ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-28 22:23:26    
ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​​ແຍກ​ອອກ​ພົບ​ປະ​ທ່ານ​ເຈິ່ງ​ອິ່ນ​ຊວນ​ແລະ​ທ່ານ​ເຮີ​ໂຮ້​ຮວາ

cri Author: zhangshuo


ຕາມ​ຂ່າວCRI:ວັນ​ທີ28​ທັນວາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​​ແຍກ​ອອກພົບ​ປະທ່ານ​ເຈິ່ງ​ອິ່ນ​ຊວນ ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດຮົງ​ກົງ​ແລະ​ທ່ານ​ເຮີ​ໂຮ​ຮວາ ຜູ້​ວ່າ​ການ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ​ທີ່​ມາລາ​ຍງານ​ວຽກ​ງານ.

​ໃນ​ເວລາ​ພົບ​ປະ​ທ່ານ​ເຈິ່ງ​ອິ່ນ​ຊວນ,ທ່ານ​ເວີ່ນ​ເຈ່ຍ​ປາວ​ເວົ້າວ່າ: "ການພັດທະນາ​ໂຄງ​ປະກອບ​ການ​ເມືອງ​ປະຊາທິປະ​ໄຕ​ຂອງ​ຮົງ​ກົງ​ແມ່ນ​ຫຼັກໝັ້ນສະ​ເໝີ​ຕົ້ນສະ​​ເໝີ​ປາຍ​ຂອງ​ສູນ​ກາງ,​ເລື່ອງ​ນີ້​ຕ້ອງ​ດຳ​ເນີນ​ໄປ​ຢ່າງໝັ້ນທ່ຽງ ປອດ​ໃສ​ແລະ​ມີ​ລະບຽບ.​ເຊັ່ນ​ດຽວ​ກັນ, ການ​ສະໜັບສະໜູນ​ການ​ພັດທະນາ​ເສດຖະກິດ​ຂອງ​ຮົງ​ກົງ​ກໍ​ແມ່ນ​ທິດ​ທາງ​ທີ່​ໝັ້ນໜຽວບໍ່​ປ່ຽນ​ແປງ​ຂອງ​ສູນ​ກາງ.ທະ​ແນມ​ແຕ່​ແມ່ນ​ເລື່ອງ​ທີ່​ມີ​ຜົນ​ດີ​ຕໍ່​ຄວາ​ມຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຂອງ​ຮົງ​ກົງ,ມີ​ຜົນ​ດີ​ຕໍ່​ການ​ປົວ​​ແປງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຮົງ​ກົງ,ພວກ​ຂ້າພະ​ເຈົ້າກໍ​ຈະ​ເຮັດ​ຕໍ່​ໄປ,ນະ​ໂຍບາຍ​ຂອງ​ພວກ​ຂ້າພະ​ເຈົ້າບໍ່ຫ່ອນ​ຊິ​ປ່ຽນ​ແປງ."

ທ່ານ​ເວີ່​ນ​​ເຈ່ຍ​ປາວ​ເວົ້າວ່າ,​ຕັ້ງແຕ່​ທ່ານ​ເຈິ່ງ​ອິ່ນ​ຊວນ​ຂຶ້ນຮັບ​ຕຳ​ແໜ່​ງ​ເປັນ​ຜູ້​ວ່າການ​ບໍ​ລິ​ຫານ​ມາ​ນີ້,​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ຫຼວງຫຼາຍ​ເພື່ອ​ຊຸກຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຮົງ​ກົງ​ໃຫ້​ຈະ​ເລີ​ນ​ແລະ​ສະຖຽນ​ລະ​ພາບ​ແລະຄວາມ​ປອງດອງ​ກັນ​ຂອງ​ສັງຄົມ​ຮົງ​ກົງ,​​ໄດ້​ຮັບ​ໝາກຜົນ​ອັນ​ຕັ້ງ ໜ້າ.

1  2