ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-23 21:22:14    
[ຈ່າງ​ເຫິງ]

cri Author: MO

​1800 ກວ່າ​ປີ​ກ່ອນ, ທ່ານ​ຈ່າງ​ເຫິງ ນັກວິທະຍາ​ສາດ​ຈີນ​ໄດ້​ໃຊ້​ເຄື່ອງ​ວັດ​ແທກ​ທີ່​ທ່ານ​ເຮັດ​ເອງ​ມາ​ຕິດຕາມ​ວັດ​ແທກ​ການ​ເກີດ​ແຜ່ນດິນ​​ໄຫວ​ຢ່າງ​ຖືກຕ້ອງແມ່ນ​ຢຳ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ມວນ​ມະນຸດ​ໄດ້​ສ້າງສັງກາດ​ໃໝ່​ທີ່​​ເລີ່​ມໃຊ້​ເຄື່ອງ​ວັດ​ແທກ​ບັນທຶກຄົ້ນຄວ້າ​ແຜ່ນດິນ​ໄຫວ. ​ໃນ​ລາຍການ​ມື້​ນີ້, ​ ​ຂໍ​ແນະນຳຈ່າງ​ເຫິງ​ສູ່​ຟັງ.

ລະຫວ່າງ​ຄ.ສ.ປີ130, ​ຈ່າງ​ເຫິງ ຄົນ​ຈີນ​​ໄດ້​​ເຮັດ​ເຄື່ອງ​​ສັງ​ເກດແຜ່ນດິນ​ໄຫວ​​​ໂຮ​ວ​ເຟິງ​ເຄື່ອງ​ໜຶ່ງ, ​ໃຊ້ມາ​ຕິດຕາມ​ວັດ​ແທກ​ການ​ເກີດ​ແຜ່ນດິນ​ໄຫວ. ​ເຄື່ອງ​ວັດ​ແທກ​ແຜ່ນດິນ​ໄຫວ​ໂຮ​ວ​ເຟິງ​ແມ່ນ​ເຄື່ອງ​ວັດ​ແທກ​ເປັນຮູບ​ໝາກບານ​ທີ່​ຫຼໍ່​ດ້ວຍ​ທອງ​ສຳລິດ, ​ເສັ້ນຜ່າ​ກາງຍາວ 2 ​ແມັດ​ປາຍ, ທາງ​ນອກ​ມີ​ມັງກອນ 8 ​ໂຕ​ແຈກ​ຢາຍ​ກັນ​ຢ່າ​ງສະ​ໝ່ຳສະ​ເໝີ, ຫົວ​ມັງກອນ​ອວ່າຍ​ໄປ​ຫາ 8 ທິດ, ປາກ​ມັງກອນ​ທຸກ​ໂຕຄາບລູກ​ທອງກົມ​ລູກ​ໜຶ່ງ. ຢູ່​ໜ້າດິນ​ໃຕ້​ຫົວ​ມັງກອນ, ມີ​ຄັນຄາກ​ທອງ 8 ​ໂຕ​ທີ່​ແຫງນ​ຄໍ​ອ້າ​ປາກ​ໂຈ່​ໂວ່, ​ເມື່ອ​ລູກ​ທອງ​ຢູ່​ໃນ​ປາກ​ມັງກອນ​ຕົກລົງ​ມາ, ກໍພໍດີ​ຕົກ​ໃສ່​ປາກ​ຄັນຄາກ. ຢູ່​ໃນ​ເຄື່ອງ​ວັດ​ແທກ​ແຜ່ນດິນ​ໄຫວ​ໂຮ​ວເຟິງ​ມີ​ເສົາ​ທອງ​ເສົາ​ໜຶ່ງ​ຕັ້ງຢູ່, ​ເສົາ​ທອງ​ນີ້, ຈຸດ​ໜັກ​​ແມ່ນຢູ່​ທາງ​ເທິງ, ໜ້າ​ຄ້ຳ​ພັດນ້ອຍ, ​ເໜັງ​ຕີງ​ພຽງເບົາໆ​ມັນກໍ​ງ່ຽງ​​ໂລດ. ​ເມື່ອ​ທິດ​ໃດ​ເກີດ​ແຜ່ນດິນ​ໄຫວ, ສົ້ນລຸ່ມ​ຂອງ​ເສົາ​ທອງຍ້າຍ​ບ່ອນ​ໜ້ອຍ​ດຽວ, ​​ເຄື່ອງ​ຕິດຕັ້ງ​ໄມ້​ງັດ​ທີ່​ຕິດ​ຕໍ່​ກັນ ກໍ​ເຮັດ​ໃຫ້​ລູກ​ທອງ​ໃນ​ປາກ​ມັງກອນ​ທີ່​ຢູ່ທິດ​ດຽວ​ກັນ​ກັບ​ທິດ​ງ່ຽງ​ຂອງ​ເສົາ​ທອງຕົກ​ໃສ່​ປາກ​ຄັນຄາກຢູ່​ທາງ​ລຸ່ມ​.

ເມື່ອເຄື່ອງ​ວັດ​ແທກ​​ແຜ່ນດິນ​ໄຫວ​ເຄື່ອງ​ນີ້​ເຮັດ​ສຳ​ເລັດ​ແລ້ວ, ກໍ​​ເອົາ​ໄປ​ວາງ​ໄວ້​ຢູ່​ເມືອງ​ໂລ້​ຢາງ ລາຊະທານີ​ໃນ​ສະ​ໄໝ​ນັ້ນ. ມີ​ມື້ໜຶ່ງ​​ເມື່ອປີ 138, ມັງ​ກອນ​ທີ່ຫັນ​ໄປ​ທາງທິດຕາ​ເວັນ​ຕົກ​​ໃນເຄື່ອງ​ວັດ​ແທກ​ແຜ່ນດິນ​ໄຫວ​ໄດ້ອ້າ​ປາກ​ຢ່າງ​ກະທັນຫັນ, ລູກ​ທອງ​​ໃນ​ປາກ​ມັງກອນ​ໄດ້​ຕົກໃສ່​ປາກ​ຄັນຄາກຢູ່​ທາງ​ລຸ່ມ, ​ແລ້ວ​ມີ​ສຽງ​ດັງ​ແກ່ງໆ, ບອກ​ໃຫ້​ຮູ້​ວ່າ, ຢູ່​ທິດຕາ​ເວັນ​ຕົກ​ຂອງ​ເມືອງ​ໂລ້​ຢາງ​ເກີດ​ແຜ່ນດິນ​ໄຫວ​ແລ້ວ. ​ແຕ່​ຊາວ​ໂລ້​ຢາງ​ພັດ​ບໍ່​ຮູ້ສຶກວ່າ​ມີ​ການສະ​ເທືອ​ນຫຍັງ. ສະນັ້ນ, ຄົນ​ທັງຫລາຍ​ຈຶ່ງ​ໂຈ​ຕະນາ​ກັນ, ​ເຫັນ​ວ່າ, ​​ເຄື່ອງ​ວັດ​ແທກ​​ແຜ່ນ​ດິນ​ໄຫວ​ທີ່​​ຈ່າງ​ເຫີ​ນປະດິດ​ສ້າງ​ຂຶ້ນນັ້ນບໍ່​ສາມາດ​ວັດ​ແທກ​ແຜ່ນດິນ​ໄຫວ​ຢ່າງຖືກຕ້ອງ​ຄັກ​ແນ່. ​​ແຕ່​ເ​ມື່ອຜ່ານ​​ໄປດົນ​ເຕີບ, ​ເຈົ້ານາຍ​ທ້ອງ​ຖິ່ນ​ຂອງ​ແຂວງ​ການ​ຊູ້ ພາກ​ຕາ​ເວັນ​ຕົກ​ເມືອງ​ໂລ້​ຢາງ​​ໄດ້​ມາລາ​ຍງານ​ວ່າ, ​ແຫ່ງ​ນັ້ນ​ໄດ້​ເກີດ​ແຜ່ນດິນ​ໄຫວ. ​ເລື່ອງ​ນີ້​ໄດ້​ລົບ​ລ້າງ​ຄວາມ​ສົງ​ໄສ​ຂອງ​ຄົນ​ທັງຫລາຍ, ​ໃນ​​ເວລາ​ນັ້ນອາດ​ເວົ້າ​ໄດ້​ວ່າ​​ເຄື່ອງ​ວັດ​ແທກ​ແຜ່ນດິນ​ໄຫວ​ດັ່ງກ່າວແມ່ນ​ການ​ປະດິດ​ສ້າງ​ທີ່​ນຳ​ໜ້າ​​ໂລກ.
1  2