ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-14 21:54:49    
ເພງ​ຮ້ອງ​ຮວມ​ໝູ່​ທີ່​ດັດ​ແປງ​ຕາມ​ເພງ​ພື້ນ​ເມືອງ​ທີ່​ດີ​ເລີດ​(2)(ສຽງ)

cri Author: zhangshuo


ໃນລາຍການພາກນີ້,ຂ້າພະເຈົ້າ​ໄດ້ຈັດເພງຮ້ອງຮວມໝູ່ທີ່ດັດແປງຕາມເພງພື້ນເມືອງຈີນ ທີ່ດີເລີດອີກ​ຊຸດ​ໜຶ່ງ​ມາສູ່ທ່ານຟັງ.

ກ່ອນອື່ນເຊີນຟັງເພງ "ອ່າລ່າມູ້ຮ້ານ" ເພງພື້ນເມືອງເຜົ່າເວີຍຫວູເອີເຂດຊິນຈຽງທີ່ຂັບ ຮ້ອງໂດຍຄະນະຮ້ອງຮວມໝູ່ຂອງ​ວົງດົນຕີສູນກາງຈີນ.

ເພງ"ອ່າລ່າມູ້ຮ້ານ"ມີທຳນອງມ່ວນຊື່ນແລະຈັງຫວະໄວ,ສັນລະເສີນຄວາມສວຍງາມ ຂອງນາງອ່າລ່າມູ້ຮ້ານ ນາງສາວເຜົ່າເວີຍຫວູເອີຜູ້ໜຶ່ງ. ໃນເພງມີເນື້ອຮ້ອງວ່າ: "ນາງ​ອ່າ​ລ່າ​ມູ້ຮ້ານເປັນຄົນຈັ່ງໃດ?ນາງບໍ່ຕຸ້ຍກໍບໍ່ຈ່ອຍ,ຄີ້ວ​ກົ່ງຄືວົງເດືອນ,​ແອວ​ກິ່ວ​ຄື​ໃບ​ໄຄ້​ສ້ອຍ."

ເພງພື້ນເມືອງທຳນອງຍາວແມ່ນເພງພື້ນເມືອງເຜົ່າມົງໂກທາງພາກເໜືອຂອງຈີນທີ່ມີລັກ ສະນະຕົວແທນທີ່ສຸດ,ມີທຳນອງ​ແກ່​ສຽງ​ຍາວໆ,ຈັງຫວະຕາມ​ໃຈ,ມີກິ່ນອາຍທົ່ງຫຍ້າອັນ ເຂັ້ມຂຸ້ນ."ເພງລ້ຽງສັດ"ແມ່ນເພງທີ່ຊາວ​ມົງ​ໂກ​ມັກ​ຮ້ອງ​ທີ່​ສຸດ,ມັນໄດ້ບັນລະຍາຍພາບວິວ ທົ່ງຫຍ້າອັນກວ້າງ​ໃຫຍ່​​ໄພສານ​ຂອງເຂດມົງໂກໃນຈີນ,ເຊິ່ງສະແດງ​ໃຫ້ເຫັນຄວາມຮັກ ແພງຕໍ່ບ້ານເກີດ​ເມືອງ​ນອນຂອງຊາວລ້ຽງສັດ.ທ່ານຊູຊີ່ຊຽນ ນັກແຕ່ງນົດເພງໄດ້ດັດ ແປງ​ເພງ​ນີ້ເປັນເພງຮ້ອງຮວມໝູ່ທີ່ບໍ່ມີດົນຕິສະຫຼັບ,ອັນໄດ້ເຮັດໃຫ້​ເພງ​ນີ້​ແຮ່ງໄດ້ຮັບ ຄວາມນິຍົມຊົມຊອບຈາກຜູ້ຟັງພາຍໃນແລະຕ່າງປະເທດ.ຕໍ່ໄປເຊີນຟັງ"ເພງລ້ຽງສັດ"ທີ່ ຂັບຮ້ອງໂດຍຄະນະຮ້ອງຮວມໝູ່ຂອງວົງດົນຕີສູນກາງຈີນ.

​ເນື້ອຮ້ອງມີ​ຄວາມ​ໝາຍວ່າ: "ຢູ່ທົ່ງຫຍ້າທີ່ຂຽວອຸ່ມທຸ່ມມີແກະຂາວແລ່ນ​ເປັນ​ຝູງ,ຝູງແກະ​ເໝືອນ​ດັ່ງໄຂ່ມຸກຢາຍ​ຢູ່​ເທິງ​ແຜ່ນ​ກຳ​ມະ​ຍີ່​ສີຂຽວ.ທົ່ງຫຍ້າທີ່ກວ້າງສຸດສາຍຕາແມ່ນບ້ານ ເກີດຂອງພວກເຮົາ,ເມກຂາວແລະທ້ອງຟ້າສີຄາມແມ່ນຕູບຜ້າເຕັນຂອງພວກເຮົາ.ແສງ ອາລຸນ​ເບີກ​ຟ້າ​ຕ້ອນຮັບ​ຂ້າຮ້ອງເພງຢ່າງເສລີ,ຊີວິດຂອງ​ພວກ​ເຮົາຈັ່ງແມ່ນສຸກ​ສັນ."

ເພງ "ພາບວິວອູຊີ່"ແມ່ນເພງພື້ນເມືອງແຂວງຈ່ຽງຊູ່ທາງພາກຕາເວັນອອກຂອງຈີນ ​ເປັນ​ເພງມ່ວນອອນຊອນ.ອູຊີ່ແມ່ນເມືອງແຫ່ງໜຶ່ງຂອງແຂວງຈ່ຽງຊູ່,ຕັ້ງ​ຢູ່​ໜອງ​ໄທ້​ຫູ​ທີ່​ມີ​ພາບ​ວິວ​ສວຍ​ງາມ.​ເພງນີ້ໄດ້ແນະນຳປະຫວັດສາດ ທິວທັດແລະຜະລິດຕະພັນພິເສດຂອງ​ເມືອງ​ອູຊີ່ຢ່າງມີຊີວິດຊີວາ.ທຳນອງເພງ​ເຕັມ​ໄປ​ດ້ວຍຈຸດພິເສດຂອງເມືອງ​ແຄມ​ແມ່​ນ້ຳ​ພາກ​ໃຕ້​ຂອງຈີນ.ຕໍ່ໄປເຊີນຟັງເພງ"ພາບວິວອູຊີ່"ຮ້ອງຮວມໝູ່​ໂດຍ​ສຽງ​ຜູ້​ຍິງ​ຂອງ​ຄະນະ ຮ້ອງ​ຮວມ​ໝູ່​ວົງ​ດົນ​ຕີ​ສູນ​ກາງ​ຈີນ.

1  2