ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-08 18:39:34    
​​ເພງ​ຮ້ອງ​ຮວມ​ໝູ່​ທີ່​ດັດ​ແປງ​ຮຽບ​ຮຽງ​ໃໝ່​ຕາມ​ເພງ​ພື້ນ​ເມືອງ​ທີ່​ດີ​ເລີດ​(ສຽງ)

cri Author: zhangshuo


​ໃນ​ລາຍການ​ພາກ​ນີ້,ຂ້າພະ​ເຈົ້າຈະຈັດ​ເພງ​ຮ້ອງ​ຮວມໝູ່​ປະ​ມວນ​ໜຶ່ງ​ທີ່​ດັດ​ແປງ​ຮຽບ​ຮຽງ​ໃໝ່​ຕາມ​ເພງ​ພື້ນ​ເມືອງ​ທີ່​ດີ​ເລີດ​ຂອງ​ຈີນ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"ດອກ​ໄມ້​ກັບ​ຊາວ​ໜຸ່ມ".​ເພງ​ນີ້​ແມ່ນ​ເພງ​ຮັກ​ດັ້ງ​ເດີມ​ທີ່​​ນິຍົມ​ກັນ​ຢູ່​​ແຂວງ​ຊິງ​ໄຫທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ຈີນ,ຢູ່​ແຫ່ງ​ນັ້ນ,​ດອກ​​ໄມ້​ໝາຍ​ເຖິງ​ຜູ້​ສາວ,​ຊາວ​ໜຸ່ມ​ໝາຍ​​ເຖິງ​ອ້າຍ​ບ່າວ.​ເນື້ອ​​ເພງ​ເພງ​ນີ້​ໄດ້​ພັນລະນາ​ດອກ​ໄມ້​ທີ່​ເບັ່ງ​ບານ​ໃນ​ຕະຫຼອດສີ່​ລະດູ,​ເຊິ່ງ​ໄດ້​ສະ​ແດງຄວາມ​ຮັກ​ຕໍ່​ອ້າຍ​ບ່າວ​.​ເພງ​ນີ້​ມີ​ທຳນອງ​ທີ່​ມ່ວນ​ອອນຊອນ​ແລະຈັງຫວະ​​ໄວ,ໜ້າ​ຟັງ.

ຕໍ່​ໄປ​ເຊີນ​ຟັງ​ເພງ "​ເພງຟ້ອນ​​ເດັດໃບຊາ".​ເພງ​ນີ້​ແມ່ນ​ເພງ​ພື້ນ​ເມືອງ​ທີ່​ນິ ຍົມ​ກັນ​ຢູ່​​ແຂວງ​ເຈີ້​ຈ່ຽງທາງພາກ​ຕ​າ​ເວັນ​ອອກ​ຂອງ​ຈີນ,​ເພງ​ນີ້​ມີ​ທຳ​ນອງ​ທີ່​ມ່ວນ​ຊື່ນ,​ໄດ້​ສະ​ແດງ​ໃຫ້​ເຫັນ​ພາບ​ທີ່​ນາງ​ສາວ​ທັງຫຼາຍທັງ​ເດັດ​ໃບຊາຕາມພູ,ທັງ​ຮ້ອງ​ເພງ​ໄປ​ນຳ​ຢ່າງ​ມ່ວນ​ຊື່ນ.​​ເນື້ອ​ຮ້ອງ​ມີ​ຢູ່​ວ່າ: "ນ້ຳຫ້ວຍ​ໃສສະອາດ​ ໄຫຼລິດໆ​ຢູ່​ບໍ່​ເຊົາ,ສອງ​ຝັ່ງ​ນ້ຳຫ້ວຍ​ຂຸ້ນ​ເດັດ​ຊາ.ທັງ​​ໄວ​ທັງ​​ໄດ້​​ຫຼາຍ,ຊາ​ລົງ​ຈິງ​ປີ​ໃດ​ກໍ​ເດັດ​ໄດ້​ຫຼາຍ."

​ທ່ານຜູ້​ຟັງ,​ເຜົ່າ​ເຮີ້​ເຈີ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ດຳລົງ​ຊີວິດ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ,ພວກ​ເຂົາ​ເຈົ້າສ່ວນ​ຫຼາຍຫາປາລ່າ​ເນື້ອ​ຢູ່​ແຄ​ມ​ແມ່ນ້ຳອູ່​ຊູ່​ຫຼີ,​ແມ່ນ້ຳອູ່​ຊູ່​ຫຼີ​ແມ່ນແມ່​ນ້ຳຊາຍ​ແດນ​ຈີນ​ກັບຣັດ​ເຊຍ.​"​ເພງ​ຊາວ​ເຮືອ​ແມ່ນ້ຳອູ່​ຊູ່​ຫຼີ" ​ແມ່ນດັດ​ແປງ​ຕາມ​ເພງ​ພື້ນ​ເມືອງ​ດັ້ງ​ເດີມ​ຂອງ​ເຜົ່າ​ເຮີ້​ເຈີ ​ໂດຍ​ທ່ານ​ກົວະຊົ້ງ ນັກ​ຮ້ອງ​​ທີ່​ມີ​ຊື່​ສຽງ​ຂອງ​ຈີນ.​ເນື້ອ​ເພງ​ໄດ້​ສະ​ແດງ​ໃຫ້​ເຫັນຊາວ​ເຜົ່າ​ເຮີ້​​ເຈີ​​​ຮັກ​ແພງ​ບ້ານ​ເກີດ​​ຂອງ​ຕົນແລະ​ສັນລະ​ເສີນຊີວິດ​ອັນ​ຈົບ​ງາມ. ​"​ແມ່ນ້ຳອູ່​ຊູ່​ຫຼີ​ຍາວ​ສຸດ​ສາຍຕາ​ ນ້ຳ​​​ໃສ​ສະອາດ​ເກີດ​ເປັນ​ຟອງຍວກ​ຍູ້.ຊາວ​ເຜົ່າ​ເຮີ້​ເຈີ​ຫວ່າ​ນແຫ​ເປັນພັນ​ດາງ,​ເຮືອ​ເຕັມ​ແມ່ນ້ຳ,ປາ​ເຕັມ​ເຮືອ." ​ເພງ​ນີ້​ວາດ​ພາບ​ຊາວ​ປະ​ມົງ​ເຜົ່າ​ເຮີ້​ເຈີ​ທີ່​ດຸໝັ່ນທັງ​ພາຍເຮືອ​ທັງ​ຮ້ອງ​ເພງດ້ວຍ​ສຽງ​ອັນ​ດັງ​ກ້ອງ.ຕໍ່​​ໄປ​ເຊີນ​ຟັງ​"​ເພງ​ຊາວ​ເຮືອ​ແມ່ນ້ຳອູ່​ຊູ່​ຫຼີ"ທີ່​ຂັບ​ຮ້ອງ​ໂດຍ​ຄະນະ​ຮ້ອງ​ຮວມໝູ່​ຂອງ​ຄະນະ​ດົນຕີ​ສູນ​ກາງ​ຈີນ.

1  2