ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-01 21:24:15    
ຈີນ​ໄຂ​ປະ​ຕູ​ຈຳ​ໜ່າຍ​ໂດຍ​ກົງ​(ສຽງ)

cri

ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ຄຽງ​ຄູ່​ກັບ​ການ​ບໍລິ​ໂພ​ກຂອງ​ຄົນ​ຈີນ​ໄດ້​ມີ​ຫຼາຍ​ຮູບ​ຫຼາຍ​​ແບບ,ຢູ່​ຕະ​ຫຼາດ​ຈີນ​ໄດ້​ມີ​ຄວາມ​ ​ຕ້ອງ​ການ​ຫຼາຍ​ສົມ​ຄວນ​ຕໍ່​ທຸ​ລະ​ການ​ຈຳ​ໜ່າຍ​ໂດຍ​ກົງ​ຢ່າງ​ເປັນ​ປົກ​ກະ​ຕິ.​ພ້ອມ​ກັນ​ນັ້ນ,ອີງ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ໃນ​ເວ​ລາ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ,​ຈີນ​ຕ້ອງ​​ເປີດ​ທຸ​ລະ​ການ​ການ​ຈຳ​ໜ່າຍ​ໂດຍ​ກົງ​ຕໍ່​ພາຍ​ນອກ​ເລີ່​ມ​ແຕ່​ທ້າຍ​ປີ​2005​ເປັນ​ຕົ້ນ​ໄປ.ພາຍ​ໃຕ້​ເບື້ອງ​ຫຼັງ​ດັ່ງ​ກ່າວ,​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ໄດ້​ວາງກົດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ຈຳ​ໜ່າຍ​ໂດຍ​ກົງ​ແລະ​ກົດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ເກືອດ​ຫ້າມ​ການ​ຈຳ​ໜ່າຍ​ແບບ​ທາດ​ປີ​ລະ​ມິດ,​ເພື່ອ​ເຮັດ​ໃຫ້​ທຸລະການ​ຈຳໜ່າຍ​ໂດຍ​ກົງ​ທີ່​ຈະ​ຖືກ​ຍົກ​ເລີກ​ການ​ເກືອດ​ຫ້າມ​ໃນ​ພາຍ​ໜ້າ​ບໍ່​ດົນ​ນັ້ນ​ເປັນ​ແບບ​ສະບັບ.

ກົດຂໍ້​ກຳນົດສອງ​ສະບັບນີ້,ໜຶ່ງ​ໄດ້​ກຳນົດ​ນິ​ຍາມ​ຂອງ​ການ​ຈຳ​ໜ່າຍ​ໂດຍ​ກົງ​ຢ່າງ​ຈະ​ແຈ້ງ.​ນີ້​ກໍ​ແມ່ນ​ການ​ຈຳ​ໜ່າຍ​ໂດຍ​ກົງ​​ແມ່ນ​ໝາຍ​ເຖິງ​ຮູບ​ການ​ທຸ​ລະ​ການ​ຈຳ​ໜ່າຍ​ທີ່​ວິ​ສາ​ຫະ​ກິດ​ຈຳ​ໜ່າຍ​ໂດຍ​ກົງ​ສະໝັກ​ຮັບ​ເອົາ​ຜູ່​ຈຳໜ່າຍ​,​ໃຫ້​ຜູ່​ຈຳ​ໜ່າຍ​ຂາຍ​ຜະ​ລິດ​ຕະ​ພັນ​ໃຫ້​ຜູ່​ບໍ​ລິ​ໂພ​ກ​ໂດຍ​ກົງ​ຢູ່​ນອກ​ສະຖານ​ທີ່​ທຸລະ​ການ​ຄົງ​ທີ່.​ສອງ,​ກົດ​ຂໍ້​ກຳນົດ​ໄດ້​ວາງ​ມາດ​ຖານ​ສູງ​ສົມ​ຄວນ​ຕໍ່​ການ​ອະນຸມັດ​ວິ​ສາ​ຫະກິດ​ຈຳ​ໜ່າຍ​ໂດຍ​ກົງ.​ຕົວ​ຢ່າງ​ຄື,ທຶນ​ຈົດ​ທະບຽນ​ບໍ່​ຕ່ຳກ​ວ່າ​80​ລ້ານ​ຢວນ,​ໃນ​ເມື່ອ​ຫົວທີ​ຕັ້ງ​ບໍ​ລິ​ສັດ​ນັ້ນ,ຕ້ອງ​ຝາກ​ຄ່າ​ຮັບ​ປະ​ກັນ​20​ລ້ານ​ຢວນ​ຢູ່​ໃນ​ທະ​ນາ​ຄານ​ທີ່​ກຳ​ນົດ​ໄວ້,​ແລະ​ຕ້ອງ​ມີ​ລະ​ບອບ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ເປັນ​ຕົ້ນ.

ໃນ​ກົດ​ຂໍ້​ກຳນົດ​ສະບັບ​​ໃໝ່,ການ​ກຳນົດ​ທີ່​ເປັນ​ແກນ​ກາງ​ທີ່​ສຸດ​ແມ່ນ,ວິ​ສາ​ຫະ​ກິດ​ຈຳ​ໜ່າຍ​ໂດ​ຍກົງ​ຈ່າຍ​ຄ່າ​ຕອບ​ແທນ​ໃຫ້​ຜູ່​ຈຳ​ໜ່າຍ​,ຕ້ອງ​ຄິດ​ໄລ່​ຕາມ​ລາຍ​ໄດ້​ຂອງ​ຜູ່​ຈຳ​ໜ່າຍ​ທີ່​ໄດ້​ມາ​ຈາກ​ຜົນ​ງານ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ໃຫ້​ຜູ່​ບໍລິ​ໂພ​ກ​ໂດຍ​ກົງ​ເທົ່າ​ນັ້ນ,​ຍອດ​​ຄ່າ​ຕອບ​ແທນ​ບໍ່​ໃຫ້​ຫຼາຍ​ກວ່າ​30%​ຂອ​ງລາຍ​ໄດ້​ທີ່​ໄດ້​ມາ​ຈາກ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ໃຫ້​ຜູ່​ບໍລິ​ໂພ​ກ​ໂດຍ​ກົງ.​ນີ້​ໝາຍ​ຄວາມ​ວ່າ,ຄ່າ​ຕອບ​ແທນ​ທີ່​ຂະ​ຫຍາຍ​ຖັນ​ແຖວ​ຈຳ​ໜ່າຍ​ຂັ້ນ​ລຸ່ມ,​ຊັກ​ຊວນ​ຄົນ​ເຂົ້າ​ຕາ​ໜ່າງ​ຈຳ​ໜ່າຍ​ນັ້ນ​ຖືກ​ເກືອດ​ຫ້າມ​ຢ່າງ​ຮອບ​ດ້ານ,​ທະ​ແນມ​ແຕ່​ແມ່ນ​ຄິດ​ໄລ່​ຄ່າ​ຕອບ​ແທນ​ຕາມ​ຜົນ​ງານ​ຂະ​ຫຍາຍ​ຜູ່​ຈຳ​ໜ່າຍ​ຂັ້ນ​ລຸ່ມ​ ​ນັ້ນ,ກໍ​ຖື​ເປັນ​ການ​ຈຳ​ໜ່າຍ​ແບບ​ທາດ​ປີ​ລະ​ມິດ.

ທ່ານ​ຢາງ​ຊຽນ ຜູ່​ຊ່ຽວຊານ​ອະ​ວຸ​ໂສ​ທີ່​ຄົ້ນ​ຄວ້າ​ການ​ຈຳ​ໜ່າຍ​ໂດຍ​ກົງ​ຂອງ​ຈີນ​ກ່າວ​ວ່າ: "ພາຍ​ຫຼັງ​​ໄດ້​ປະ​ກາດ​ກົດ​ຂໍ້​ກຳ​ນົດ​ສອງ​ສະ​ບັບ​ແລ້ວ,​ເວົ້າ​ສຳ​ລັບ​ທົ່ວ​ວົງ​ການ​ວິ​ສາ​ຫະ​ກິດ​ແລະ​ຜູ່​ຈຳ​ໜ່າຍ​ໂດຍ​ກົງ​ແລ້ວ,​ພວກ​ເຂົາ​ເຈົ້າ​ກໍໄດ້​ມີ​ມາດ​ຖານ​ແລະ​ຫຼັກ​ອ້າງ​ອີງ​ໃນ​ການ​ເລືອກ​ເອົາ​ການ​ຈຳ​ໜ່າຍ."

ຍ້ອນ​ວ່າ​ມີ​ຄວາມຈຳກັດ​ອັນ​ເຄັ່ງ​ຄັດ,​ທຸ​ລະ​ການ​ການ​ຈຳ​ໜ່າຍ​ໂດຍ​ກົງ​ໃນ​ອະ​ນາ​ຄົດ​ຈະ​ບໍ່​ມີ​ຄວາມ​ດຶງ​ດູດ​ຫຼາຍ​ຄື​ແຕ່​ກ່ອນ,​ເຖິງ​ຈະ​ເປັນ​ແນວ​ນີ້​ກໍ​ຕາມ,​ແຕ່​ຍັງ​ຄົງ​ມີ​ຄົນບໍ່​ໜ້ອຍ​ໄດ້​ປ່ຽມ​ລົ້ນ​ໄປ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຕໍ່​ພາບ​ອະ​ນາ​ຄົດ​ແຫ່ງ​ການ​ຈຳ​ໜ່າຍ​ໂດຍ​ກົງ.​ທ່ານ​ລິວ​ຊິນ ​ແມ່ນ​ຊ່າງ​ອັດ​ສຽງ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ແຫ່ງ​ໜຶ່ງ,​ເຖິງ​ວ່າ​ເງິນ​ເດືອນ​ຂອງ​ທ່ານ​ຫຼາຍ​ສົມ​ຄວນ,​ແຕ່​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ທ່ານ​ ​ໄດ້​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ,ຈະ​ປ່ຽນ​ອາ​ຊີບ​ໃໝ່,​ຄື​ການ​ຈຳ​ໜ່າຍ​ໂດຍ​ກົງ.​ທ່ານ​ລິວ​ຊິນ​ກ່າວ​ວ່າ,ກ່ອນ​ຕັດສິນ​ໃຈ​ລາ​ອອກ​ຈາກ​ຕຳ​ແໜ່​ງ,ທ່ານ​ໄດ້​ຄອຍ​ຖ້າ​ກົດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ຈຳ​ໜ່າຍ​ໂດຍ​ກົງ​ນັ້ນ​ໂດຍ​ຕະ​ຫຼອດ.​ຕາມ​ທ່ານ​ເຫັນ​ວ່າ,ຂະ​ແໜງ​ການ​ການ​ຈຳ​ໜ່າຍ​ໂດຍ​ກົງ​ຍັງ​ຄົງ​ມີ​ໂອ​ກາດ​ບໍ່​ໜ້ອຍ:

"ຂ້າພະ​ເຈົ້າ​ປະ​ກົດ​ເຫັນ​ວ່າ,​ການ​ຈຳ​ໜ່າຍ​ໂດຍ​ກົງ​ໄດ້​ສອດ​ຄ່ອງ​ກັບ​ທ່າ​ອ່ຽງ​ຂະ​ຫຍາຍ​ໃນ​ຫຼາຍ​ດ້ານ.ຕົວຢ່າງ​ຄື​ການ​ບໍ​ລິ​ການ​ທີ່​ມີ​ເອ​ກະ​ລັກ​.ຂ້າ​ພະ​ເຈົ້າ​ຄິດ​ວ່າ​ເຮັດ​ການ​ຈຳ​ໜ່າຍ​ໂດຍ​ກົງ​ຈະ​ໄດ້​ກຳ​ໄລ."

ຕາມ​ໄດ້​ຊາບ, ກົດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ຈຳ​ໜ່າຍ​ໂດຍ​ກົງ​ແລະ​ກົດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ເກືອດ​ຫ້າມ​ການ​ຈຳ​ໜ່າຍ​ແບບ​ທາດ​ປີ​ລະ​ມິດ​ຕ່າງ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ1​ພະ​ຈິກ​ແລະ​ວັນ​ທີ​1​ທັນ​ວາ​ປີ​ນີ້.​ຍ້ອນ​ວ່າ​ກົດ​ຂໍ້​ກຳ​ນົດ​ໄດ້​ລະ​ບຸ​ໄວ້​ວ່າ,​ລະ​ບຽບ​ການ​ອະ​ນຸ​ມັດ​ການ​ຈຳ​ໜ່າຍ​ໂດຍ​ກົງ​ຕ້ອງ​ການ​ເວ​ລາ​90​ມື້​ ​ລັດ​ຖະ​ການ,​ກະ​ວ່າ,ວິ​ສາ​ຫະ​ກິດ​ຈຳ​ໜ່າຍ​ໂດຍ​ກົງ,​ໄວ​ທີ່​ສຸດ,​ຕ້ອງ​ຖ້າ​ຮອດ​ເດືອນ​ມີນາ​ປີໜ້າ​ຈິ່ງ​ຈະ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ຈຳ​ໜ່າຍ​ໂດຍ​ກົງ ງວດ​ທຳ​ອິດ ​ຂອງ​ຈີນ​.


1  2