ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-12-28 22:23:26    
ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​​ແຍກ​ອອກ​ພົບ​ປະ​ທ່ານ​ເຈິ່ງ​ອິ່ນ​ຊວນ​ແລະ​ທ່ານ​ເຮີ​ໂຮ້​ຮວາ

cri Author: zhangshuo


​ໃນ​ເວລາ​ພົບ​ປະ​ທ່ານ​ເຮີ​ໂຮ້ຮວາ,ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​ຢືນຢັນຜົນງານ​ທາງ​ວຽກ​ງານ​ທີ່​ທ່ານ​ເຮີ​ໂຮ້ຮວາ​ແລະ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ​ໄດ້​ຮັບ​ໃນ​ໜຶ່ງ​ປີ​ມາ​ນີ້.ທ່ານ​ເວົ້າວ່າ: "ຫວ່າງ​ມໍ່ໆ​ນີ້,ຂ້າພະ​ເຈົ້າ​ໄດ້ອ່ານ​ບົດ​ລາຍ​ງານ​ການ​ປົກຄອງ​ຂອງ​ຜູ້​ວ່າການ​ບໍລິຫານ,ຂ້າພະ​ເຈົ້າ​ໄດ້​ເຫັນ​ວ່າ,​ເສດຖະກິດ​ຂອງ​ມາ​ກາວພັດ​ທະນາ​ຢ່າງ​ວ່ອງ​ໄວ,ກຳລັງ​ການ​ເງິນ​ໄດ້​ເຂັ້ມ​ແຂງ​ຂຶ້ນ,ຢູ່​ບົນ​ພື້ນຖານ​ດັ່ງກ່າວ,​ອົງການ​ປົກຄອງເຂດ​ບໍລິຫານ​ພິ​ເສດ​ມາ​ກາວເອົາ​ໃຈ​ໃສ່ນຳ​ການ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນພິ​ເສດ,​ສິ່ງ​ທີ່​​ເຮັດ​ໃຫ້​ຂ້າພະ​ເຈົ້າ​ປະ​ທັບ​ໃຈ​​​ເລິກ​ເຊິ່ງ​ທີ່​ສຸດ​ແມ່ນອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ໄດ້ສະ​ເໜີ​ອອກ​ມາ​ວ່າຈະ​ບັນລຸ​ການ​ສຶກສາ​ພາກ​ບັງຄັບ15ປີ​​ເມື່ອຮອດ​ປີ2009ຫຼືປີ2010,ຂ້າພະ​ເຈົ້າ​ເຫັນ​ວ່າ​ນີ້​ແມ່ນ​ເລື່ອງ​ທີ່​ຍິ່ງ​ໃຫຍ່."

ທ່ານ​ເວີ່​ນ​ເຈ່ຍ​ປາວ​ໄດ້​ໃຫ້​ກຳລັງ​ໃຈ​​ແກ່ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວ​ແລະ​ພີ່​ນ້ອງ​ຮ່ວມ​ຊາດ​ອັນ​ໄພສານ​ຂອງ​ມາ​ກາວຈົ່ງບາກ​ບັ່ນ​ສູ້​ຊົນ,ຊຸກຍູ້​ພາລະກິດ​ທຸກ​ລາຍ​ຂອງ​ມາ​ກາວ​ສືບ​ຕໍ່ກ້າວ​ໄປ​ໜ້າ​.
1  2