ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-23 16:57:59    
ໄປ​ລ່ອງ​ເຮືອຜະ​ຈົນ​​ໄພ​​ແລະ​ຊີມ​ອາຫານ​ແຊບ​ພິ​ເສດ​ຢູ່​ເມືອງ​ພ່ານຈື່​ຮ່ວາ(ສຽງ)

cri Author: da



ທ່ານ​ຜູ້​ຟັງ,​ມື້​ນີ້ ດາລາ​ວັນ​ຈະ​ແນະນຳ​ເມືອງ​ພ່ານຈື່​ຮ່ວາ​ສູ່​ທ່ານ​ຟັງ.​ເມືອງ​ພ່ານຈື່​ຮ່ວາຕັ້ງຢູ່​ແຂວງ​ເຊ​ສວນ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ຕໍ່​ແດນກັບ​​ເຂດ​ຕິ​ເບ​ດປົກຄອງ​ຕົນ​ເອງ​ແລະແຂວງຢຸນນານ​ຈີນ.​ແມ່ນ້ຳຈິ່ນຊ່າ​ຈ່ຽງທີ່ຢູ່​ຕອນ​ຍ່ານ​​ເໜືອ​ຂອງ​ແມ່ນ້ຳຢາງ​​ເຊ​ໄດ້​ໄຫຼ​ຜ່ານ​​ເມືອງ​ພ່ານຈື່​ຮ່ວາ.


​ເມືອງ​ພ່ານຈື່​ຮ່ວາ​ມີ​ຊັບພະຍາກອນ​ບໍ່​ແຮ່ ພະລັງ​ນ້ຳແລະ​ກະສິກຳ​ທີ່​ອຸດົມສົມບູນ.ຢູ່ເມືອງ​ພ່ານຈື່​ຮ່ວາ ມີ​​ແສງ​​ແດດອົບ​ອຸ່ນ​ແລະ​ດິນ​ຟ້າ​ອາກາດ​ສະບາຍ​ຕະຫຼອດ​ປີ.ຢູ່​ອ້ອມ​ແອ້ມຕົວ​​ເມືອງມີ​ຊັບພະຍາກອນ​ທ່ອງ​ທ່ຽວ​ຫຼາກ​ຫຼາຍຮູບ​​ແບບ,​ເຊັ່ນ:ຖ້ຳຫີນ ປ່າ​ຫີນ ນ້ຳຕົກຕາ​ດ ບໍ່​ນ້ຳອຸ່ນ ປ່າ​ໄມ້​ດຶກ​ດຳ​ບັນ ​​ແລະເດີ່ນ​ຫຍ້າ​ເທິງ​ພູ​ເຂົາ​ເປັນຕົ້ນ.​ໃນ​ນັ້ນ ສິ່ງທີ່​ມີ​ຊື່​ສຽງ​ກວ່າ​ໝູ່​ກໍແມ່ນ​ໄປລ່ອງ​ເຮືອ​ຜະ​ຈົນ​ໄພ​ຕາມ​ແມ່ນ້ຳຈິ່ນຊ່າຈ່ຽງ.


ການ​ໄປ​ລ່ອງ​ເຮືອ​ຜະຈົນ​ໄພ​​ຕາມ​ແມ່ນ້ຳຈິ່ນຊ່າຈ່ຽງ,​ແມ່ນຢູ່​ໃນຮ່ອມ​ພູ​ໃຫຍ່ພາກຕາ​ເວັນ​ຕົກຂອງ​​ເມືອງ​ພ່ານຈື່​ຮ່ວາ.ຮ່ອມ​ພູ​​​ແຫ່ງນີ້ ມີພູຜາ​ແມ່ນ້ຳປະສົມ​ປະ​ສານ​ກາຍເປັນ​ພາບ​ວິວທິວ​ທັດອັນສວຍ​ງາມ ທັງ​ມີ​ຮູ​ບຊົງ​ສະຫງ່າ​ຜ່າ​ເຜີຍ​​,ສາມາດ​ປຽບທຽບກັບ​ຮ່ອມ​ພູອາ​ຟຼີກາ​ຢູ່​ເກນ​ຢາ,ພູມ​ສັນຖານທີ່ພິລຶກອັດສະຈັນ ພາບ​ວິວທິວ​ທັດຮ່ອມ​ພູ​ທີ່​ເລິກ​ລັບ​ແລະທິວ​ທັດ​ພຶກສາຊາດ​ດຶກ​ດຳ​ບັນ​ຢູ່​ແຫ່ງ​ນີ້ ເຮັດ​ໃຫ້​ຄົນ​ມັກ​ຫຼິ້ນ​ຈົນ​ບໍ່​ຢາກ​ເມືອ,ຖືກຄົນ​ຈີນ​ແລະ​ຄົນຕ່າງປະ​ເທດ​ຜູ່​ນິຍົມ​ລ່ອງ​ເຮືອ​ຕາມ​ແມ່ນ້ຳ​ເອີ້ນ​ເປັນ"​ສຸວັນນະ​ພູມ"ຂອງ​ການລ່ອງ​ເຮືອ​ຜະ​ຈົນ​ໄພ​​ຕາມ​ແມ່ນ້ຳ.


ປີ 1999,ການລ່ອງ​ເຮືອ​ຜະ​ຈົນ​ໄພ​​ຕາມ​ແມ່ນ້ຳຈິ່ນຊ່າ​ຈ່ຽງຖືກ​ວາລະສານ" national geographic" ຂອງ​​ອາ​ເມ​ລິ​ກາ​ປະ​ກວດ​ເປັນ​ໜຶ່ງ​ໃນ 25 ລາຍການ​ຜະ​ຈົນ​ໄພທີ່​ມີ​ການ​ທ້າ​ທາຍກວ່າ​ໝູ່ ມີຄວາມ​ຫຍຸ້ງຍາກລຳ​ບາກກວ່າ​ໝູ່ແລະ​ມີຄວາມ​ດູດ​ດຶງ​ຫຼາຍ​ກວ່າ​ໝູ່​ໃນ​ທົ່ວ​ໂລກ.ນາງ​ຮົງ​ອີ້ ຜູ່​ນຳ​ທ່ຽວ​ຂອງ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ​ຈີນ​ເຫັນ​ວ່າ,​ເອກະລັກ​ພິ​ເສດ​ທີ່ໃຫຍ່​ກວ່າ​ໝູ່​ຂອງ​ການລ່ອງ​ເຮືອ​ຕາມ​ແມ່ນ້ຳຢູ່​ແຫ່ງ​ນີ້​ກໍ​ແມ່ນ​ສຳຜັດ​ກັບ​ຄວາມ​ຫວາດ​ສຽວ​ແລະ​ຕື່ນ​ເຕັ້ນ.

"ນັກ​ທ່ອງ​ທ່ຽວ​ສ່ວນ​ຫຼາຍ​ມີ​ຄວາມຮູ້ສຶກ​ດີ​ຫຼາຍ,ຮູ້ສຶກ​ວ່າຕື່ນ​ເຕັ້ນ​ທີ່​ສຸດ,​ສາມາດ​ຝຶກ​ຝົນຫຼໍ່​ຫຼອມ​ມານະຈິດ​ຂອງ​ຕົນ​ໃນ​ການ​ຜະຈົນ​ໄພ.ຫຼາຍໆ​ຄົນ​ມາ​ເທື່ອ​ໜຶ່ງ​,ບໍ່​ດົນ​ກໍ່​ໂທ​ມາຫາອີກ,ບອກ​​ວ່າ,ມ່ວນ​ຫຼາຍ,ຈະ​ພາ​ຄອບຄົວ​ແລະ​ໝູ່ເພື່ອນ​​ມາ​ຫຼິ້ນນຳ​ກັນ​ອີກ​."


1  2