ​ຮັ່ງ​ມີ​ຂຶ້ນ​ໃນ​ເວ​ລາ ​ສັ້ນໆ,​ໃນ​ເວ​ລາ​ຈຳ​ໜ່າຍ​ສິນ​ຄ້າ​ນັ້ນ,​ບໍ່​ແມ່ນ​ຖື​ການ​ຈຳ​ໜ່າຍ​ສິນ​ຄ້າ​ເປັນ​ຈຸດ​ປະ​ສົງ,​ຫາກ​ແມ່ນ​ຮັບ​ເອົາ​ຄົນ​ເຂົ້າ​​ໃນ​ຕາ​ໜ່າງ​ຈຳ​ໜ່າຍ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຫຼອກ​ຕົ້ມ​ເອົາ​ເງິນ.ວິທີ​ຫຼອກ​ເອົາ​ເງິນ​ແນວ​ນີ້, ຢູ່​ຕ່າງ​ປະ​ເທດ,ຖືກ​ເອີ້ນ​ເປັນ​ການ​ຈຳ​ໜ່າຍ​ແບບ​ທາດ​ປີ​ລະ​ມິດ,​ເຊິ່ງ​ຫຼາຍ​ປະ​ເທດ​​ເກືອດ​ຫ້າມ.ທາດ​ແທ້​ຂອງ​ການ​ຈຳ​ໜ່າຍ​ຢ່າງ​ຜິດ​ກົດ​ໝາຍ​ດັ່ງ​ກ່າວ​ແມ່ນ​ລາຍ​ໄດ້​ຂອງ​ຜູ່​ຈຳ​ໜ່າຍ​ສ່ວນ​ຫຼາຍ​ບໍ່​ແມ່ນ​​ໄດ້​ມາ​ຈາກ​ຜົນ​ງານ​ຈຳ​ໜ່າຍ​ຂອງ​ເຂົາ,​ຫາກ​ແມ່ນ​ໄດ້​ມາ​ຈາກ​ຜົນ​ງານ​ ​ຂົນ​ຂວາຍ​ຂະ​ຫຍາຍ​ຜູ່​ຂາຍ​ຕໍ່​ຢູ່​ຂັ້ນ​ລຸ່ມ,​ອົງ​ການ​ຈຳ​ໜ່າຍ​ແບບ​ນີ້​ບໍ່​ເອົາ​ຫົວ​ຊາ​ນຳ​ການ​ຂາຍ​ສິນ​ຄ້າ​ຫຍັງ,​ແລະ​ຂາຍ​ໄດ້​ຫຼາຍ​ເທົ່າ​ໃດ,​ເນັ້ນ​ໜັກ​ແຕ່​ເລື່ອງ​ຕົວະ​ຄົນ​ເຂົ້າ​ສູ່​ຕາ​ໜ່າງ​ຈຳ​ໜ່າຍ​ຫຼາຍ​ເທົ່າ​ໃດ​ຍິ່ງ​ດີ.

ທ່ານອູຢ້ຽນ ຫົວໜ້າ​ພະ​ແນ​ກ​ໂຈມ​ຕີ​ການຈຳໜ່າຍ​ແບບທາດ​ປີ​ລະ​ມິດກົມ​ການ​ຄ້າ​ຍຸດ​ຕິ​ທຳ​ກົມ​ໃຫຍ່​ຄຸ້ມ​ຄອງ​ອຸດສາຫະກຳ​ການ​ຄ້າ​ແຫ່ງ​ຊາດ​ຈີນ​ແນະນຳ​ວ່າ,ຍ້ອນ​ການ​ຈຳ​ໜ່າຍ​ແບບ​ດັ່ງ​ກ່າວ​ໄດ້​ທຳ​ລາຍ​ຄວາມ​ເປັນ​ລະບຽບ​ຂອງ​ຕະຫຼາດ​ຈຳໜ່າຍ​ໂດຍ​ກົງ​ຢ່າງ​ໜັກ​ໜ່ວງ​,​ປີ​1​998,​ຈີນ​ໄດ້​ອອກ​ປະ​ກາດ ​ກ່ຽວ​ກັບ​ການເກືອດ​ຫ້າມ​ການ​ເຄື່ອນ​ໄຫວ​ຈຳໜ່າຍ​ແບບ​ທາດ​ປີ​ລະ​ມິດ,​ບໍ່​ວ່າຈະ​ແມ່ນ​ການ​ຈຳ​ໜ່າຍ​ໂດຍ​ກົງ​ທີ່​​ເປັນ​ແບບ​ສະບັບ​​ຫຼື​ແມ່ນການ​ຈຳໜ່າຍ​ແບບ​ທາດ​ປີ​ລະ​ມິດ​ທີ່​ຜິດ​ກົດ​ໝາຍ,​ລ້ວນ​ແຕ່​ເກືອດ​ຫ້າມ​ໝົດ.

"ການຈຳໜ່າຍ​ແບບທາດ​ປີ​ລະ​ມິດທີ່​ຜິດ​ກົດໝາຍ​ໄດ້​ນຳ​ເອົາ​ຜົນ​ອັນ​ຕະ​ລາຍ​ບໍ່​ໜ້ອຍ​ມາ​ສູ່​ປະ​ເທດ​ພວກ​ຂ້າພະ​ເຈົ້າ,ພາຍຫຼັງລັດຖະບານ​ໄດ້​ອອກ​ປະກາດ​ກ່ຽວ​ກັບ​ການ​ເກືອດ​ຫ້າມ​ການ​ຈຳ​ໜ່າຍ​ແບບ​ທາດ​ປີ​ລະ​ມິດ​​ໃນ​ປີ1998​ແລ້ວ,​ໃນ​ຫຼາຍ​ປີ​ມາ​ນີ້,ປີ​ໃດ,​ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ລາຍ​ຈຳ​ເພາະ​ເພື່ອ​ໂຈມ​ຕີ​ການ​ຈຳໜ່າຍ​ທີ່​ຜິດ​ກົດ​ໝາຍ​ດັ່ງ​ກ່າວ"

1  2