ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-08 18:39:34    
​​ເພງ​ຮ້ອງ​ຮວມ​ໝູ່​ທີ່​ດັດ​ແປງ​ຮຽບ​ຮຽງ​ໃໝ່​ຕາມ​ເພງ​ພື້ນ​ເມືອງ​ທີ່​ດີ​ເລີດ​(ສຽງ)

cri Author: zhangshuo

​ເພງ "​ເມກເລື່ອນລອຍ​​ ແຕ່​ທ້ອງຟ້າບໍ່​ເໜັງ​ຕີງ"​ແມ່ນ​ເພງ​ພື້ນ​ເມືອງຂອງ​ເຂດ​ກວາງຊີ​ທີ່​ຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​ຂອງ​ຈີນ, ຢູ່​ແຫ່ງ​ນັ້ນມີຫຼາຍຊົນ​ເຜົ່າ​ສ່ວນ​ໜ້ອຍ​ຕັ້ງພູມລຳ​ເນົາ​ຢູ່,​​​ໄດ້​ຊື່ເປັນ​ທະ​ເລ​ເພງ.​ເພງ "​ເມກເລື່ອນລອຍ​​ ແຕ່​ທ້ອງ ຟ້າບໍ່​ເໜັງ​ຕີງ"​ມີ​ທຳນອງ​ອ້ອຍ​ອິ່ນ​ອອນຊອນ,​ເນື້ອ​ເພງ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ.​ດັ່ງ​ນີ້​ວ່າ: "​ເມກ​ເລື່ອນລອຍແຕ່​ທ້ອງ​ຟ້າ​ບໍ່​ເໜັງ​ຕີງ,​ເຮືອ​ແລ່ນ​ໄປມາ​ແຕ່​​ຕາ​ຝັ່ງ​ບໍ່ປ່ຽນບ່ອນ.ຄົນ​ພາກ​ຈາກ​ກັນ​ແຕ່​ໃຈບໍ່​ຫ່າງ,​ມິດ​ຕະ​ພາບ​​ແມ່ນຕັດບໍ່ຂາດ​ຈົນ​ເທົ່າ​ໃດໆ.​ ​" ນາງຂູ​ຊີ່​ຊຽນ ນັກ​​ແຕ່ງ​ນົດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ໄດ້ດັດ​ແປງ​ເພງ​ນີ້​ເປັນ​ເພງ​ຮ້ອງ​ຮວມໝູ່​ຫຼາຍພາກ​ສຽງທີ່​ບໍ່​ມີ​ດົນຕີ​ສະ​ຫຼັບ.ເພງ​ນີ້​ຂັບ​ຮ້ອງ​ໂດຍຄະນະ​ຮ້ອງ​ຮວມໝູ່​ຂອງ​ຄະນະ​ດົນຕີ​ສູນ​ກາງ​ຈີນ.

​ຊາວເຜົ່າ​ເກົາຫຼີຂອງ​ຈີນ​ສ່ວນ​ຫຼາຍຕັ້ງພູມລຳ​ເນົາຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ, ພວກ​ເຂົາ​ເຈົ້າຊ່າ​ງຮ້ອງ​ເພງ​ຊ່າງ​ຟ້ອນຊ່າງ​ລຳ,ມີ​ເພງ​ພື້ນ​ເມືອງ​ທີ່​ໜ້າ​ຟັງ​ຈຳ​ນວນ​ຫຼວງ​ຫຼາຍ. ​ເພງ​"​ໂດ​ລ່າ​ຈີ່" ​ແມ່ນ​ເພງ​ທີ່​ປະຊາຊົນ​ຈີນຊົນ​ເຜົ່າຕ່າງໆ​ນິ​ຍົມ​ຫຼາຍ. "​ໂດ​ລ່າ​ຈີ່"​ແມ່ນ​ຜັກ​ປ່າ​ຊະນິດ​ໜຶ່ງ​ທີ່​ຊາວ​ເຜົ່າ​ເກົາຫຼີມັກ​ກິນ.ເພງ​ນີ້​ມີ​ທຳນອງຫຼ່ຽນ​ໄຫຼມ່ວນ​ຊື່ນ,​ ຈັງ​ຫວະ​​ເໝາະ​ສຳ​ລັບ​ຟ້ອນ,​ສະ​ແດງ​ພາບ​ທີ່​ປະຊາຊົນ​ເຜົ່າ​ເກົາຫຼີຂອງ​ຈີນ​ອອກ​ແຮງ​ງານ​ຢ່າງ​​ເບີກບານ​ມ່ວນ​ຊື່ນ.ຕໍ່​ໄປ​ເຊີນ​ຟັງ​ເພງ "​​ໂດລ່າ​ຈີ່" ​ທີ່​ຂັບ​ຮ້ອງ​ໂດ​ຍຄະນະ​ຮ້ອງ​ຮວມໝູ່​ສຽວ​ຈົ້ງ.
1  2