ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-24 10:22:44    
ຂະ​ແໜງການ​ບໍລິການ​ຂອງ​ຈີນ(ສຽງ)

cri


ທ່ານ​ສູ​ຢວນ ຮອງ​ປະທານ​ກຸ່ມ​ບໍລິສັດ​ສ້ຽວ​ທຽນ​ເອີ​ບອກ​ນັກ​ຂ່າວ​ວ່າ,ປັດຈຸບັນ,ພວກ​​ເຂົາ​ເຈົ້າ​ໄດ້​ປະຢັດ​ຕົ້ນ​ທຶນ​ຈໍລະ​ຈອນ​ສິນຄ້າ37%,​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ດີ​ໃຈ​ກວ່ານັ້ນ​ແມ່ນ,​ໃນ​ຖານ​ເປັນ​ຂາ​ຫຸ້ມ​ຂອງບໍ​ລິ​ສັດ​ຈໍ​ລະ​ຈອນ​ສິນຄ້າ,​ແຕ່ລະ​ປີ,ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ຮັບຄ່າ​ຕອບ​ແທນ:

"​ຍ້ອນ​ເປັນ​ຂາ​ຫຸ້ນ,​ແຕ່ລະ​ປີ,ພວກ​ເຮົາ​ຈະໄດ້​ຮັບ​ຄ່າ​ຕອບ​ແທນ​ປະ​ມານ​15%​ຮອດ​20%.​ພວກ​ເຮົາ​ບໍ່​ພຽງ​ແຕ່​ໄດ້​ຫຼຸດ​ຕົ້ນ​ທຶນ​ໃຫ້​ຕ່ຳ​ລົງ,​ແລະ​ໃນ​ນາມ​ເປັນ​ຂາ​ຫຸ້ນ​ກໍ​ໄດ້​ແບ່ງ​ປັນ​ຜົນ​ກຳ​​ໄລ​ສ່ວນ​ໜຶ່ງ,​ທັງ​ນີ້​ແມ່ນ​ດີກ​ວ່າ​ພວກ​ເຮົາ​ເຮັດ​ວຽກ​ຈໍ​ລະ​ຈອນ​ສິນ​ຄ້າ​ເອົາ​ເອງ​ຢ່າງ​ຫຼວງ​ຫຼາຍ."

ຕາມ​ສະ​ຖິ​ຕິ,​ນັບ​ມາ​ຮອດ​​ເດືອນ​ກັນ​ຍາ​ປີ​ກາຍ​ນີ້,​ຂະ​ແໜງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂອງ​ຈີນ​ໄດ້​ສ້າງ​ມູນ​ຄ່າ​ເພີ່ມ​680​ກວ່າ​ຕື້​ຢວນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ຂອງ​ປີ​2004 14%,ກວມ​21%​ຂອງ​ຍອດ​ມູນ​ຄ່າ​ເພີ່ມ​ທັງ​ໝົດ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ໃນ​ໄລ​ຍະ​ດຽວ​ກັນ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ.ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ໄດ້​ອີງ​ຕາມ​ຜົນ​ການ​ສຳ​ຫຼວດ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ,ດັດ​ແກ້​ຕົວ​ເລກ​GDP​ຂອງ​ຈີນ​ໃນ​ປີ​2004.​ສະ​ຖິ​ຕິ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ,​GDP​ຂອງ​ຈີນ​ໃນ​ປີ​2004​ມີ​ເກືອບ1​ໝື່ນ6​ພັນ​ຕື້​ຢວນ,​​ເມື່ອ​ທຽບ​ກັບ​ຕົວ​ເລກ​ສະ​ຖິ​ຕິ​ເກົ່າ​ແລ້ວ,​ໄດ້​ເພີ່ມ​ຂຶ້ນ​2300​ຕື້​ຢວນ.​ໃນ​ພາກ​ສ່ວນ​ທີ່​ເພີ່ມ​ໃໝ່,​ມີ​ປະ​ມາ​ນ90%​ແມ່ນ​ມາ​ຈາກ​ຂະ​ແໜງ​ການ​ບໍ​ລິ​ການ​ເຊິ່ງ​ວິ​ທີ​ສະ​ຖິ​ຕິ​ເກົ່າ​ບໍ່​ໄດ້​ຄິດ​ໄລ​.ປັດ​ຈຸ​ບັນ,​ມູນ​ຄ່າ​ເພີ່ມ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ຈີນ​ກວມ​GDP​ໄດ້​ເພີ່ມ​ຈາກ​32%​ກ່ອນ​ດັດ​ແກ້​ຕົວ​ເລກ​ຂຶ້ນ​ຮອດ​41%.

ທ່ານຫຼີ​ເຕິ​ສຸ້ຍ ຫົວ​ໜ້າ​ກົມ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ເຫັນ​ວ່າ,​ອັດ​ຕາ​ສ່ວນ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ ​ສູງ​ຂຶ້ນ,ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈາກ​ດ້ານ​ໜຶ່ງ​ວ່າ,​ທີ່​ຈິງ​ແລ້ວ,​ອົງ​ປະ​ກອບ ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ສົມ​ເຫດ​ສົມ​ຜົນ​ແລະ​ປອດ​​ໃສ​ກວ່າ​ສະ​ພາບ​ທີ່​ສະ​ຖິ​ຕິ​​ເດີມ​ສ່ອງ​ແສງ​ອອກ​ມາ.​ທ່ານ​ກ່າວ​ວ່າ,

"​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ໃນ​ໂລກ​ມີ​ຄົນ​ເວົ້າ​ວ່າ,​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ຕົ້ນ​ຕໍ​ແມ່ນ​ອາ​ໃສ​ອຸດ​ສາ​ຫະ​ກຳ​ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ການ​ຜະ​ລິດ,​​ຍັງ​ເວົ້າ​ວ່າ​ແມ່ນ​ຊັກ​ນຳ​ໂດຍ​ການ​ຄ້າ​ຂາ​ອອກ​ທີ່​ແຂງ​ແຮງ,​ເມື່ອ​ເບິ່ງ​ຈາກ​ສະ​ພາບ​ປັດ​ຈຸ​ບັນ​ແລ້ວ​ເຫັນ​ວ່າ,​ຈະ​ວິ​ນິ​ໄສ​ຢ່າງ​ງ່າຍ​ດາຍ​ບໍ່​ໄດ້.​ເມື່ອ​ເບິ່ງ​ຈາກ​ຜົນ​ການ​ສຳ​ຫຼວດ​ທົ່ວ​ໄປ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ແລ້ວ​ເຫັນ​ວ່າ,ຂະ​ແໜງ​ການ​ບໍ​ລິ​ການ​ໄດ້​ປະ​ກອບ​ສ່ວນ​ຫຼາຍ​ເພື່ອ​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ."

ແຕ່​ວ່າ,​ໃນ​ເວລາ​ພັດທະນາ​ຢ່າງ​ວ່ອງ​ໄວ,ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ຈີນ​ກໍ​ມີ​ບັນ​ຫາ​ບໍ່​ໜ້ອຍ.​ຕົ້ນ​ຕໍ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ຄຸນ​ນະ​ພາບ​ບໍ​ລິ​ການ​ມັງ​ທັງ​ອັນ​ດີ​ອັນ​ບໍ່​ດີ,​ຄຸນ​ທາດ​ຂອງ​ຜູ່​ປະ​ຕິ​ບັດ​ງານ​ບໍ່​ສູງ​ເປັນ​ຕົ້ນ,​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ບໍ​ລິ​ການ​ທີ່​ມີ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ໄທ​ເມືອງ,​ຍັງ​ມີ​ການ​ກ່າວ​ຟ້ອງ​ຫຼາຍ​ສົມ​ຄວນ.

ໂດຍ​ແນ​ໃສ່​ບັນຫາ​ທີ່​ປະກົດ​ອອກ​ໃນ​ການ​ພັດທະນາ​ຂະ​ແໜງ​ການ​ບໍ​ລິ​ການ,​ບຸກ​ຄົນ​ວົງ​ການ​ດັ່ງ​ກ່າວ​ຊີ້​ອອກ​ວ່າ,​ຕ້ອງ​ຍົກ​ລະ​ດັບ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ,ວິ​ສາ​ຫະ​ກິດ​ຕ້ອງ​ເພີ່ມ​ທະວີ​ການ​ປະ​ຕິ​ບັດ​ວິ​ໄນ​ຕໍ່​ຕົນ​ເອງ,​ລັດ​ຖະ​ບານ​ຕ້ອງ​ວາງ​ກົດ​ໝາຍ​ກົດ​ບັນ​ຍັດ​ທີ່​ກ່ຽວ​ຂ້ອງ​ເພື່ອ​ເຮັດ​ໃຫ້​ການ​ປະພຶດ​ໃນ​ຕະຫຼາດ​ເປັນ​ແບບ​ສະບັບ.ນອກ​ນີ້,​ເຖິງ​ວ່າ​ຂະ​ແໜງ​ການ​ບໍ​ລິ​ການ​ຂອງ​ຈີນ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່​ຫຼວງ​ແລ້ວ​ກໍ​ຕາມ,​ແຕ່​ເມື່ອ​ທຽບ​ກັບ​ຫຼາຍ​ປະ​ເທດ​ພັດ​ທະ​ນາ​ແລ້ວ,​ຂະ​ແໜງ​ການ​ບໍ​ລິ​ການ​ຍັງ​ກວມ​ອັດ​ຕາ​ສ່ວນ​ອ່າວ​ຕ່ຳ​ໃນເສດ​ຖະ​ກິດ​ຈີນ,​ດັ່ງ​ນັ້ນ,​ຈີນ​ຍັງ​ຕ້ອງ​ເລັ່ງ​ລັດ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ຂະ​ແໜງ​ການ​ບໍ​ລິ​ການ​ພ້ອມ​ດ້ວຍ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ,​ສົ່ງ​ເສີມ​ການ​ແຂ່ງຂັນ​ໃນ​ຕະ​ຫຼາດ.​ນອກ​ຈາກ​ສືບ​ຕໍ່​ພັດ​ທະ​ນາ​ຂະ​ແໜງ​ການ​ບໍ​ລິ​ການ​ດັ້ງ​ເດີມ​​ເຊັ່ນ​ການ​ກິ່ນ​ດື່ມ,​ຂາຍ​ຍ່ອຍ,​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ​ແລ້ວ,ຍັງ​ຕ້ອງ​ເລັ່ງ​ລັດ​ພັດ​ທະ​ນາ​ຂະ​ແໜງ​ການ​ບໍ​ລິ​ການ​ຍຸກ​ປັດ​ຈຸ​ບັນ​ເຊັ່ນ​ການ​ທະ​ນາ​ຄານ,​ຂໍ້​ມູນ​ຂ່າວ​ສານ​ແລະ​ຈໍ​ລະ​ຈອນ​ສິນ​ຄ້າ​ເປັນ​ຕົ້ນ.


1  2