|
|
 |
| (GMT+08:00)
2006-01-17 21:00:04
|
 |
|
ນາງລຽງຢົງສີກັບເພງຂອງນາງ(ສຽງ)
cri
Author: MO

ເພງໃໝ່ສາມເພງລວມທັງເພງ ໄປຕາມເຂັມໂມງ ໃນCDແຜ່ນນີ້ລ້ວນແຕ່ແຕ່ງຕາມເລື່ອງຂອງແຟນເພງ. ນາງລຽງຢົງສີເວົ້າວ່າ, ແຕ່ຂຶ້ນສູ່ເວທີເພງມານີ້, ມີແຟນເພງຫຼວງຫຼາຍມັກຂຽນຈົດໝາຍມາໃຫ້ນາງເລົ່າຄວາມມ່ວນຊື່ນເບີກບານ ແລະຄວາມໂສກເສົ້າເສຍໃຈຂອງພວກເຂົາເຈົ້າສູ່ນາງຟັງ. ນາງເວົ້າວ່າ, ເລື່ອງຂອງແຟນເພງເປັນໜ້າສົນໃຈ, ໃນເມື່ອບໍ່ມີເວລາລົມກັບແຟນເພງໂດຍກົງ, ຂ້ອຍກໍຮ້ອງເພງລະດົມໃຈຫລືປອບໃຈພວກເຂົາເຈົ້າ. ເພງPian jian ຄວາມເຫັນລຳອຽງ ທີ່ທ່ານຈະໄດ້ຟັງຕໍ່ໄປ, ກໍ່ໄດ້ສະແດງອາລົມອັນໂສກເສົ້າອ່ອນໂຍນຂອງນາງ.  ເນື້ອເພງມີຢູ່ວ່າ: ຄວາມຮັກແມ່ນຄວາມເຫັນລຳອຽງ, ຖ້າວ່າກັບຕ່າວຄືນໄດ້, ຂ້ອຍເຂົ້າໃຈວ່າ, ຄວາມຮັກນັ້ນຫຼາຍເຫຼືອເກີນແລ້ວ. ເຈົ້າເບິ່ງດ້ວຍສາຍຕາເຍືອກເຢັນ, ບາດໃຈຢ່າງໜັກ. ຂ້ອຍເໝືອນດັ່ງຢືນຢູ່ເທິງພູທີ່ບໍ່ມີຄົນ, ຂ້ອຍຖືກປະໄວ້ຢູ່ນອກໜ່ວຍໂລກ, ຂ້ອຍຮູ້ແລ້ວວ່າ, ເຈົ້າຈະບໍ່ກັບຄືນມາອີກ.
ນອກຈາກເພງໃໝ່ 3 ເພງແລ້ວ, ການຄັດເລືອກເອົາເພງອື່ນ, ກໍບໍ່ແມ່ນເລື່ອງງ່າຍ. ນາງລຽງຢົງສີເວົ້າວ່າ, ການຄັດເລືອກເພງເກົ່າແມ່ນເລື່ອງເຈັບຫົວຫລາຍ, ມີຫລາຍເພງຢາກຈັດເຂົ້າໃນCDແຜ່ນນີ້. ເຊັ່ນເພງHua huo ເຊື້ອໄຟ ທີ່ແຕ່ງໂດຍນາງເອງ, ແມ່ນເພງທີ່ນາງມັກທີ່ສຸດ, ເພາະວ່າເພງນີ້ໄດ້ມີປະສົບການໃນຊີວິດຂອງນາງເອງ, ແລະກໍແມ່ນເພງທີ່ສະແດງໃຫ້ເຫັນນາງຫັນປ່ຽນຈາກເດັກຍິງທີ່ໜ້າຮັກກາຍເປັນສັດຕີທີ່ມີຄວາມໝັ້ນໃຈຕໍ່ຕົນເອງ. ຕໍ່ໄປເຊີນຟັງເພງ Hua huo ເຊື້ອໄຟ.

1 2 3
|
|
|