ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-15 18:36:33    
[ບຸນ​ຢວນຊຽວ]

cri Author: lm

​ໂຄມ​ໄຟ​ສີ​ໃນ​ຍາມ​ບຸນ​ເຂົ້າໜົມບົວລອຍ ​ໂດຍ​ທົ່ວ​ໄປ​ແມ່ນ​ເຮັດ​ດ້ວຍ​ເຈ້ຍ​ສີ, ສາມາດ​ເຮັດ​​ເປັນ​ຮູບ​ຊະນິດ​ຕ່າງໆ ຄື ສາຍພູ​ສາຍ​ນ້ຳ ສິ່ງ​ກໍ່ສ້າງ ບຸກຄົນ ດອກ​ໄມ້​ແລະ​ສັດສາ​ວາ​ສິ່ງ​ເປັນຕົ້ນ, ​ໃນ​ນັ້ນ​ໂຄມ​ໄຟ​ມ້າ​ແລ່ນ​ມີ​ສີສັນ​ພິ​ເສດ​ຂອງ​ຈີນ, ​ໂຄມ​ມ້າ​ແລ່ນ​ເປັນ​ເຄື່ອງຫຼິ້ນ, ຕາມ​ເລົ່າ​ລື​ກັນ​ວ່າ ​ໄດ້​ມີ​ປະຫວັດ​ພັນ​ກວ່າ​ປີ​ແລ້ວ. ຢູ່​ໃນ​ໂຄມ​ດັ່ງກ່າວ​ໄດ້​ຕິດ​ໃບ​ພັດ​ລົມ, ​ໃນ​ເວລາ​ໄຕ້​ທຽນ​ໄຂ​ພາຍ​ໃນ​ໂຄມ​ນີ້, ອາຍ​ຮ້ອຍ​ກໍ​ຂຶ້ນສູງ, ​ເຮັດ​ໃຫ້​ໃບ​ພັດ​ລົມ​ໝູນ​ຂຶ້ນ, ມ້າ​ເຈັ້ຍທີ່​ຕິດ​ໃສ່​ໃບ​ພັດ​ລົມ​ກໍ​ແລ່ນ​ຂຶ້ນ, ​ເງົາມ້າ​ເຈັ້ຍພື​ລົງ​ໂຄມ​ສີ, ​ເມື່ອ​ເບິ່ງ​ຈາກ​ນອກ​ໂຄມ​ແລ້ວ, ກໍ​ເໝືອນ​ດັ່ງ​ມີ​ມ້າຫຼາຍໆ​ໂຕ​ກຳລັງ​ແລ່ນ​ໄປ​ໄວ​ປານ​ລົມ, ຄື​ມ້າ​ແທ້ໆ.

ການ​ກິນ​ເຂົ້າໜົມບົວລອຍ​ໃນ​ຍາມ​ບຸນ​ເຂົ້າໜົມບົວລອຍ​ກໍ​ແມ່ນ​ຮີດຄອງ​ປະ​ເພນີ​ແບບ​ໜຶ່ງ, ​ໃນ​ລາຊະວົງ​ຊົ້ງຄື ​ແຕ່​ປີ 960 ຮອດ​ປີ 1279, ​ໃນ​ໝູ່​ປະຊາຊົນ​ເລີ່​ມກິນ​ອາຫານ​ໃໝ່​ຊະນິດ​ໜຶ່ງ​ໃນ​ມື້ບຸນ​ດັ່ງກ່າວ ຄື: ​ເອົາ​ໝາກ​ໄມ້​ຊະນິດ​ຕ່າງໆ​ເຮັດ​​ເປັນ​​ໄສ້, ​ເປືອກ​ແມ່ນ​ເຮັດ​ດ້ວຍ​ແປ້ງ​ເຂົ້າໜຽວ, ​ເມື່ອ​ຕົ້ມສຸກ​ແລ້ວ, ຈັ່ງ​ແມ່ນ​ແຊບ​ອີຫຼີ, ພາຍ​ລຸນ​ມາ, ​ເຂດ​ພາກ​ເໜືອ​ຂອງ​ຈີນ ສ່ວນຫຼາຍ​ເອີ້ນ​ເຂົ້າໜົມ​ຊະນິດ​ນີ້​ເປັນ​ເຂົ້າໜົມບົວລອຍ, ​ເຂົ້າໜົມ​ບົວ​ລອຍ​ຂະ​ຫຍາຍຕົວ​ມາ​ຮອດ​ປັດຈຸບັນ, ​ໄດ້​ມີ​ເກືອບ 30 ຊະນິດ.

​ໃນ​ບຸນ​ເຂົ້າໜົມບົວລອຍ ນອກຈາກ​ຊົມ​ໂຄມ​ໄຟ​ແລະ​ກິນ​​ເຂົ້າໜົມບົວລອຍ​ແລ້ວ, ຍັງ​ໄດ້​ຈັດການ​ເຄື່ອນ​ໄຫວ​ລື້​ນ​ເລີງ​ຊະນິດ​ຕ່າງໆ​ ​ເຊັ່ນ ຫຼິ້ນ​ໄມ້​ໂຢກ​ເຢກ​ ​ເຊີດ​ສິງ​ໂຕເປັນຕົ້ນ, ​ໂດຍ​ສະ​ເພາະ​ແມ່ນ​​ເຊີດ​ສິງ​ໂຕ, ນອກ​ຈາກ​ຈີນ​ແລ້ວ ​ໃນ​ເຂດ​ຕັ້ງພູມລຳ​ເນົາ​ຂອງ​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ແຫ່ງ​ຕ່າງໆ​ໃນ​ໂລກ, ​ເມື່ອ​ຮອດ​ມື້ບຸນ, ກໍ​ມັກ​ຈັດ​ການ​ສະ​ແດງ​ໃນ​ເວລາ​ເຊີດ​ສິງ​ໂຕ ​ເສບ​ດົນຕີ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ພື້ນ​ເມືອງ​ຈີນ, ບໍ່​ວ່າ​ຜູ່​ສະ​ແດງຫຼືວ່າ​ຜູ່​ຊົມ​ ລ້ວນ​ແຕ່​ເຂົ້າຮ່ວມຢ່າງ​ຫ້າວຫັນ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ບັນຍາກາດ​ອັນ​ຟົດ​ຟື້ນ​ຄຶກຄື້ນ​ໃນ​ຍາມ​ບຸນ​ເຂົ້າໜົມບົວລອຍ.



1  2  3