ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 14:38:49    
ຫໍພິພິທະ​ພັນທໍ​ລະ​ນີຈີນ(ສຽງ)

cri


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຖ້າ​ທ່ານ​ເຄີຍ​ມາຢູ່​ປັກ​ກິ່ງ​ເປັນ​ເວລາ​ດົນ​ນານ, ທ່ານ​ອາດ​ຈະ​ໄດ້​ເອົາ​ໃຈ​ໃສ່​ແລ້ວ​ວ່າ, ຢູ່​ປັກ​ກິ່ງ​ນີ້, ນອກຈາກ​ມີ​ຮ່ອງຮອຍ​ປະຫວັດສາດຫຼາຍບ່ອນ​ທີ່​ທ່ານ​ພາດ​ບໍ່​ໄດ້​ເຊັ່ນ​ກຳ​ແພງ​ເມືອງ​ຈີນ​ແລະ​ພະ​ລາຊະ​ວັງ​ກູ້​ກົ່ງ​ແລ້ວ, ຍັງ​ມີ​ຫໍພິພິທະ​ພັນ​ຫຼາຍ​ແຫ່ງ​ທີ່​​ໜ້າ​​ໄປ​ຊົມ. ຫໍພິພິທະ​ພັນ​ທໍລະນີ​ຈີນ​ທີ່​ຕັ້ງ​ຢູ່​ມໍ່​ກັບ​ແຈ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ພະ​ລາຊະ​ວັງ​ກູ້​ກົ່ງ​ກໍແມ່ນ​ຫໍພິພິທະ​ພັນ​ແຫ່ງ​ໜຶ່ງ​ທີ່​ມີ​ປະຫວັດ90​ປີ​ແລ້ວ. ​ໃນ​ລາຍການ​ວັດທະນະທຳ​ຈີນ​ມື້​ນີ້, ​​ພວກ​ເຮົາ​ພ້ອມ​ກັນ​ກັບ​ທ່ານ​ໄປ​ຊົມູ​ຫໍພິພິທະ​ພັນ​ແຫ່ງ​ນີ້.

ຫໍພິພິທະ​ພັນ​ທໍລະນີ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ1916, ​ເມື່ອ​ຮອດ​ປີ​ນີ້​ພໍດີ​ມີ​ປະຫວັດ90​ປີ​ແລ້ວ, ມັນ​ແມ່ນ​ຫໍພິພິທະ​ພັນ​ວິທະຍາສາດ​ທຳ​ມະ​ຊາດສ່ວນ​ຫຼວງທີ່​ສ້າງ​ຂຶ້ນ​ກ່ອນ​​ໝູ່​ຂອງ​ຈີນ. ​ແຕ່​​ໃນ​ປະຫວັດສາດ​ໄດ້​ຍ້າຍ​ບ່ອນຫຼາຍ​ເທື່ອ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ​ໄດ້ຂະຫຍາຍ​ສ້າງ​ແລະ​ສ້ອມ​ແປງ​ຂະໜາດ​ໃຫຍ່​ຫຼາຍ​ເທື່ອ, ປະຈຸ​ບັນ, ​ເມື່ອ​ເບິ່ງ​ຈາກ​ຮູບ​ນອກ, ຫໍພິພິທະ​ພັນ​ທໍ​ລະ​ນີຈີນ​ບໍ່​ມີ​ຮ່ອງ​ຮອຍ​ປະຫວັດສາດ​ແລ້ວ, ຫາກ​ແມ່ນຫໍພິພິທະ​ພັນ​ທັນ​ສະ​ໄໝ​ແຫ່ງ​ໜຶ່ງ.

​ເມື່ອ​ຢ່າງເຂົ້າ​ຫ້ອງ​ວາງສະ​ແດງ​ທີ່​ມີ​ເນື້ອ​ທີ່4​ພັນ5​ຮ້ອຍ​ແ​ມັດ​ຕາ​ຂອງ​ຫໍພິພິທະ​ພັນ​ທໍລະນີ​ຈີນ​, ທ່ານ​ຈະສາມາດ​​ເລາະ​ເບິ່ງຕົວຢ່າງ​ທໍລະນີ2​ແສນ​ກວ່າ​ເຄື່ອງ​ທີ່​ຫໍພິພິທະ​ພັນ​ແຫ່ງ​ນີ້​ສະ​ສົມ​ໄວ້​​ນັ້ນ​ຢ່າງ​ສົມໃຈ. ​ໃນ​ນັ້ນ, ມີຫຼາຍ​ຢ່າງ​ແມ່ນ​ມີ​ຊື່ສ​ຽງທົ່ວ​ໂລກ: ມີ​ຊາກ​​ໄດໂນ​ເສົາ​ທີ່​ໃຫຍ່​ໂຕ​ແລະ​ຊາກ​ມະນຸດ​ບູຮານ​ເຊັ່ນ: ມະນຸດ​ຢວນ​ເມົາ​ທີ່​ມີ​ປະຫວັດ1​ລ້ານ7​ແສນ​ກວ່າ​ປີ​ແລະ​ມະນຸດ​ປັກ​ກິ່ງ​ທີ່​ມີ​ປະຫວັດ​ປະມານ7​ແສນ​ຫາ2​ແສນ​ປີ, ຍັງ​ມີ​ແກ້ວ​ມໍ​ລະ​ກົດ​ແລະ​ຢົກຕ່າງໆ​​ເຊິ່ງ​ເປັນ​ເຄື່ອງສະ​ສົມ​ລະດັບ​ຊາດ.

​ເມື່ອ​ເວົ້າ​ເຖິງ​ຫໍພິພິທະ​ພັນ​ທໍລະນີ​ຈີນ, ທ່ານ​ຈ້າວ​ເຄີ​ຢານ ພະນັກງານ​ຂອງ​ຫໍພິພິທະ​ພັນ​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ:

ຫໍພິພິທະ​ພັນ​ທໍລະນີ​ຈີນ​ຄື​ກັນ​ກັບ​ຫໍພິພິທະ​ພັນ​ປະ​ເພດ​ທຳ​ມະ​ຊາດ​ອື່ນໆ, ມີ​ບົດບາດອັນ​ເປັນ​ມູນ​ເຊື້ອ​ໃນ​ສາມ​ດ້ານ​ເຊັ່ນ: ​ເກັບ​ຮັກສາ, ຄົ້ນຄວ້າ​ວິທະຍາສາດ​ແລະ​ການ​ສຶກສາ​​ສັງຄົມ. ກ່ອນ​ອື່ນ​ແມ່ນ​ເກັບ​ຮັກສາ, ຕາງໜ້າ​ລັດເກັບ​ຮັກສາ​ຕົວຢ່າງ​ທໍລະນີ​ປະ​ເພດ​ຕ່າງໆ, ຕົວ​ຢ່າງ​ທີ່​ເກັບ​ໂຮມ​ນັ້ນ​ກວມ​ທຸກ​ຂົງ​ເຂດ​ທໍລະນີ, ບໍ່​ວ່າ​ແມ່ນ​ຈຳນວນ​ຫຼື​ວ່າ​ຄຸນ​ນະພາ​ບ, ລ້ວນ​ແຕ່​ເປັນ​ທີ​ໜຶ່ງ​ອາຊີ. ຫໍພິພິທະ​ພັນ​ທໍລະນີ​ຈີນ​ມີ​ກຳລັງ​ຕົວ​ຈິງ​ດ້ານ​ຄົ້ນຄວ້າ​ວິທະຍາສາດ​ທີ່​ເຂັ້ມ​ແຂງ, ການ​ຄົ້ນ​ຄວ້າ​ວິທະຍາສາດ​ຕົ້ນຕໍ​ແມ່ນ​ເອົາ​ໃຈ​ໃສ່​ນຳ​ການ​ຄົ້ນຄວ້າ​ເຄື່ອງ​ສະ​ສົມ​ຂອງຫໍພິພິທະ​ພັນ, ​ໂດຍ​ສະ​ເພາ​ະ​ແມ່ນ​ສັດ​ຈຳພວກ​ມີ​ກະ​ດູກສັນຫຼັງ​ຂະໜາດ​ນ້ອຍ, ​ເຊັ່ນ​ການ​ຄົ້ນຄວ້າ​ປະ​ເພດ​ນົກ​ແລະ​ປະ​ເພດ​ປາ​ເປັນ​ຕົ້ນ, ມີ​ຊື່ສ​ຽງ​ໂດ່​ງດັງ​ໃນ​ທົ່ວ​ໂລກ.

​ເມື່ອ​ເວົ້າ​ສຳລັບຜູ້​ມັກທໍລະນີ​ສາດ, ຫໍພິພິທະ​ພັນ​ທໍລະນີ​ຈີນ​ຄືກັນ​ກັບ​ສາງ​ຄວາມ​ຮູ້​ແຫ່ງ​ໜຶ່ງ: ຢູ່​ນີ້​ມີຫ້ອງ​ວາງສະ​ແດງ​ພື້ນ​ຖານ5​ຫ້ອງ​ເຊັ່ນ​ຫ້ອງ​ໜ່ວຍ​ໂລກ, ຫ້ອງ​​ແຮ່​ທາດ, ຫ້ອງ​ແກ້ວ​ມໍ​ລະ​ກົດ, ຫ້ອງ​ຊີວະ​ຊາດ​ກ່ອນ​ປະຫວັດສາດ, ຫ້ອງ​ຊັບພະຍາກອນ​ດິນ​ແດນ​ແຫ່ງ​ຊາດ​ແລະ​ຫ້ອງ​ວາງສະ​ແດງ​ຊົ່ວຄາວ​ສອງ​ຫ້ອງ, ຫ້ອງ​ວາງສະ​ແດງ​ຕ່າງ​ໆ​ໄດ້​ໃຊ້​ຫຼາຍ​ວິທີ​ເຊັ່ນ: ວາງສະ​ແດງ​ຂອງ​ຈິງ, ການ​ສາຍຮູບ​ເງົາ​​ແລະ​ສາລະພັດ​ສື່, ການວາງສະ​ແດງ​​ແບບຈຳລອງ​ຕົວຈິງ​ເປັນ​ຕົ້ນ, ​ໄດ້​ວາງສະ​ແດງ​ສະພາບ​ຊັບພະຍາກອນ​ທໍລະນີ​ຂອງ​ຈີນ​ກໍ​ຄື​ຂອງ​ໂລກ​ຢ່າງ​ມີ​ຊີວິດ​ຊີວາ, ​ແລະແນະນຳ​ຄວາມ​ຮູ້​ກ່ຽວ​ກັບ​ວິທະຍາສາດ​ໜ່ວຍ​ໂລກ​ທີ່​ກ່ຽວຂ້ອງ.

ສິ່ງ​ທີ່​ໜ້າ​ເວົ້າ​ເຖິງ​ນັ້ນ​ແມ່ນ, ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້, ​ໄທ​​ເມືອງ​ທຳ​ມະ​ດາສາມັນຫຼາຍ​ໆຄົນ​ທີ່​ບໍ່​ສົນ​ໃຈ​ນຳ​ຄວາມ​ຮູ້ດ້ານ​ທໍລະນີ​ໃນ​ເມື່ອກ່ອນ​ນັ້ນ, ປະຈຸ​ບັນ, ກໍ​ໄປ​ທ່ຽວ​ຊົມ​ຫໍພິພິທະ​ພັນ​ຢ່າງ​ເປັນ​ເຈົ້າ​ການ. ສິ່ງ​ທີ່​ດູດ​ດຶງ​ພວກເຂົາ​ເຈົ້າ​ນັ້ນ​ແມ່ນວຽກ​ງານ​ຄົ້ນຄວ້າ​ແກ້ວ​ມໍ​ລະ​ກົດ​ຂອງ​ຫໍພິພິທະ​ພັນ​ທໍລະນີ​ຈີນ. ​ໃນ​ສິບ​ກວ່າ​ປີ​ມາ​ນີ້, ຫໍພິພິທະ​ພັນ​ທໍລະນີ​ຈີນ​ໄດ້​​ດຳ​ເນີນ​ການ​ຄົ້ນຄວ້າ​ແລະ​ວິນິດ​ໃສ​ແກ້ວ​ມໍ​ລະ​ກົດຕໍ່​ພາຍ​ນອກ​ຕະຫຼອດ​ມາ. ການ​ໂຄສະນາ​ເຜີຍ​ແຜ່​ແລະ​ຄົ້ນຄວ້າ​ແບບ​ເຄິ່ງຕະຫຼາດ​ແນວ​ນີ້, ໄດ້​​ເປີດ​ກວ້າງ​ຕະຫຼາດ​ຊື້​ຂາຍ​ແກ້ວ​ມໍ​ລະ​ກົດ​ໃນ​ລະດັບ​ໃດ​ໜຶ່ງ.

1  2