ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-24 10:22:44    
ຂະ​ແໜງການ​ບໍລິການ​ຂອງ​ຈີນ(ສຽງ)

cri

ຂະ​ແໜງການ​ບໍລິການ​ແມ່ນ​ກຳ​ລັງ​ສຳ​ຄັນ​ທີ່​ຊັກ​ນຳ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ປັດ​ຈຸ​ບັນ.​ໃນ​ຫຼາຍ​ປີ​ມາ​ນີ້,ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ຈີນ​ກໍ​ໄດ້​ພັດ​ທະ​ນາ​ຢ່າງ​ໄວ​ວາ,​ບໍ່​ວ່າ​ຂະ​ແໜງ​ການ​ກິ່ນ​ດື່ມ,ການ​ຂ່າຍ​ຍ່ອຍ,​ຫຼື​ວ່າ​ການ​ຈໍ​ລະ​ຈອນ​ສິນ​ຄ້າ,​ການ​ທ່ອງ​ທ່ຽວ,​ການ​ທະ​ນາ​ຄານ,​ຂະ​ແໜງ​ການ​ບໍ​ລິ​ການ​ຊະ​ນິດ​ຕ່າງໆ​ລ້ວນ​ແຕ່​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ຟົດ​ຟື້ນ.​

ທ່ານ​ນາງ​ລີ​ຮຸ້ຍ ​ເຮັດ​ວຽກ​ຢູ່​ເສີນ​ເຈິ້ນ ​ເມືອງ​ພາກ​ໃຕ້​ຂອງ​ຈີນ,​ຫວ່າງ​ມໍ່ໆ​ນີ້,​ມີ​ເລື່ອງ​ໜຶ່ງ​ນາງ​ຮູ້​ສຶກ​ດີ​ໃຈ​ທີ່​ສຸດ​ຄື,​ນາງ​ໄດ້​ປະ​ກົດ​ເຫັນ​ວ່າ​ຈະ​ສັ່ງ​ຊື້​ອາ​ຫານ​ຜ່ານ​ຈາກ​ອິນ​ເຕີ​ເນັດ​ໄດ້,​ແລ້ວ​ກໍ​ສາ​ມາດ​ກິນ​ອາ​ຫານ​ແຊບໆ​ທີ່​ຮ້ານ​ຄ້າ​ສົ່ງ​ມາ​ຮອດ​ເຮືອນ​.ນາງ​ເວົ້າ​ວ່າ:"​ໃນ​ມື້​ພັກ,​ຢູ່​ເຮືອນ,​ຂີ້​ຄ້ານ​ແຕ່ງ​ກິນ​,ກໍ​ບໍ່​ຢາກ​ໄປ​ກິນ​ຢູ່​ນອກ​ເຮືອນ,​ ​ໄດ້​ຍິນ​ວ່າ​ ​ສັ່ງ​ອາ​ຫານ​ຢູ່​ອິນ​ເຕີ​ເນັດ​ໄດ້,​ກໍ​ເລີຍ​ໄປ​ຊອກ​ຢູ່​ອິນ​ເຕີ​ເນັດ,​ພົບ​ເຫັນ​ວ່າ​ຕີ​ຊື່​ອາ​ຫານ​ເຂົ້າ​ຄອມ​ພິວ​ເຕີ​ໂດຍ​ກົງ​ກໍ​ຊອກ​ໄດ້​ຮ້ານ​ອາ​ຫານ​ທີ່​ກ່ຽວ​ຂ້ອງ,​ຈັ່ງ​ແມ່ນ​ສະ​ດວກ​ຫຼາຍ."

ປັດຈຸບັນ,ຢູ່ຈີນ​,​ເລື່ອງ​ຄື​ທ່ານ​ນາງ​ລີ​ຮຸ້ຍທີ່​ໄດ້​ຮັບ​ຄວາມ​ສະດວກ​ດ້ານ​ຊີວິດ​ການ​ເປັນ​ຢູ່​ຈາກ​ຂະ​ແໜງການ​ບໍລິການ​ ​ນັ້ນ​ຍັງ​ມີ​ຫຼວງ​ຫຼາຍ.​ຕົວ​ຢ່າງ​ຄື,​ຖ້າ​ທ່ານ​ໄປ​ທ່ອງ​ທ່ຽວ,​ຢາກ​ຊື້​ປີ້​ຍົນ​ຫຼື​ປີ້ລົດ,ມີ​ແຕ່​ໂທລະສັບ​ຫຼື​​​ເຂົ້າ​ອິນ​ເທີ​ເນັດ,​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ​ອັນ​ຈຳ​ເປັນ​ພະ​ແນກ​ຂາຍ​ປີ້,​ພວກຂະເຈົ້າກໍ​ສົ່ງ​ປີ້​ຍົນ​ຫຼື​ປີ້​ລົດ​ໄປ​ຮອດ​ບ່ອນ​ທີ່​ທ່ານ​ກຳ​ນົດ​ໄວ້.​ນອກ​ນີ້,​ເລື່ອງ​ຕ່າງໆ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຄື ​ຊື້​ຂອງ,​ຈ້າງ​ຄູ​ສອນ​ຢູ່​ເຮືອນ,​ຈ້າງ​ແມ່​ລ້ຽງ​ໃນ​ເຮືອນ,​ຈ່າຍ​ຄ່າ​ນ້ຳ​ປະ​ປາ,ຄ່າ​ໄຟຟ້າ​ເປັນ​ຕົ້ນ, ລ້ວນ​ແຕ່​ມີ​ອົງ​ການ​ສະ​ເພາະ​ສະ​ໜອງ​ການ​ບໍ​ລິ​ການ​ຢ່າງ​ຮອບ​ຄອບ.

ຄຽງ​ຄູ່​ກັບ​ຊາວ​ຈີນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ,​ໃນ​ດ້ານ​ເຄື່ອງ​ນຸ່ງ​ຫົ່ມ,ການ​ກິນການ​ຢູ່​ແລະ​ການອອກ​ເດີນທາງ​,ຄົນ​ທັງຫຼາຍ​ຕ້ອງການ​ໃຫ້​ສັງຄົມ​ສະໜອງ​ກາ​ນບໍລິການ​ ​ນັບ​ມື້​ນັບ​ຫຼາຍ​, ຄວາມ​ຕ້ອງການເພີ່ມ​ຂຶ້ນ​ເລື້ອຍໆ,ກໍ​ໄດ້​ຊຸກ​ຍູ້​ໃຫ້​ຂະ​ແໜງ​ການ​ບໍລິການ​ຂອງ​ຈີນ​ພັດທະນາ​ໄປ​ໜ້າ.

ການພັ​ດທະນາ​ຂອງ​ຂະ​ແໜງ​ການ​ບໍລິການ​ບໍ່​ພຽງ​ແຕ່​ໄດ້​ນຳ​ເອົາ​ຄວາມ​ສະ​ດວກ​ມາ​ໃຫ້​ຊີ​ວິດ​ການ​ເປັນຢູ່​ຂອງ​ຄົນ​ຈີນ​ເທົ່າ​ນັ້ນ,​ແລະ​ກໍ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຜະ​ລິດ​ແລະ​ທຸ​ລະ​ກິດ​ຂອງ​ວິ​ສາ​ຫະ​ກິດ​ຈີນ​.ຕົວ​ຢ່າງ​ຄື, ຮູບ​ການ​ບໍ​ລິ​ການ​​ແບບ​ໃໝ່​ເຊັ່ນ​ທຸ​ລະ​ກິດ​ແບບ​ຕ່ອງ​ໂສ້,​ການ​ຈໍ​ລະ​ຈອນ​ແລະ​ຈັດ​ສົ່ງ​ສິນ​ຄ້າ,​ການ​ຄ້າ​ເອ​ເລັກ​ໂຕຼ​ນິກ​ເປັນ​ຕົ້ນ​ກໍ​ໄດ້​ຈະ​ເລີນ​ໃໝ່​ຢູ່​ຈີນ,​ແລະ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ການ​ຜະ​ລິດ​ຫຼຸດ​ຕົ້ນ​ທຶນ​ການ​ຜະລິດ,ວິ​ສາ​ຫະກິດ​ການ​ຄ້າ​ຍົກ​ປະ​ສິດ​ທິ​ພາບ​ທຸ​ລະ​ກິດ​ໃຫ້​ສູງ​ຂຶ້ນ​​ແລະ​ອຶ່ນໆ.

ກຸ່ມ​ບໍລິສັດ​ສ້ຽວ​ທຽນ​ເອີ​ແມ່ນ​ວິ​ສາ​ຫະກິດ​ເຄື່ອງ​ໄຟຟ້າ​ໃຊ້​ໃນ​ເຮືອນ​ຂະ​ໜາດ​ໃຫຍ່​ຂອງ​ຈີນ,​ຕົ້ນ​ຕໍ​ແມ່ນ​ຜະ​ລິດ​ຈັກ​ຊັກ​ເຄື່ອງ.​ແຕ່​ລະ​ປີ​ໄດ້​ຈຳ​ໜ່າຍ​ຈັກ​ຊັກ​ເຄື່ອງ​ປະ​ມານ​4​ລ້ານ​ເຄື່ອງ.​ແຕ່​ກ່ອນ,​ວິ​ສາ​ຫະ​ກິດ​ດັ່ງ​ກ່າວ​ຕົ້ນ​ຕໍ​ແມ່ນ​ອາ​ໄສ​ຂະ​ບວນ​ລົດ​ຂອງ​ຕົນ​ຂົນ​ສົ່ງ​ຜະ​ລິດ​ຕະ​ພັນ​ໄປ​ແຫ່ງ​ຕ່າງໆ,​ ບໍ່​ພຽງ​ແຕ່​ຕົ້ນ​ທຶນ​​ສູງ,​ຍັງ​ໄດ້​ກະ​ທົບ​ກະ​ເທືອນ​ເຖິງ​ຜົນ​ກຳ​ໄລ​ຢ່າງ​ຫຼວງ​ຫຼາຍ.

ປີ2001,ກຸ່ມ​ບໍລິສັດ​ສ້ຽວ​ທຽນ​ເອີ​ໄດ້​ຮ່ວມ​ ​ກັບ​ວິ​ສາ​ຫະກິດ​ເຄື່ອງ​ໄຟຟ້າ​ໃຊ້​ໃນ​ເຮືອນ​ອີກ​ຫຼັງ​ໜຶ່ງ​ແລະ​ບໍລິສັດ​ຈໍ​ລະ​ຈອນ​ສິນຄ້າ​ຫຼັງ​ໜຶ່ງ,​ສ້າງ​ຕັ້ງ​ບໍ​ລິ​ສັດ​ຈໍລະ​ຈອນ​ສິນຄ້າ​ວິຊາ​ສະ​ເພາະ​ຫຼັງ​ທຳ​ອິດ​ໃນ​ຂະ​ແໜງ​ການ​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນ​ເຮືອນ​ຂອງ​ຈີນ.​ບໍ​ລິ​ສັດ​ຈໍ​ລະ​ຈອນ​ສິນ​ຄ້າ​ດັ່ງ​ກ່າວ​ນອກ​ຈາກ​ຊ່ອຍ​ກຸ່ມ​ບໍ​ລິ​ສັດ​ສ້ຽວ​ທຽນ​ເອີ​ເລືອກ​ເອົາ​ແຜນ​ການ ​ຂົນ​ສົ່ງ,​ຕິດ​ຕາມ​ສະ​ພາບ​ສິນ​ຄ້າ​ໃນ​​ເວລາ​ຂົນ​ສົ່ງ​ແລ້ວ,​ຍັງ​ຮັບ​ຜິດ​ຊອບ​ກຳ​ນົດ​ປະ​ລິ​ມານ​ສິນ​ຄ້າ​ແລະ​ໄລ​ຍະ​ເວ​ລາ​ທີ່​ເກັບ​ໄວ້​ສາງ​ທີ່​ດີ​ທີ່ສຸດ,​ເຮັດ​ວຽ​ກງານ​ເພີ່ມ​ເດີມ​ສິນ​ຄ້າ​ແລະ​ຄຸ້ມ​ຄອງ​ໃບ​ສັ່ງ​ຊື້​ສິນ​ຄ້າ​ເປັນ​ຕົ້ນ​ໃຫ້​ດີ​ຕະ​ຫຼອດ​ເວ​ລາ.​ເຮັດ​​ແນວ​ນີ້,ບໍ່​ພຽງ​ແຕ່ໄດ້​ຫຼຸດ​ຕົ້ນ​ທຶນຂົ​ນ​ສົ່ງ​ເທົ່າ​ນັ້ນ,​ແລະ​ຍັງ​ໄດ້​ຍົກ​ປະ​ສິດ​ທິ​ພາບ​ການ​ຂົນ​ສົ່ງ​ໃຫ້​ສູງ​ຂຶ້ນ​ແລະ​ສ້າງ​ຜົນ​ກຳ​​ໄລ​ຫຼາຍ​ກວ່າ​ເກົ່າ.

1  2