ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-21 21:45:33    
[ວາງ​ຊີ​ຈື່]

cri Author: mo
ຕົວ​ໜັງສືຈີນ​ຍ້ອນມີ​ອົງ​ປະກອບ​ພິ​ເສດ​ແລະ​ຈຸດ​ພິ​ເສດ​ໃນ​ການ​ຂຽນ​, ຕັ້ງແຕ່​ປະມານກ່ອນ​​ແລະ​ຫລັງຄ.ສ., ການ​ໃຊ້​ສໍຟອຍ ນ້ຳມຶກ ​ແລະ​ເຈ້ຍດັ້ງ​ເດີມ​ຂອງ​ຈີນ​ມາຂຽນ​ຕົວ​ໜັງສື​ຈີນ​ກໍ​ໄດ້​ກາຍ​ເປັນ​ສິລະ​ປະຂະ​ແໜງ​ໜຶ່ງ​. ​ຜູ້​ຂຶ້ນ​ຊື່​ລື​ນາມຍ້ອນ​ການ​ຂຽນ​ງາມ​​ໃນ​ປະຫວັດສາດແມ່ນ​ມີຫຼາຍທີ່​ສຸດ, ວາງ​ຊີ​ຈື່​ໃນ​ຄ.ສ.ສະຕະ​ວັດ​ທີ 4 ກໍ​ແມ່ນ​ຜູ້​ເກັ່ງ​ກວ່າ​ໝູ່​ໃນ​ນັ້ນ.

ວາງ​ຊີ​ຈື່​ເກີດ​ໃນຄອບຄົວ​ນັກຂຽນ​ງາມ. ລຸງ​ແລະ​ອ້າຍ​ນ້ອງ​​ເຊິ່ງ​ເປັນ​ລູກ​ຂອງ​ລຸງ​ເພີ່ນ​ລ້ວນ​ແຕ່​ແມ່ນ​ຜູ້​ຂຽນ​ງາມ​ທີ່​ມີ​ຊື່​ສຽງ​ໃນ​ຄາວ​ນັ້ນ. ພໍອາຍຸ 7 ຂວບ, ວາງ​ຊີ​ຈື່​ກໍ​ຮຽນ​ການ​ຂຽນ​ງາມ​ນຳ​​ເວີ້​ຍ​ໂຊ້ ນັກ​ຂຽນ​ງາມ​ເພດ​ຍິງ​ທີ່​ມີ​ຊື່​ສຽງ​ໃນ​ຄາວ​ນັ້ນ. ວາງ​ຊີ​ຈື່​ຮຽນ​ນຳເວີ້​ຍ​ໂຊ້​ຈົນ​ຮອດ​ອາຍຸ 12 ປີ, ລະດັບ​ການ​ຂຽນ​ງາມ​​ໄດ້​ສູງ​ສົມຄວນ​ແລ້ວ.

ການ​ຂຽນ​ງາມຕົວ​ໜັງສື​ຈີນມີ​ມູນ​ເຊື້ອ​​ໜຶ່ງ, ​ເຊິ່ງກໍ​ຄື, ທະ​ແນມ​ແຕ່​ແມ່ນ​ພູຜາ​ແມ່​ນ້ຳແລະສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ, ກໍລ້ວນ​ແຕ່​ມີ​ຜົນ​ງານຂອງ​ນັກ​ຂຽນ​ງາມ​ທີ່​ມີ​ຊື່ສຽງຖືກ​ຄວັດ​ໃສ່ຝາ​​ຫລື​ປ້າຍ​ຫິນ​, ​ເພື່ອ​ໃຫ້​ຄົນ​​ຊົມ​ເບິ່ງ​ຫລື​ຂຽນ​ລອກ​ແບບ. ​ເພື່ອຫັດ​ຂຽນ​​ໃຫ້​ງາມ, ວາງ​ຊີ​ຈື່​ໄດ້​ຂຶ້ນພູ​ລົງ​ຫ້ວຍ, ຊອກ​ຫາ​ຜົນງານ​ຂອງ​ນັກ​ຂຽນ​ງາມ​​ໃນ​ສະ​ໄໝບູຮານ, ​ເມື່ອ​ຊອກ​ໄດ້​ຜົນງານ​​ແຜ່ນ​ໜຶ່ງ, ​ເພີ່ນ​ກໍ​ຄົ້ນຄຶດ​ຢ່າງ​ພຽນ​ໃຈ, ​ແລະຂຽນ​ລອກ​ແບບຊ້ຳຫຼາຍ​ເທື່ອ, ອັນ​ໄດ້​ສະ​ສົມຂໍ້​ມູນ​ເອກະສານ​ຂຽນ​ງາມ​ຢ່າງ​ຫລວງຫລາຍ. ຕາມ​ເວົ້າວ່າ, ວາງ​ຊີ​ຈື່​ໄດ້​ວາງ​ຕັ່ງ​ແລະ​ເຄື່ອງມື​ຂຽນ​​​ໄວ້​ຢູ່​ໃນ​ຫ້ອງ​ອ່ານໜັງສື ​ເດີ່ນ​ບ້ານ ຈົນກະທັ້ງຢູ່​ນອກ​ຫ້ອງ​ນ້ຳຂ, ​ເມື່ອ​ຄິດ​​ໄດ້​ຕົວ​ໜັງສື​ທີ່​ມີ​ອົງປະກອບ​ດີ, ກໍ​ຂຽນ​​ໃສ່​ເຈ້ຍ​ໂລດ.

ເລື່ອງ​ກ່ຽວ​ກັບ​ວາງ​ຊີ​ຈື່​ມີຢູ່​ຢ່າງ​ຫລວງຫລາຍ. ຕາມ​ເວົ້າວ່າ, ຕອນ​ເຊົ້າມື້ໜຶ່ງ, ວາງ​ຊີ​ຈື່​ກັບ​ລູກ​ຊາຍ​ວາງ​ຊ້ຽນຈື່​ຂີ່​ເຮືອ​ນ້ອຍ​ໄປ​ທ່ຽວຊົມ​ທິວ​ທັດ​ພູຜາ​ແມ່​ນ້ຳ, ຢູ່​ກາງ​ທາງ, ​ໄດ້​​ເຫັນ​ຫ່ານຂາວ​ຝູງ​ໜຶ່ງຢູ່​ແຄມ​ຝັ່ງ. ຮູບຊົງ​ໂງກໆ​ເງກໆ​ແລະ​ຍ່າງ​ແບບຖູ​ໄຖ​ຂອງ​ຝູງຫ່ານ, ​ປານ​ສໍ​ຟອຍ​ຍ່າງ​ຢູ່​ເທິງ​ເຈ້ຍ. ວາງ​ຊີ​ຈື່​ເບິ່ງ​ຈົນ​ຕາຄ້າງ, ​ເລີຍ​ເກີດ​ຄວາມ​ຮັກມັກ​ຕໍ່​ຫ່ານ​ຝູງ​ນີ້, ​​ຄິດ​ຢາກ​ຊື້​ເມືອ​ບ້ານ. ​ເຈົ້າຂອງ​ຫ່ານ​ແມ່ນ​ນັກບວດ​ສາສະໜາ​ເຕົາ. ​ເມື່ອ​ວາງ​ຊີ​ຈື່​ສະ​ເໜີ​ອອກ​ມາ​ວ່າ ​ຢາກ​ຊື້​ຫ່ານ​ຝູງ​ນີ້​ນຳ​ນັກບວດ​ສາສະໜາ​ເຕົານັ້ນ, ນັກບວດ​ເວົ້າວ່າ, ​ໃຫ້​ວາງ​ຊີ​ຈື່​ກ່າຍ​ເອົາ"ຄຳ​ພີ​ຮວງ​ຖິງ" ​ເຊິ່ງ​ເປັນ​ຄຳ​ພີ​ສາສະໜາ​ເຕົາ​ເພື່ອ​ເປັນ​ການ​ແລກ​ປ່ຽນ. ວາງ​ຊີ​ຈື່​ຢາກ​ໄດ້​ຫ່ານ​ແທ້, ​ເລີຍ​​ເຫັນ​ດີ​ນຳເງື່ອນ​ໄຂ​ທີ່​ນັກບວດ​ສະ​ເໜີ​ອອກ​ມາ. ປັດຈຸບັນ, ຄຳ​ພີ​ຮວງ​ຖິງກໍ​ແມ່ນຜົນງານ​ສຳຄັນ​ໃນ​ປະຫວັດ​ການ​ຂຽນ​ງາມ​ຂອງ​ຈີນ.
1  2