ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-25 15:30:37    
ກິນຂະ​ໜົມ​ບົວ​ລອຍ,​ສຳ​ຜັດ​ຮູ້​ບັນ​ຍາ​ກາດ​ຄົນ​ໝົດ​ຄອບ​ຄົວ​ມາ​ເຕົ້າ​ໂຮມ​ຫຸ້ມ
ຫໍ່​ກັນ

cri Author: q

ບຸກກຸດ​ຈີນ​ຫາ​ກໍ່​ຜ່ານ​ໄປ,ຊາວ​ຈີນ​ຈະໄດ້​ຕ້ອນຮັບ​ບຸນ​ປະ​ເພນີ​ສຳຄັນ​ອີກ​ບຸນ​ໜຶ່ງ​​ໃນ​ໄວໆ​ນີ້. ​ເດືອນ​ຈຽງ​ມື້​ເພັງ15​ຄ່ຳຈັນທະຄະຕິ​ຈີນ​ແມ່ນບຸນກິນຂະໜົມບົວລອຍ,ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ຈີນ,ບຸນ​ກິນຂະໜົມບົວລອຍ​ກໍແມ່ນ​ມື້ບຸນ​ທີ່ຄົນ​ໝົດ​ຄອບຄົວ​ເຕົ້າ​ໂຮມ​ກັນ,​ໃນ​ມື້​ບຸນນີ້,ຄົນ​ໃນ​ຄອບຄົວ​ຕ້ອງ​ກິນ​ຂະໜົມ​ບົວລອຍ,ນີ້​ແມ່ນ​ອາຫານ​ທີ່​ເປັນ​ສັນຍະລັກ​ແຫ່ງ​ການ​ເຕົ້າ​ໂຮມ​ກັນ,​ເພື່ອ​ສຳ​ຜັດ​ຮູ້​ຄວາມ​ມ່ວນ​ຊື່ນ​ແຫ່ງ​ການ​ເຕົ້າ​​ໂຮມ​ກັນ​ແລະ​ຄວາມ​ຮັ​ກ​ແພງ​ອັນ​ເລິກ​ເຊິ່ງຂອງ​ຄອບຄົວ​.

ຂະໜົມບົວລອຍ

ທີ່​ທ່ານພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ພື້ນ​ເມືອງ​ຈີນ​ຊື່ວ່າ​"ມາຍ​ຖ່າງຢວນ "​ແປ​ວ່າ,ຂາຍ​ຂະ​ໜົມ​ບົວ​ລອຍ,​ເນື້ອ​ເພງ​ຮ້ອງ​ວ່າ:​ຂະໜົມບົວ​ລອຍ​​ເດີ,ຂະໜົມບົວລອຍ​ເດີ,ຂະໜົມ​ບົວ​ລອຍ​ຂອງ​ອ້າຍ​ສຽວ​ເອີ​ຈັ່ງ​ແມ່ນ​ມົນ​ອຸ້ມ​ລຸ້ມ,ຢາກກິນ​ກໍ​ຂ້ຽວ​ມາ​ຊື້​ແມ,​ເມື່ອ​ກິນ​ຂະໜົມ​ບົວ​ລອຍ​ແລ້ວ​ຄອບ​ຄົວ​ຈິ່ງ​ເຕົ້າ​ໂຮມ​ກັນ​ຢ່າງ​ມ່ວນ​ຊື່ນ"ຂະໜົບ​ບົວລອຍ​​ໃນ​ພາສາ​ຈີນ​​ເອີ້ນ​ວ່າ​ຂະ​ໜົມ​ຢວນ​ຊ່ຽວ,​ເຮັດ​ດ້ວຍແປ້ງ​ເຂົ້າ​ໜຽວ​ໜ່ຽງ​ຄັ້ນ​ເປັນ​ຮູບ​ມົນ,​ແລ້ວ​ຍັດໃສ້​ກໍ​ເຮັດ​ສຳ​ເລັດ​ແລ້ວ.​ມັນ​ມີ​ຮູບ​ຄ້າຍ​ຄື​ລູກ​ປິ່ງ​ປ່ອງ.ຂະ​ໜົມ​ບົວ​ລອຍ​ເມື່ອ​ຕົ້ມ​ສຸກ​ແລ້ວ,ມີ​ລົດ​ທັງ​ຫອມ​ທັງ​ແຊບ.​ໃນ​ບຸນ​ຂະ​ໜົມ​ບົວ​ລອຍ​ແຕ່​ລະ​ປີ,​ຊາວ​ຈີນ​ທຸກໆ​ຄອບຄົວ​ກໍ​ຕ້ອງ​ກິນ​ຂະ​ໜົມ​ບົວ​ລອຍ.

ຂະໜົມບົວລອຍ

ບຸນ​ກິນຂະໜົມບົວລອຍປີ​ນີ້​ໃກ້​ຈະ​ມາ​ເຖິງ​ແລ້ວ,ຄື​ໃນ​ວັນ​ທີ23​ກຸມພາ.​ໃນ​ຫຼາຍ​ມື້​ມໍ່ໆ​ມາ​ນີ້,ຢູ່​ຕາມ​ຖະໜົມ​ການ​ຄ້າ​ຂອງ​ປັກ​ກິ່ງ​ໄດ້​ທະຍອຍ​ກັນຕັ້ງ​ບ່ອນ​ຂາຍ​ຂະໜົມບົວລອຍ.ຄ່ຽງຄູ່​ກັບ​ບຸນ​ຂະ​ໜົມ​ບົວ​ລອຍ​ຫຍັບ​ມໍ່​ເຂົ້າມາ,ຜູ້​ທີ່​ໄປ​ຊື້​ຂະ​ໜົມບົວລອຍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ເມື່ອ​ຮອດ​ມື້​ບຸນ​ນັ້ນ,ຖັນ​ແຖວ​ຊື້​ຂະ​ໜົມບົວລອຍ​ຈະ​​ຍາວ​ເປັນ​ຫຼາຍ​ຮ້ອຍ​ແມັດ,​ເຊິ່ງ​ໄດ້​ກາຍ​ເປັນ​ພາບ​ພິ​ເສດ​ໃນ​ຍາມ​ບຸນ​ຂອງ​ປັກ​ກິ່ງ.ທ່ານ​ນາງ​ຈ້າວ​ລີ​ຊີ້​ວ ທີ່​ເຮັດ​ວຽກ​ຢູ່​ຮ້ານ​ຄ້າ​ແຫ່ງ​ໜຶ່ງ​ຂອງ​ກຸ່ມ​ບໍ​ລິ​ສັດ​ອາ​ຫານ​ຕ້າວ​ຊ່ຽງ​ຊຸນ​ປັກ​ກິ່ງ​ບອກ​ນັກ​ຂ່າວ​ວ່າ:

"ແຕ່ລະ​ປີ,ຍ້ອນ​ຮ້​ານຄ້າ​ນ້ອຍ,ຈຳ​ຕ້ອງ​ໄປ​ຂາຍ​ຂະໜົມບົວລອຍ​ຢູ່​ຕາມ​ຖະໜົມ​ນອກ​ຮ້ານ​ຄ້າ, ລູກ​ຄ້າ​ໄດ້​ລຽນ​​ແຖວ​ຈົນ​ໄປ​ຮອດ​ຂົວ​​ໄຂວ່​ມໍ່​ຮ້ານ​ຄ້າ.ຍ້ອນປະຕູ​ຂອງ​ຮ້ານ​ຄ້າ​ບາງ​ແຫ່ງ​ຂ້ອນ​ຂ້າງ​ນ້ອຍ,ລູກ​ຄ້າ​ກໍ​ລຽນ​ແຖວ​ໂດຍ​ອ້ອມ​ເປັນ​ຫຼາຍ​ວົງ.​ໃນ​ມື້ບຸນ​ຂະໜົມບົວລອຍມີ​ລູກ​ຄ້າ​ຫຼວງ​ຫຼາຍ​ພາຍ​ມາກ,ຈັ່ງ​​ແມ່ນເປັນ​ພາບ​ພິ​ເສດ​ຂອງ​ນະຄອນຫຼວງ​ປັກ​ກິ່ງ.​ເມື່ອ​ໄດ້​ເຫັນ​ຜູ້​ລຽນ​ແຖວ​ກໍ​ຮູ້​ໂລດ​ວ່າແມ່ນ​ຜູ້​ຊື້​ຂະໜົມບົວລອຍ."

ໄທເມືອງປັກກິ່ງລຽນແຖວຊື້ຂະໜົມບົວລອຍຢູ່ຮ້ານ

ນາງ​ຈ້າວ​ລີ​ຊິ້ວ​ເວົ້າ​ວ່າ,​ເຖິງ​ວ່າ​ຮ້ານ​ຄ້າ​ທີ່​ນາງ​ເຮັດ​ວຽກ​ນັ້ນ​ບໍ່​ໃຫຍ່​ກໍ​ຕາມ,​ແຕ່​ວ່າ​ແຕ່ລະ​ປີ,ຂະໜົມບົວລອຍ​ພັດຂາຍ​ດິບ​ຂາຍ​ດີ​ທີ່​ສຸດ.​ໃນ​ມື້ບຸນ​ຂະໜົມບົວລອຍປີ​ກາຍ​ນີ້,​ໄດ້​ຂາຍ​ຂະ​ໜົມ​ບົວ​ລອຍ​1​ໝື່ນ​ກວ່າ​ກິ​ໂລ.

1  2