ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 18:36:33    
[ບຸນ​ຢວນຊຽວ]

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງທີ່​ໂຄລົບ, ວັນ​ຂຶ້ນ 15 ຄ່ຳ​ເດືອນ​ຈຽງ​ຕາມປະຕິທິນ​ຈັນທະຄະຕິ​ຈີນ​ແມ່ນ​ບຸນ​ຢວນຊຽວ ​ແປ​ວ່າ​ບຸນ​ເຂົ້າໜົມບົວລອຍ​ຂອງ​ຈີນ, ກໍ່​ແມ່ນ​ມື້​ສຸດ​ທ້າຍ​ໃນ​ຍາມ​ບຸນ​ກຸດ​ຈີນ, ຕໍ່​ໄປ​ຂ້າພະ​ເຈົ້າຂໍ​ແນະນຳ​ເນື້ອ​ໃນ​ກ່ຽວກັບ​ຄວາມ​ເປັນ​ມາ​ແລະ​ຮີດຄອງ​ປະ​ເພນີ​ຂອງ​ບຸນ​ເຂົ້າ​ໜົມ​ບົວ​ລອຍ​ຂອງ​ຈີນ.

ຍາມ​ຄ່ຳ​ຂອງ​ບຸນ​ເຂົ້າໜົມບົວລອຍ​ແມ່ນ​ມື້​ເດືອນ​ເພັງ​ເທື່ອ​ທຳ​ອິດ​ຂອງ​ປີ​ໃໝ່​ຕາມ​ຈັນ​ທະ​ຄະ​ຕິ​ຈີນ, ​ໃນ​ກາງຄືນ​ມື້ນັ້ນ, ​ໃນ​ໝູ່​ໄທ​ເມືອງ​ຈີນ​ມີ​ຮີດຄອງ​ປະ​ເພນີ​ແຂວນ​ໂຄມ​ໄຟ​ສີ, ສະ​ນັ້ນ, ບຸນ​ເຂົ້າໜົມບົວລອຍ​ກໍ​ເອີ້ນ​ວ່າ​ບຸນ​ໂຄມ​​ໄຟ, ບຸນ​ເຂົ້າໜົມບົວ​ລອຍ​ປີ​ນີ້​ກົງ​ກັບ​ວັນ​ທີ 12 ກຸມພາ.

ການ​ຊົມ​ໂຄມ​ໄຟ​ແລະ​ກິນ​ເຂົ້າໜົມບົວລອຍ​ແມ່ນ​ເນື້ອ​ໃນ​ສຳຄັນ​ສອງ​ອັນ​ໃນ​ຍາມ​ບຸນ​ເຂົ້າ​ໜົມ​ບົວລອຍ.

​ເປັນ​ຫຍັງ​​ໃນ​ບຸນ​ເຂົ້າໜົມບົວ​ລອຍ​ຕ້ອງ​ແຂວນ​ໂຄມ​ໄຟ? ຕາມ​ເລົ່າ​ລື​ກັນ​ວ່າ, ກ່ອນ ຄ.​ສ.ປີ 180, ​ເຈົ້າຮັ້ນ​ເວິນ ​ເຈົ້າຊີວິດ​ລາຊະວົງ​ຊີ່​ຮັ້ນຂອງ​ຈີນ ​ໄດ້​ຂຶ້ນສະ​ເຫວີຍ​ລາດ​ໃນ​ມື້ 15 ຄ່ຳ​ເດືອນ​ຈຽງ, ​ເພື່ອ​ສະຫຼອງການ​ຂຶ້ນສະ​ເຫວີຍ​ລາດ, ​ເຈົ້າຊີວິດ​ຮັ້ນ​ເວິນ​ຊົງ​ຕົກລົງ​ກຳນົດ​ມື້ 15 ຄ່ຳ​ເດືອນ​ຈຽງ​ເປັນ​ມື້ບຸນ​ໂຄມ​ໄຟ. ​ເມື່ອ​ຮອດ​ຕອນ​ຄ່ຳ​ມື້ນັ້ນທຸກ​ປີ, ​ເຈົ້າຊີວິດ​ຮັ້ນ​ເວິນ​ກໍ​ສະ​ເດັດ​ປະ​ເພດ​ຢູ່​ນອກ​ພະລາດ​ຊະ​ວັງ, ຫຼິ້ນມ່ວນ​ຊື່ນ​ຮ່ວມ​ກັນ​ກັບ​ສາມັນ​ຊົນ, ​ໃນ​ມື້ນັ້ນ, ທຸກໆ​ຄອບຄົວ​ຢູ່​ຕາມ​ຖະໜົນ​ຫົນທາງ​ລ້ວນ​ແຕ່​ແຂວນ​ໂຄມ​ໄຟ​ສີ​ທີ່​ແປກ​ປະຫຼາດ​ຫຼາຍ​ຢ່າງຫຼາຍ​ແນວ​ເພື່ອ​ໃຫ້​ຄົນ​ທັງຫຼາຍ​ໄດ້​ຊົມ, ​ເມື່ອ​ຮອດ​ກ່ອນ ຄ.ສ.ປີ 104, ບຸນ​ເຂົ້າ​ໜົມ​ບົວ​ລອຍ​ຖືກ​ຈັດ​ເປັນ​ບຸນ​ສຳຄັນ​ຂອງ​ຊາດ​ຢ່າງ​ເປັນ​ທາງ​ການ, ການ​ຕົກລົງ​ດັ່ງກ່າວ​ເຮັດ​ໃຫ້​ຂະ​ໜາດ​ຂອງ​ບຸນ​ເຂົ້າໜົມບົວລອຍ​ເປີດ​ກວ້າງ​ອອກ​ຕື່ມອີກ, ຕາມ​ຂໍ້​ກຳນົດ, ຢູ່​ສາທາລະນະ​ສະຖານ ​ແລະ​ທຸກໆ​ຄອບຄົວ ຕ້ອງ​ແຂວນ​ໂຄມ​ໄຟ​ສີ​ໝົດ, ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ຄຸ້ມ​ທີ່​ສີວິ​ໄລ​ແລະ​ໃຈກາງ​ວັດທະນະທຳ​ຕ້ອງ​ຈັດ​ງານ​ໂຄມ​ໄຟ​ແລະ​ງານ​ວາງສະ​ແດງ​ໂຄມ​ໄຟ​ຢ່າງ​ຂະໜາດ​ໃຫຍ່​ແລະ​ຄຶກຄື້ນ, ຍິງ​ຊາຍ​ນ້ອຍ​ໃຫຍ່​ຊົມ​ໂຄມ​ໄຟ​ສີ​ແລະ​ແກ້​ຄຳທວາຍ​ຂອງ​ໂຄມ​ໄຟ ​ເຊີດ​ໂຄມ​ມັງກອນ​ເປັນຕົ້ນຕະຫຼອດຄືນ​ຈົນ​ຊອດ​ແຈ້ງ, ​ແຕ່​ນັ້ນມາ, ​ເລີຍ​ເຮັດ​ແນວ​ນີ້​ຊູ່​ປີ, ​ແລ້ວ​ກໍ​ກາຍ​ເປັນ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ຈີນ​ທຸກ​ຊັ້ນຄົນ.



1  2  3