ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-17 20:45:21    
ບຸກ​ຄົນ​ເສດ​ຖະ​ກິດ​ສົກ​ປີ​2005​ສະ​ແດງ​ໃຫ້​ເຫັນ​ຈຸດ​ຮຸ່ງ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ(ສຽງ)

cri


ຜ່ານຈາກການປ່ອນບັດຂອງມວນຊົນແລະການປະກວດຂອງຜູ່ຊ່ຽວຊານ,ຫວ່າງມໍ່ໆນີ້
ໄດ້ສະເຫຼີຍ"ບຸກຄົນເສດຖະກິດຈີນສົກປີ2005"ຢ່າງເປັນທາງການ.ບຸກຄົນເສດຖະກິດ
10ຄົນທີ່ຖືກປະກວດອອກມາຈາກວົງການວິສາຫະກິດໝົດ,ພວກເຂົາເຈົ້າໄດ້ຮັບຄວາມ ຊົມຊອບຈາກສາທາລະນະຊົນແລະໄດ້ຮັບການຢືນຢັນຈາກຜູ່ຊ່ຽວຊານນັ້ນມີມູນເຫດ
ຕ່າງກັນ,ຜົນງານທຸລະກິດວິສາຫະກິດແລະການປະກອບສ່ວນຕໍ່ການພັດທະນາເສດ ຖະກິດສັງຄົມຂອງຈີນເປັນຕົ້ນລ້ວນແຕ່ແມ່ນປັດໄຈສຳຄັນໃນການປະກວດ.

ໃນ20ກວ່າປີທີ່ຜ່ານມາ,ເສດຖະກິດຈີນໄດ້ຮັບໝາກຜົນທີ່ປະຈັກຕາຊາວໂລກ,ຈັງຫວະ
ເຕີບໂຕຂອງGDPຢູ່ໃນລະດັບ9%ຂຶ້ນໄປໄດ້ເຮັດໃຫ້ຍອດປະລິມານເສດຖະກິດຂອງ
ຈີນຂຶ້ນເປັນທີ6ຂອງໂລກໃນປີ2004.ແຕ່ວ່າ,ໃນຂະນະທີ່ເສດຖະກິດເຕີບໂຕດ້ວຍ
ຄວາມໄວສູງ,ບັນຫາຕ່າງໆເຊັ່ນຄວາມສາມາດປະດິດສ້າງຂອງວິສາຫະກິດຈີນບໍ່ແຂງ
ແຮງ,ມູນຄ່າເພີ່ມຂອງຜະລິດຕະພັນຕ່ຳເປັນຕົ້ນໄດ້ຄ່ອຍໆປະກົດອອກມາ.ເພື່ອຮັກສາ
ໃຫ້ເສດຖະກິດຈີນພັດທະນາຢ່າງສືບເນື່ອງ,ຊາວຈີນນັບມື້ນັບຫຼາຍຮຽກຮ້ອງໃຫ້ວິສາ
ຫະກິດພັດທະນາຜະລິດຕະພັນໄຮເທັກທີ່ມີສິດຊັບສິນທາງປັນຍາຂອງຕົນ.

ຍ້ອນ​ວ່າທ່ານເຕິ້ງຈົ່ງຮ້ານ ເຈົ້າໜ້າທີ່ບໍລິຫານສູງສຸດຂອງບໍລິສັດມີໂກຼເອເລັກຕຼົງ
ຈົ່ງຊິງຈຳກັດໄດ້ນຳພາວິສາຫະກິດພັດທະນາ"ຊິບຈີນ" ຊິບສາລະພັດສື່ດີຈີຕອນ,
ເຊິ່ງໄດ້ກວມໂກຕາຕະຫຼາດຊິບວາດພາບຂອງຄອມພິວເຕີໃນທົ່ວໂລກ60%ຂຶ້ນໄປ
ພາຍໃນ6ປີ.ສະນັ້ນ,ທ່ານເຕິ້ງຈົ່ງຮ້ານຈິ່ງໄດ້ຮັບລາງວັນສູງສຸດຂອງບຸກຄົນເສດຖະ
ກິດຈີນສົກປີ2005ຢ່າງບໍ່ມີການໂຕ້ຖຽງກັນ.ໃນພິທີມອບລາງວັນ,ທ່ານເວົ້າວ່າ,ວິສາ ຫະກິດຖືການປະດິດສ້າງເປັນເປົ້າໝາຍຈະກາຍເປັນທ່ວງທ່າທີ່ຕ້ອງເປັນໄປໃນການ
ພັດທະນາເສດຖະກິດຂອງຈີນໃນອະນາຄົດ.ທ່ານເວົ້າວ່າ:

"ຂ້າພະເຈົ້າເຫັນວ່າຂ້າພະເຈົ້າໄດ້ຮັບລາງວັນດັ່ງກ່າວຕາງໜ້າຄົນເຊັ່ນໜຶ່ງທີ່ບາກບັ່ນ
ສູ້ຊົນບົນເສັ້ນທາງສະແຫວງຫາການປະດິດສ້າງຢ່າງເປັນເຈົ້າຕົນເອງ.ຂ້າພະເຈົ້າເຫັນ
ວ່າ,ລາງວັນນີ້ເປັນສັນຍະລັກທີ່ສະແດງໃຫ້ເຫັນວ່າ,ພວກເຮົາໄດ້ສ້າງເສດຖະກິດແບບ
ປະດິດສ້າງທີ່ຖືຕະຫຼາດເປັນສິ່ງນຳພາ,ຖືການປະດິດສ້າງຂອງວິສາຫະກິດເປັນອັດຕະ
ພາບແລະມີສິດຊັບສິນທາງປັນຍາຂອງ​ຕົນເປັນແກນກາງ."

ຖ້າເວົ້າວ່າທ່ານເຕິ້ງຈົ່ງຮານແລະບໍລິສັດຂອງທ່ານໄດ້ຕາງໜ້າເສັ້ນທາງປ່ຽນແປງໃໝ່
ຂອງການພັດທະນາເສດຖະກິດຈີນແລ້ວ,ທ່ານຟູເສິງຢູ ຜູ່ຈັດການໃຫຍ່ບໍລິສັດນ້ຳມັນເ
ຊື້ອໄຟທະເລຈີນໄດ້ຮັບປະກວດນັ້ນ,ກໍສະແດງໃຫ້ເຫັນວ່າ,ແລວຄວາມຄິດຂອງວິສາ
ຫະກິດຈີນທີ່ຂະຫຍາຍໄປພົ້ນທະເລໄດ້ຮັບການສະໜັບສະໜູນແລະຢືນຢັນຈາກຊາວ
ຈີນຫຼາຍໆຄົນ.

ປີ2005,ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ທະ​ເລ​ຈີນ​ໄດ້​ສະ​ເໜີ​ລາຄາຮັບ​ຊື້18​ຕື້​500​ລ້ານ​ໂດ​ລາ​ສະ​ຫະ​ລັດ​ຕໍ່​ບໍລິສັດ​ຢູ​ໂນ​ໂຄ​ວ ບໍລິສັດ​ນ້ຳມັ​ນ​ເຊື້ອ​ໄຟ​ໃຫຍ່​ທີ9​ຂອງ​ອາ​ເມ​ລິ​ກາ.​ເຖິງ​ວ່າ​ແຜນ​ການ​ຮັບ​ຊື້​ລາຍ​ນີ້ບໍ່​ໄດ້​ສຳ​ເລັດ​ຜົນຍ້ອນ​ກຳ​ລັງ​ກົດ​ໜີບ​ດ້ານ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ​ກໍ​ຕາມ,​ແຕ່​ ​ທ່ານ​ຟູ້​ເສິງ​ຢູ້​ເຫັນ​ວ່າ,ປະສົບ​ການ​ເທື່ອ​ນີ້​ພັດ​​ເຮັດ​ໃຫ້​ບໍ​ລິ​ສັດ​ນ້ຳ​ມັນ​ເຊື້ອ​ໄຟ​ທະ​ເລ​ຈີນ​ຈົນ​ກະທັ້ງທົ່ວ​ວົງ​ການ​ວິ​ສາ​ຫະກິດ​ຈີນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ບໍ່​ໜ້ອຍ.​ທ່ານ​ເວົ້າ​ວ່າ:

"ຂາຫຸ້ນ​ຂອງ​ພວກ​​ເຮົາ​ບໍ່​ໄດ້​ເຫັນ​ວ່າ​ພວກ​ເຮົາ​ປະ​ລາ​ໄຊ​ແລ້ວ,​ເພາະ​ວ່າ​ພວກ​ເຮົາ​ໄດ້​ສູ້​ກັບ​ຄູ່​​ແຂ່ງໃນ​ຕະຫຼາດ​ທຶນ​ສາກົນ​​ຕາມ​ກະຕິ​ກາສາ​ກົນ,ບັນດາ​ຂາ​ຫຸ້ນ​ຮູ້ສຶກ​ດີ​ໃຈ​ຫຼາຍ​ຕໍ່​ການ​ປະ​ພຶດ​ຂອງ​ພວກ​ເຮົາ,​ຕະ​ຫຼາດ​ທຶນກໍ​ເຫັນ​ວ່າ​ບໍ​ລິ​ສັດ​ພວກ​ເຮົາ​ແມ່ນ​ວິ​ສາ​ຫະ​ກິດ​ທີ່​ສຸກ​ງອມ.​ນອກ​ນີ້,​ການ​ສູ້​ຢັນ​ກັນ​ເທື່ອ​ນີ້​ໄດ້​ສ້າງ​​ໂສມ​ໜ້າ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ຢູ່​ຕະ​ຫຼາດ​ສາ​ກົນ,​ເສຍ​ເງິນ​ຫຼາຍ​ເທົ່າ​ໃດ​ກໍ​ຊື້​​ໂສມ​ໜ້າ​ນີ້ບໍ່​ໄດ້."

ຜູ່​ແທນ​ລັດ​ວິ​ສາ​ຫະກິດ​ທີ່​ໄດ້​ຮັບ​ປະ​ກວດເປັນ​ບຸກຄົນ​​ເສດຖະກິດ​ຈີນ​ສົກ​ປີ2005​ຍັງ​ມີ​ທ່ານ​ພານ​ກ່າງ ປະທານ​ຄະນະ​ອຳນວຍ​ການ​ກຸ່ມ​ອີ​ລີ,ທ່ານ​ເວີຍ​ເຈຍ​ຟູ ຜູ່​ອຳນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ​ຂົນ​ສົ່ງ​ທາງ​ທະ​ເລ​ຈີນ,ທ່ານ​ຖານ​ຊູ​ກວ່າ​ງ ປະທານ​ຄະນະ​ອຳນວຍ​ການ​ບໍລິສັດ​ແມ່​ແຮງ​ເວິ​ຍສາຍ​ຫຸ້ນ​ສ່ວນ​ຈຳກັດ​ແລະ​ທ່ານ​ໂຈ່​ວ​ໂຮ້ວຈ້ຽນ ປະທານ​ຄະນະ​ອຳນວຍ​ການ​ກຸ່ມ​ບໍລິສັດ​ຮາ​ຍຊິນ.

1  2