ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-14 22:12:10    
ເຕັກ​ນິກ​ແກນ​ກາງ​ແລະ​ຍີ່​ຫໍ້​ຕົນ​ເອງ​ຍົກ​ກຳ​ລັງ​ແກ່ງ​ແຍ່ງ​ຂອງ​ວິ​ສາ​ຫະ​ກິດ​ຈີນ​ໃຫ້​ສູງ​ຂຶ້ນ(ສຽງ)

cri


ໃນ​ໄລຍະ​ດົນ​ນານ​ມາ​ນີ້,​ຈີນ​ກໍ​ຖືກ​​ຖືເປັນປະ​ເທດ​ໃຫຍ່​ດ້ານ​ ​ການ​ຜະ​ລິດ,​ແຕ່​ວ່າ​ຜະ​ລິດ​ຕະ​ພັນ​ຫຼວງ​ຫຼາຍ​ທີ່​ຈີນ​ຜະ​ລິດ​ລ້ວນ​ແຕ່​ໄດ້​ຕິດ​ກາ​ໝາຍ​ຂອງ​ບໍ​ລິ​ສັດ​ຂ້າມ​ຊາດ​ຂອງ​ຕ່າງ​ປະ​ເທດ, ​ຜະ​ລິດ​ຕະ​ພັນ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ຍີ່​ຫໍ້​ເປັນ​ຂອງ​ຕົນ​ເອງ​ຂອງ​ຈີນ​ມີ​ຈຳ​ນວນ​​ໜ້ອຍ​ສົມ​ຄວນ​ແລະ​ມີ​ກຳ​ລັງ​ແກ່ງ​ແຍ່ງ​ບໍ່​ແຂງ​ແຮງ​ປານ​ໃດ.​ແຕ່​ວ່າ,ປັດ​ຈຸ​ບັນ,​ສະ​ພາບ​ດັ່ງ​ກ່າວ​ພວມ​ເກີດ​ມີ​ການ​ປ່ຽນ​ແປງ,​ນັກ​ທຸ​ລະ​ກິດ​ທັງ​ຫຼາຍ​ຂອງ​ຈີນ​ພວມ​ພະ​ຍາ​ຍາມ​ສ້າງ​ເຕັກ​ນິກ​ແກນ​ກາງ​ແລະ​ຍີ່​ຫໍ້​ເປັນ​ຂອງ​ຕົນ​ເອງ​ແລ້ວ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ມີ​ກຳລັງ​ແກ່ງ​ແຍ່ງ​​ເພີ່ມ​ຂຶ້ນ.

ແຕ່​ໃດ​ມາ,ຍ້ອນ​ວິ​ສາ​ຫະກິດ​ຈີນ​ບໍ່ມີ​ຄວາມ​ສາມາດ​ຄົ້ນຄວ້າ​ພັດ​ທະ​ນາ​ປານ​ໃດ, ຄຸນ​ນະ​ພາບ​ຜະ​ລິດ​ຕະພັນຂ້ອນ​ຂ້າງ​ຕ່ຳ,ສະ​ນັ້ນ,ຍີ່​ຫໍ້​ຕ່າງປະ​ເທດ​ຈິ່ງຖືກ​​ຖືເປັນ​ຄຳ​ແທນ​ນາມ​ຂອງ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະພາ​ບດີ​ໃນ​ຊົ່ວ​ໄລຍະ​ໜຶ່ງ.​ແຕ່​ວ່າ​ໃນ​ຫຼາຍ​ປີ​ມາ​ນີ້,ຄຽງ​ຄູ່​ກັບ​ກຳ​ລັງ​ກວມ​ລວມຂອງ​ເສດຖະກິດ​ຈີນ​ໄດ້​ເພີ່ມ​ທະວີ​ຂຶ້ນ,​ໃນ​ຂະ​ແໜງ​ການ​ຈຳນວນ​ໜຶ່ງ,​ເຕັກ​ນິກ​ຂອງ​ວິ​ສາ​ຫະກິດ​ຈີນ​ໄດ້​ລື່ນ​ກາຍ​ວິ​ສາ​ຫະກິດ​ຂ້າມ​ຊາດ. ​​ແຕ່ກ່ອນ,​ຕະຫຼາດເຈ້ຍ​ໂກ​ປີ​ຂອງ​ຈີນ​​ເກືອບ​ຖືກ​ຜູກ​ຂາດ​ຈາກ​ຜະ​ລິດ​ຕະ​ພັນ​ຂອງ​ເຢຍ​ລະ​ມັນ,ຍີ່​ປຸ່ນ​ແລະ​ອາ​ເມ​ລິ​ກາ.​ເຖິງ​ຈະ​ມີວິ​ສາ​ຫະກິດ​ຈີນ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ປະ​ເພດ​ດຽວ​ກໍ​ຕາມ,​ແຕ່​ຍ້ອນ​ວ່າ​ເຕັກນິກ​ຜະ​ລິດ​ວັດ​ຖຸ​ດິບ​ສຳຄັນ​ຄື​ຢາສະ​ແດງ​ສີ​ ​ຢູ່​ໃນກຳ​ມື​ຂອງ​ບໍ​ລິ​ສັດ​ຂ້າມ​ຊາດ,​ສະ​ນັ້ນ,​ກຳ​ລັງ​ແກ່ງ​ແຍ່ງ​ຂອງ​ວິ​ສາ​ຫະກິດ​ຈີນ​ຈິ່ງ​ມີ​ການ​ຈຳກັດ​ທີ່​ສຸດ.​ປີ​1997,​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ເຄມີ​ ​ຢຸ້ຍ​ເຟິງ ຊິນ​ຊຽງ ຈຳກັດ​ຂອງ​ແຂວງ​ເຮີ​ນານ ພາກ​ກາງ​ຂອງ​ຈີນ​ໄດ້​ຄົ້ນ​ຄວ້າ​ຜະລິດ​ຢາ​ສະ​ແດງ​ສີ​ຊະ​ນິດ​ໃໝ່​ໂດຍ​ຕົນ​ເອງ,​ແລະ​ໄດ້​ຮ້ອງ​ຂໍສິດທິ​ບັດ.ທ່ານ​ລິວ​ຈົ່ງ​ໄລ ວິ​ສາວະ​ກອນ​ໃຫຍ່​ຂອງ​ບໍລິສັດ​ດັ່ງກ່າວ​ເວົ້າ​ວ່າ:

"ຢາ​ສະ​ແດງສີ​ຂອງ​ບໍລິສັດ​ພວກ​ເຮົາ​ໄດ້​ຫຼີກ​ເວັ້ນຂໍ້​ຂາດ​ຕົກ​ບຸກຜ່ອງ​ຕ່າງໆ​ຂອງ​ຜະລິດ​ຕະພັນ​ຕ່າງປະ​ເທດ​ຄືສະ​ແດງ​ສີ​ຊ້າ,ບໍ່ທົນ​ແສງ,ບໍ່​ທົນໃຊ້​ແລະສີ​ບໍ່​ຂຸ້ນ​."

ເຕັກນິກ​ລາຍ​ນີ້​ໄດ້​ນຳ​ເອົາ​ປະສິດທິ​ຜົນ​ອັນ​ມະຫາສານມາ​ໃຫ້​ວິ​ສາ​ຫະ​ກິດ​ໃນ​ທັນ​ທີ,​ຍ້ອນ​ວ່າ​ຄຸນ​ນະພາ​ບດີກ​ວ່າ​​ແລະ​ຕົ້ນ​ທຶນ​ຕ່ຳ​ກວ່າ​ຜະ​ລິດ​ຕະ​ພັນ​ຂອງ​ບໍ​ລິ​ສັດ​ຂ້າມ​ຊາດ​,ຢາ​ສະ​ແດງ​ສີ​ຂອງ​ບໍລິສັດ​ຢຸ້ຍ​ເຟິງ​ໄດ້​ຍຶດ​ເອົາ​ໂກ​ຕາ​ຕະ​ຫຼາດ​ຈີນ​90%​ຢ່າງ​ໄວວາ.​ຜະ​ລິດ​ຕະ​ພັນ​ຂອງ​ບໍລິສັດ​ຂ້າມ​ຊາດ​ພັດ​ຄ່ອຍໆ​ໜີ​ອອກ​ຈາກ​ຕະຫຼາດ​ຈີນ.

ໃນ​ຂະນະ​ທີ່​ໄດ້​ຮັບ​ຜົນສຳ​ເລັດ​ພາຍ​ໃນປະ​ເທດ​ຈີນ,ວິ​ສາ​ຫະກິດ​ຈີນ​ກໍ​ໄດ້​ເລີ່ມ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດທະນາ​ຢູ່​ຕ່າງປະ​ເທດ.ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​​ເລີ່​ມ​ເອົາ​ຜະ​ລິດ​ຕະ​ພັນ​ໄຮ​ເຕັກ​ທີ່​ມີ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຕົນ​ຢ່າງ​ສົມບູນ​ນັ້ນ​ໄປ​ຂາຍ​ຢູ່​ຕະ​ຫຼາດ​ຕ່າງ​ປະ​ເທດ,​ໃນ​ນັ້ນ​ກໍ​ມີ​ອຸປະກອນ​ກວດກາ​ຄວາມ​ປອດ​​ໄພ​ຂອງ​ຕູ້​ຄອນ​ເທັນ​ເນີ.​ໃນ​ບໍ່​ເທົ່າ​ໃດ​ປີ​ກ່ອນ,​ໃນ​ໂລກ​ມີ​ແຕ່​ອາ​ເມ​ລິ​ກາ​ແລະ​ເຢຍ​ລະ​ມັນ​ເທົ່າ​ນັ້ນ​ຈິ່ງ​ຜະ​ລິດ​ອຸ​ປະ​ກອນ​ແນວ​ນີ້​ໄດ້.​ແຕ່​ປັດ​ຈຸ​ບັນ,​ອຸ​ປະ​ກອນ​ກວດ​ກາ​ຄວາມ​ປອດ​ໄພ​ຂອງ​ຕູ້ຄອນ​ເທັນ​ເນີ​ທີ່​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ເວີ່ຍ​ຊື​ທົ່ງ​ຟ່າງ​ຊິງ​ຮວາ​ຈຳ​ກັດ​ໄດ້​ກວມ​ຕະ​ຫຼາດ​ທົ່ວ​ໂລກ​57%.​ຜະ​ລິດ​ຕະ​ພັນ​ໄດ້​ສົ່ງ​ໄປ​ຂາຍ​ຢູ່38​ປະ​ເທດ​ແລະ​ເຂດ​ແຄວ້ນ.​ທ່ານ​ຄ່າງ​ເຄີ​ຈຸ່ນ ປະ​ທານ​ຄະ​ນະ​ອຳ​ນວຍ​ການ​ຂອງ​ບໍລິສັດ​ດັ່ງກ່າວ​ບອກ​ນັກ​ຂ່າວ​ວ່າ:

"ການ​ບຸກທະລຸ​ແນວ​ນີ້​ຕົ້ນຕໍ​ແມ່ນ​ຍ້ອນພວກ​​ເຮົາ​ໄດ້ຄົ້ນຄວ້າ​ຜະລິດ​ລະບົບ​ກວດ​ກາ​ຕູ້​ຄອນ​ເທັນ​ເນີ​ແບບ​ເຄື່ອນ​ທີ່​ຢ່າງ​ສຳ​ເລັດ​ຜົນ,ຢູ່​ຂົງ​ເຂດນີ້​,ພວກ​ເຮົາຈິ່ງ​ໄດ້ຢູ່​ໃນ​ຖານະ​ນຳ​ໜ້າ​ໃນ​ໂລກ​​ໃນ​ບາດ​ດຽວ.ນອກ​ນີ້,​ພວກ​ເຮົາ​ຍັງ​ມີ​ເຕັກນິກກວດກາທາດ​ແຫຼວ​ຂອງ​ຜູ່​ໂດຍ​ສານ​ແມ່ນ​ວັດ​ຖຸ​ໄວ​ໄຟ​ຫຼື​ວັດຖຸ​ລະ​ເບີດ​ຫຼື​ບໍ່,​ໃນ​ໂລກປັດຈຸບັນ​,ມີ​ແຕ່​ພວກ​ເຮົາ​ຈິ່ງ​ມີ​ເຕັກ​ນິກ​ລາຍ​ນີ້."

1  2