|
 |
(GMT+08:00)
2006-02-16 20:04:54
|
 |
ໄປຕີກອຟຢູ່ເກາະໄຫຫຼຳ(ສຽງ)
cri
Author: da


ເກາະໄຫຫຼຳ ຢູ່ສົ້ນໃຕ້ຂອງແຜ່ນດິນໃຫຍ່ຈີນ,ກວມເນື້ອທີ່ 3,4 ໝື່ນກິໂລແມັດມົນທົນ,ແມ່ນເກາະໃຫຍ່ທີສອງຂອງຈີນ ຊຶ່ງຖັດຈາກເກາະໄຕ້ຫວັນ.ເມືອງໄຫໂຂວເທດສະບານແຂວງໄຫຫຼຳຢູ່ພາກຕາເວັນອອກສຽງເໜືອຂອງໄຫຫຼຳ,ເປັນເມືອງທ່າທີ່ມີປະຫວັດເກືອບພັນປີແລ້ວ.ປະຈຸບັນ,ເກາະໄຫຫຼຳໄດ້ພັດທະນາເປັນແຫຼ່ງທ່ອງທ່ຽວທີ່ສຳຄັນທີ່ສຸດແຫ່ງໜຶ່ງຢູ່ພາກໃຕ້ຂອງຈີນ,ເພາະວ່າເກາະໄຫຫຼຳມີທິວທັດແຖບຮ້ອນ ຊຶ່ງເປັນຈຸດພິເສດຂອງຕົນ.
ການຕີກອຟແມ່ນເລີ່ມມີຂຶ້ນຢູ່ຈີນບໍ່ດົນປານໃດ,ແຕ່ໃນຫຼາຍປີມານີ້ ພັດພັດທະນາໄດ້ໄວຫຼາຍ.ປະຈຸບັນ,ສະໜາມກອຟຂອງຈີນມີເກືອບ 200 ແຫ່ງ,ແຈກຢາຍຢູ່ແຂວງກວາງຕຸ້ງ ນະຄອນປັກກິ່ງ ນະຄອນຊຽງໄຮ້ແລະເກາະໄຫຫຼຳເປັນຕົ້ນ.

ຢູ່ເກາະໄຫຫຼຳ,ອຸນຫະພູມສະເລ່ຍຢູ່ລະຫວ່າງ 20 ອົງສາ.ສຳລັບນັກທ່ອງທ່ຽວທີ່ມັກຕີກອຟແລ້ວ,ໄປຕີກອຟຢູ່ເກາະໄຫຫຼຳຈັ່ງແມ່ນເໝາະສົມແທ້ໆ.
ທ່ານຊິຈື້ຮົງ ຜູ້ຮັບຜິດຊອບລາຍການທ່ອງທ່ຽວຕີກອຟຂອງບໍລິສັດຈີນສາກົນທ່ອງທ່ຽວແນະນຳວ່າ: "ເກາະໄຫຫຼຳບໍ່ໃຫຍ່ປານໃດ,ປະຈຸບັນມີສະໜາມກອຟ 21 ແຫ່ງ.ຢູ່ແຫ່ງນີ້ ອຸນຫະພູມຕະຫຼອດປີຢູ່ລະຫວ່າງ 20 ອົງສາ,ສະນັ້ນ ບໍ່ມີບັນຫາຕີກອຟຍ້ອນດິນຟ້າອາກາດ.ດຽວນີ້ ແຂກໄປຕີກອຟຢູ່ເກາະໄຫຫຼຳນັ້ນ ສ່ວນຫຼາຍແມ່ນຂີ່ຍົນໄປເມືອງໄຫໂຂວແລະເມືອງຊ່ານຢ້າ;ຢູ່ບໍລິເວນເມືອງໄຫໂຂວມີສະໜາມກອຟ 14-15 ແຫ່ງ,ຢູ່ບໍລິເວນເມືອງຊ່ານຢ້າມີ 5-6 ແຫ່ງ.ສະໜາມກອຟຂອງເກາະໄຫຫຼຳ ບໍ່ມີລາຄາວັນພັກວັນບຸນ,ມີລາຄາດຽວກັນຕະຫຼອດປີ,ຄົນໄປທ່ຽວແມ່ນເໝາະສົມທີ່ສຸດ."
ໂຮງແຮມໂລຕຸ້ນແຄມທະເລຄຳແມ່ນໂຮງແຮມ 5 ດາວທີ່ມີປະຫວັດເກົ່າແກ່ກວ່າເພິ່ນໃນເມືອງໄຫໂຂວ,ປະຈຸບັນ ແຂກທີ່ພັກແຮມຢູ່ໂຮງແຮມນີ້ ລ້ວນແຕ່ແມ່ນນັກທ່ອງທ່ຽວທີ່ມາຕີກອຟ.ແຂກທ່ອງທ່ຽວເດີນທາງຈາກໂຮງແຮມນີ້,ພຽງແຕ່ໃຊ້ເວລາ 20 ນາທີ,ກໍຈະໄປຮອດສະໜາມກອຟເໝີຍຊື້ແລະສະໜາມກອຟຊີ່ໄຫອ້ານ ຊຶ່ງເປັນສະໜາມກອຟສອງແຫ່ງທີ່ຢູ່ບໍລິເວນເມືອງໄຫໂຂວ.
1 2
|
|
|