ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-16 20:04:54    
ໄປ​ຕີ​ກອຟຢູ່​​ເກາະໄຫ​ຫຼຳ(ສຽງ)

cri Author: da

ນັກ​ທ່ອງ​ທ່ຽວມັກໄປ​ຕີ​ກອຟຢູ່​ສະໜາມ​ກອຟເໝີຍ​ຊື້​ແລະ​ສະໜາມກອຟ​ຊີ່​ໄຫ​ອ້າ​ນຍັງ​ມີ​ສາຍ​ເຫດ​ອີກ​ອັນ​ໜຶ່ງ,ນັ້ນກໍ​ຄື ຢູ່​ສອງ​ແຫ່ງ​ນີ້​ມີ​ສະໜາມ​ເຝິກ​ຕີ​ກອຟ​ແບບ​ຟຸມ​ເຟືອຍ.​ແຂກ​ທີ່​ຍັງ​ຕີ​ບໍ່​ເປັນ​ປານ​ໃດ,ສາມາດ​​ໄປ​ເຝິກ​ຢູ່​ສະໜາມ​ເຝິກ​ກ່ອນ.

​ຢູ່​ເມືອງໄຫ​ໂຂ​ວຍັງມີ​ໂຮງ​ແຮມ​ທີ່​ມີສະໜາມກອຟພ້ອມ​,​ໂຮງ​ແຮມ​ຄ່າງ​ເລີ້​ຢວນກໍ​ແມ່ນ​ແຫ່ງ​ໜຶ່ງ.​ໂຮງ​ແຮມ​ນີ້​ແປະ​ກັບ​ສະໜາມ​ກອຟ​ແຫ່ງ​ໜຶ່ງ​ທີ່​ສ່ວນໜຶ່ງ​ຢູ່​ດິນ​ໂນນ ​ແລະ​ສ່ວນໜຶ່ງ​ຢູ່​ຂ້າງ​ທະ​ເລ.ຈຸດ​ພິ​ເສດ​ຂອງ​ສະໜາມ​ກອຟ​ແຫ່ງ​ນີ້​ແມ່ນ:ມີ​ຫາດ​ຊາຍທຳ​ມະ​ຊາດ,ຢູ່​ເທິງຫາດ​ຊາຍ​​ເຕັມ​ໄປ​ດ້ວຍ​ຕົ້ນໝາກ​ມີ້​ແລະ​ຕົ້ນໝາກພ້າວ,ຢູ່​ເທິງ​ຕົ້ນ​ໄມ້​ຍັງ​ມີ​ນົກ​ສິ່ວທີ່​ຫົວ​ບາງ​ສົບ​ຍາວ.ສິ່ງ​ແວດ​ລ້ອມ​ແບບ​ນີ້ ຍ່ອມ​ຈະ​ພາ​ໃຫ້​ແຂກ​ທ່ອງ​ທ່ຽວ​ມີ​ຄວາ​ມຮູ້ສຶກ​ຄື​ຢູ່​​​ໃນແດນ​ສະຫວັນ.

​ເມື່ອ​ທຽບ​ກັບ​ເມືອງ​ໄຫ​ໂຂ​ວ​ແລ້ວ,ຫາດ​ຊາຍ​ທະ​ເລ​ຂອງ​ເມືອງ​ຊ່ານ​ຢ້າຍັງງາມ​ກວ່າ,ສ່ວນ​ລາຄາ​ຕີ​ກອຟກໍ່​ຕ່ຳ​ກວ່າໜ້ອຍ​ໜຶ່ງ.ຢູ່​​ເມືອງຊ່ານ​ຢ້າ,ທ່ານ​ຕ້ອງ​ໄປສະໜາມກອຟຮົງ​ເຊຍ​ກູ​ອ່າວ​ຢາ​ລົງ.ທ່ານ​ອີ​ເມິງ​ໄປຕີ​ກອຟຫຼາຍ​ເທື່ອ​ຢູ່​ແຫ່ງ​ນີ້​​ແລ້ວ,ທ່ານເວົ້າຕໍ່​ນັກ​ຂ່າວ​ວ່າ:

"​​ເສັ້ນທາງ​ຕີ​ກອຟຢູ່ສະໜາມ​​ແຫ່ງ​ນີ້ແມ່ນຊ່າງ​ອອກ​ແບບ​ສະໜາມ​ກອຟອາ​ເມ​ລິ​ກາຈັດ​ວາງຢ່າງ​ພະຍາຍາມ​ສຸດ​ຂີດ.ຂ້າພະ​ເຈົ້າຮູ້ສຶກ​ວ່າ ຈຸ​ດພິ​ເສດ​ໃຫຍ່​ທີ່​ສຸດ​ຂອງ​ແຫ່ງ​ນີ້​ແມ່ນ,ຈັດ​ວາງ​ດ້ວຍເອກະລັກຂອງ​ພູມ​ສັນຖານ​ເດີມ​ຂອງ​ທຳ​ມະ​ຊາດ,​ເສັ້ນທາງຕີ​ກອຟ 18 ​ຂຸມລ້ວນ​ແຕ່​ຢູ່​​ເທິງ​​ດິນ​ໂນນ​ທຳ​ມະ​ຊາດ,​ຄົນ​ຕີ​ກອຟ​ໃຕ້​ສະພາບ​ແວດ​ລ້ອມມິດ​ງຽບ​ແລະ​ສະບາຍ​ໃຈ​ທີ່​ສຸດ."

ສະໜາມ​ກອ​ຟຮົງ​ເຊຍ​ກູ​ອ່າວ​ຢ້າລົງ​ກວມ​​ເນື້ອ​ທີ່ 10​0 ​ເຮັກຕາ,​ແມ່ນ​ສະໜາມ​ກອຟຢູ່​ສົ້ນ​ໃຕ້​ຂອງ​ຈີນ.​ໂຮມ​ສູນ​ພາບ​ວິວທິວ​ທັດ​ດິນ​ໂນນ ທະ​ເລ​ແລະ​ທະ​ເລຊາຍ,​ເວົ້າສຳລັບ​ຜູ້​ມັກ​ຕີ​ກອຟ​ແລ້ວ,ຕີ​ກອຟຢູ່​ໃນ​ສວນ​ຕົ້ນຢາງ​ທີ່ດົກໜາ,ຈະ​ເຮັດ​ໃຫ້​ຜູ່​ຕີ​ກອຟ​​ເຂົ້າສູ່​ສະພາວະ​ແລະ​ມີ​ຄວາມ​ກະ​ຕຸ້ນ​ໃຈ​ໄວ້.


ນອກ​ນີ້,ຢູ່​ບໍລິ​ເວນ​ເມືອງຊ່ານ​ຢ້າຍັງ​ມີ​ເຂດ​ທິວ​ທັດ​ທ່ຽນ​ຢາ​ໄຫ​ຈຽວ ​ເຂດ​ລີ​ສອດ​ບໍ່​ນ້ຳອຸ່ນ​ແລະ​ສວນປ່າ​ໄມ້​​ແຫ່ງ​ຊາດ​ເປັນຕົ້ນ​ເປັນ​ໜ້າ​ໄປ​ທ່ຽວ.​ເຂດ​ທິວ​ທັດ​ທ່ຽນ​ຢາ​ໄຫ​ຈຽວ​​​​ໄກ​ຈາກ​​ເມືອງ​ຊ່ານ​ຢ້າໄປທິດຕາ​ເວັນ​ຕົກ​ 20 ກວ່າ​ຫຼັກ,ຕົວ​ໜັງສື"ທ່ຽນ​ຢາ​ໄຫ​ຈຽວ"​ແປ​ວ່າ,"ຢູ່​ຂອບຟ້າ​,ຢູ່​ບ່ອນ​ສຸດ​​ທະ​ເລ",ຊາວ​ຈີນ​ບູຮານ​ມາ​ຮອດ​ແຫ່ງ​ນີ້​ແລ້ວ,ຄຶດວ່າ​​ໄດ້​ໄປ​ຮອດ​ບ່ອນ​ສຸດ​ສາຍຕາ​ໜ່ວຍ​ໂລກ,ສະນັ້ນ ຈຶ່ງ​ຄວັດ​ຄຳ​ວ່າ"ທ່ຽນ​ຢາ""​ໄຫ​ຈຽວ"​ຢູ່​ເທິງ​ກ້ອນ​ຫີນ​ກ້ອນ​ໃຫຍ່.​ເວົ້າລວມ​ແລ້ວ,ນອກຈາກ​ຕີ​ກອຟ​ແລ້ວ,​ແຂກ​ທ່ອງ​ທ່ຽວ​ຍັງ​ສາມາດ​ຊົມ​​ທິວ​ທັດ​ອັນ​ສວຍ​ງາມ​ຫຼາຍໆ​ແຫ່ງ​ຢູ່​ເກາະ​ໄຫຫຼຳ.
1  2