ຫງວນຈີແມ່ນນັກກະວີທີ່ມີຊື່ສຽງຂອງຈີນໃນສະຕະວັດທີ 3. ເພີ່ນມີການກະທຳຕ່າງໝູ່, ເປັນຄົນພິເສດບົນເວທີວັດທະນະທຳ, ແຕ່ວ່າກາບກອນຂອງເພີ່ນພັດມີຖານະສຳຄັນຫລາຍໃນປະຫວັດວັນນະຄະດີຈີນ. ລະຫວ່າງທ້າຍສະຕະວັດທີ 2 ຫາຕົ້ນສະຕະວັດທີ 3, ຈີນແມ່ນຢູ່ໃນໄລຍະວຸ້ນວາຍ. ເມືອງເວີ້ຍ ເມືອງສູ ແລະເມືອງອູໄດ້ສູ້ຢັນກັນ, ສາມລັດດັ່ງກ່າວໄດ້ລົບເລວກັນບໍ່ຢຸດບໍ່ເຊົາ, ໃຜໆກໍຢາກເປັນເຈົ້າຄອງທົ່ວປະເທດ. ໃນນັ້ນ, ເມືອງເວີ້ຍມີກຳລັງເຂັ້ມແຂງກວ່າອີກສອງເມືອງ. ຫງວນຈີກໍແມ່ນນັກກະວີຂອງເມືອງເວີ້ຍ. ບົດກາບກອນຂອງເພີ່ນມີຖານະສຳຄັນທີ່ສຸດໃນປະຫວັດສາດກາບກອນຂອງຈີນ. ແຫຼ່ງກາບກອນຂອງຈີນແມ່ນຊຸມນຸມ"sijing" ເຊິ່ງເປັນຊຸມນຸມກາບກອນພື້ນເມືອງ. ຊຸມນຸມນີ້ຮຽບຮຽງຢູ່ລະຫວ່າງກ່ອນ ຄ.ສ. ສະຕະວັດທີ 10 ຫາກ່ອນຄ.ສ.ສະຕະວັດທີ 7, ບົດກາບກອນສ່ວນຫລາຍແມ່ນແຖວໜຶ່ງມີຕົວໜັງສືຈີນ 4 ໂຕ, ພາສາຈີນເອີ້ນວ່າ 4 ອຽນ. ໃນຫລາຍຮ້ອຍປີພາຍຫລັງມາ, ກາບກອນຂອງຈີນໄດ້ຄ່ອຍໆຈາກຕົວໜັງສືຈີນແຖວລະ 4 ຄຳ ເພີ່ມຂຶ້ນຮອດ 5 ຄຳ, ແລ້ວເພີ່ມຮອດ 7 ຄຳ, ເມື່ອຮອດລາຊະວົງຖາງຂອງຈີນແຕ່ຄ.ສ.ສະຕະວັດທີ 7 ຫາຄ.ສ.ສະຕະວັດທີ 10, ກາບກອນຂອງຈີນໄດ້ຂະຫຍາຍຮອດລະດັບສຸດຍອດ, ນັກກະວີຜູ້ດີເລີດງວດໜຶ່ງຄືລີປາຍ ຕູ້ຝູ ແລະປາຍຈູ່ອີ້ເປັນຕົ້ນໄດ້ປະກົດຕົວອອກ. ໃນນັ້ນ, ການຂະຫຍາຍຕົວຂອງຄຳກອນ 5 ຄຳໄດ້ມີບົດບາດສືບອັນກ່ອນຕໍ່ອັນລຸມ. ຫງວນຈີກໍແມ່ນບຸກຄົນທີ່ສຳຄັນຍິ່ງໃນຂະບວນວິວັດດັ່ງກ່າວນີ້.
ບົດກາບກອນຂອງຫງວນຈີທີ່ສືບທອດກັນມາຮອດປັດຈຸບັນກໍແມ່ນ"ປື້ມກອນຢົງຫວຍ" ແປວ່າປື້ມກອນລະບາຍອາລົມຈິດ. ມີບົດກອນ 82 ບົດ. ກາບກອນເຫຼົ່ານີ້ສ່ວນຫລາຍແມ່ນຄຳກອນ 5ຄຳ, ລ້ວນແຕ່ແມ່ນບົດລະບາຍອາລົມຈິດ. ຍ້ອນວ່າຫງວນຈີດຳລົງຊີວິດໃນສະພາບແວດລ້ອມການເມືອງອັນພິເສດ, ບວກກັບເພີ່ນມີນິດໃສໃຈຄໍແລະທ່າທີດຳລົງຊີວິດທີ່ເປັນເອກະລັກພິເສດ, ດັ່ງນັ້ນກາບກອນຂອງເພີ່ນກໍມີເອກະລັກພິເສດ. ກາບກອນໃນ"ປື້ມກອນຢົງຫວຍ"ຂອງເພີ່ນອາດແບ່ງເປັນສອງປະເພດ, ໜຶ່ງແມ່ນກາບກອນທີ່ວາດພາບປະສົບການແລະອຸດົມການຂອງຕົນ. ຕົວຢ່າງຄື: ບາງບົດໄດ້ບັນທຶກເລື້ອງຮຽນດາບໃນໄວໜຸ່ມຂອງຕົນ, ບາງບົດບັນທຶກແນວຄິດເຊື່ອງຕົວຢາກເປັນເທວະດາຂອງຕົນເປັນຕົ້ນ. ອີກປະເພດໜຶ່ງແມ່ນກາບກອນທີ່ມີສີສັນການເມືອງ. ກາບກອນປະເພດນີ້ເນື້ອໃນຄຸມເຄືອ, ບາງບົດຂຽນວ່າຕົນເອງບໍ່ຢາກເຮັດເລື່ອງຊົ່ວເລື້ອງຮ້າຍນຳຄົນອື່ນ, ບາງບົດສະແດງຄວາມເປັນຫ່ວງເປັນໃຍນຳອະນາຄົດຂອງປະເທດຊາດ. ໃນກາບກອນບົດໜຶ່ງ, ເພີ່ນຂຽນວ່າ,"ຮັກສາຕົນເອງບໍ່ໄດ້, ຈະຮັກສາລູກເມຍແນວໃດ?" ອາລົມໜັກອົກໜັກໃຈໄດ້ສ່ອງແສງຢູ່ໃນກາບກອນນີ້. ນັກຄົ້ນຄວ້າເຫັນວ່າ, ກາບກອນລະບາຍອາລົມຈິດຂອງຫງວນຈີ, ບໍ່ພຽງແຕ່ສະແດງໃຫ້ເຫັນປະສົບການແລະແນວຄິດຂອງຜູ້ຂຽນທໍ່ນັ້ນ, ຫາກຍັງໄດ້ສ່ອງແສງໃຫ້ເຫັນສະພາບສັງຄົມໃນຄາວນັ້ນ, ມີຄຸນຄ່າເປັນເອກະສານປະຫວັດສາດ.
1 2
|