|
|
(GMT+08:00)
2005-12-21 21:45:33
|
|
[ວາງຊີຈື່]
cri
Author: mo
ມີເທື່ອໜຶ່ງ, ວາງຊີຈື່ໄປຕະຫຼາດ, ເຫັນແມ່ເຖົ້າຜູ້ໜຶ່ງພວມຂາຍວີໄມ້ໄຜ່, ເຖິງວ່າວີໄມ້ໄຜ່ຂາຍຖືກຫລາຍ, ແຕ່ກໍ່ບໍ່ຊູ່ມີຄົນມາຊື້. ວາງຊີຈື່ຈັບເອົາວີຂຶ້ນ, ມາຂຽນຕົວໜັງສື 5 ຕົວໃສ່ວີທຸກອັນ. ແມ່ເຖົ້າບໍ່ເຂົ້າໃຈວ່າແມ່ນຍ້ອນຫຍັງ, ວາງຊີຈື່ບອກເພີ່ນວ່າ:"ທະແນມແຕ່ເວົ້າວ່າແມ່ນຕົວໜັງສືຂອງວາງຊີຈື່, ວີແຕ່ລະອັນກໍຈະແພງຂຶ້ນ 10 ເທົ່າ". ແມ່ເຖົ້າເຮັດຕາມຄຳເວົ້າຂອງເພີ່ນ, ໃນທີ່ສຸດ, ວີກໍ່ຖືກຍາດຊື້ກັນໝົດ. ຄົນຮຸ້ນຫລັງເພື່ອລະລຶກວາງຊີຈື່, ເລີຍເອີ້ນຂົວຫິນທີ່ແມ່ເຖົ້າຂາຍວີນັ້ນເປັນ"ຂົວຂຽນຕົວໜັງສືໃສ່ວີ".
ຜົນງານຂຽນງາມທີ່ດີກວ່າໝູ່ຂອງວາງຊີຈື່ແມ່ນບົດ"ລານຖິງຈີຊູ້"--ເພີ່ນຂຽນໃນໄວກາງຄົນ. ນີ້ແມ່ນຄຳນຳໜ້າທີ່ເພີ່ນຂຽນໃຫ້ປະມວນບົດກອນເຫຼັ້ມໜຶ່ງ.
ວັນທີ 3 ມີນາປີ 353, ວາງຊີຈື່ກັບປັນຍາຊົນຈຳນວນໜຶ່ງເຊິ່ງລວມທັງນັກຂຽນງາມແລະນັກກະວີທີ່ມີຊື່ສຽງໃນຄາວນັ້ນລວມ 41 ຄົນໄປກິນເຫຼົ້າແຕ່ງກາບກອນຢູ່ແຄມແມ່ນ້ຳຂອງເມືອງລານຖິງ, ມ່ວນຂະໜາດເລີຍ. ເມື່ອແຕ່ງກາບກອນແລ້ວໆ, ມີຄົນສະເໜີໃຫ້ຈັດກາບກອນເຫຼົ່ານີ້ເປັນປື້ມ, ແລະພາກັນສະເໜີໃຫ້ວາງຊີຈື່ແຕ່ງຄຳນຳໜ້າ. ເວລານັ້ນ, ວາງຊີຈື່ເກືອບເມົາເຫຼົ້າແລ້ວ, ເພີ່ນເລີຍຈັບສໍຟອຍ, ຂຽນຄຳນຳໜ້າບົດໜຶ່ງໃສ່ເຈ້ຍມອນ, ນີ້ກໍແມ່ນບົດ"ລານຖິງຈີຊູ້"ທີ່ຕົກທອດມາຮອດຄົນຮຸ່ນຫລັງ. ແຕ່ເດີມ, ຜົນງານຂຽນງາມບົດນີ້ພຽງແຕ່ແມ່ນສະບັບຮ່າງທໍ່ນັ້ນ, ມີທັງໝົດ 28 ແຖວ, ມີຕົວໜັງສື 324 ໂຕ. ໄດ້ບັນທຶກສະພາບຊຸມນຸມຂອງປັນຍາຊົນທັງຫຼາຍໃນຄາວນັ້ນ. ຜູ້ຂຽນຍ້ອນມີຄວາມຫ້າວຫັນໃນຄາວນັ້ນ, ຈຶ່ງຂຽນໄດ້ງາມຫລາຍ, ຕາມເວົ້າວ່າ, ພາຍຫລັງມາ, ເພີ່ນໄດ້ຂຽນໃໝ່ຫລາຍເທື່ອ, ແຕ່ກໍບໍ່ສາມາດຂຽນງາມຄືແຕ່ກ່ອນໄດ້.
ສິລະປະຂຽນງາມຂອງບົດ"ລານຖິງຈີຊູ້"ໄດ້ຮັບຄວາມເຄົາລົບນັບຖືຫລາຍຈາກນັກຂຽນງາມທຸກສະໄໝ. ໃນບົດນັ້ນ ມີຕົວໜັງສື"ຈື່" 20 ກວ່າໂຕ, ແຕ່ລະໂຕລ້ວນແຕ່ຂຽນບໍ່ຄືກັນ, ສໍຟອຍໄດ້ສະແດງສິລະປະຂຽນງາມຕົວໜັງສືຈີນໄດ້ເຖິງລະດັບສູງສຸດ. ຫລັງຈາກນັ້ນ 300 ປີ, ລີຊື້ມີນ ເຈົ້າຊີວິດຂອງລາຊະວົງຖາງຮັກຫອມແລະຖະນຸຖະໜອມບົດ"ລານຖິງຈີຊູ້"ທີ່ສຸດ, ພະອົງໄດ້ເອົາບົດ"ລານຖິງຈີຊູ້"ສະບັບຂຽນກ່າຍເປັນຂອງຂວັນອັນລ້ຳຄ່າມອບໃຫ້ເສນາບໍດີທັງຫລາຍ. ເມື່ອສະຫວັນນະຄົດແລ້ວ, ໄດ້ເອົາປື້ມສະບັບແທ້ໄປຝັງນຳກັນ. ພາຍຫລັງມາ, ສະບັບແທ້ຖືກລັກແລະສູນຫາຍໄປ, ສະບັບທີ່ຕົກທອດມາຮອດຊູ່ມື້ນີ້ພຽງແຕ່ແມ່ນບົດ"ລານຖິງຈີຊູ້"ສະບັບຂຽນກ່າຍທໍ່ນັ້ນ, ແຕ່ກໍຍັງມີຄຸນຄ່າສູງທີ່ສຸດ. 1 2
|
|
|