ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-08 18:35:08    
ເພງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ(ພາບ) (ສຽງ)

cri



ພິທີ​​ເປີດ​ສາກ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ທີ່​ປະຈັກ​ຕາ​ຊາວ​ໂລກ​ໄດ້​​ເປີດ​ຜ້າ​ປົກ​ອັນ​ເລິກລັບ​ອອກ​ແລ້ວ. ​ໃນ​ພິທີ​ດັ່ງກ່າວ, ຊາວ​ເກຼັກ​​ໄດ້​ປະສານ​ກັບ​ເທບ​ນິຍາຍ​ບູຮານຂອງ​ເກຼັກ, ​​ໃຊ້​ຮູບການສະ​ແດງ​ອັນ​ໃຫຍ່​ໂຕ​ມະ​ໂຫລານ​ເຮັດ​ໃຫ້​ຜູ່​ຊົມ​ໄດ​​ເຫັນ​ເນື້ອ​ໃນກັບວັດທະນະທຳ​ຂອງ​ເກຼັກ ຖີ່​ນກຳ​ເນີດ​ຂອງ​ງານ​ກິລາ​ໂອລິ​ມປິກ, ​ແລະ​ໄດ້​ສະ​ແດງ​ໃຫ​້​ເຫັນ​ຈິດ​ໃຈ​ໂອ​ລິ​ມປິກ​ທີ່​ຖື​ຄົນ​ເປັນຫຼັກ​ເປັນ​ຢ່າງ​ດີ. ​ໃນ​ພິທີ​ເປີດ​ສາກ​ທີ່​ສຳ​ເລັດ​ຜົນ​ດັ່ງກ່າວ, ມີຈຸດ​ເດັ່ນ​ກວ່າ​ໝູ່​ແມ່ນ​ເພງມະຫາ​ສະໝຸດ ​ເພງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ສະ​ໄໝ​ນີ້ທີ່​ຂັບ​ຮ້ອງ​ໂດຍນາງບີ​ຢອກ ລາ​ຊີ​ນີດົນຕີ​ທີ່​ມາ​ຈາກ​ອິສລັງ, ​ເພງ​ນີ້​ໄດ້ສັນລະ​ເສີນ​ມະຫາ​ສະໝຸດ ​ແຫຼ່ງກຳ​ເນີ​ດຂອງ​ມວນ​ມະນຸດ, ພ້ອມ​ກັນນັ້ນ​, ​ກໍໄດ້​​ໃຫ້ຜູ່​ຊົມ​ທັງຫຼາຍ​ໄດ້​ຟັງສຽງ​ທຳ​ມະ​ຊາດ​ທີ່​ກະ​ຕຸ້ນໃຈ​ຄົນ.

ງານ​ກິລາ​ໂອ​ລິ​ມປິກ​ທຸກ​ສະ​ໄໝ, ປະ​ເທດ​ເຈົ້າພາບຍ່ອມ​ແຕ່ງ​ເພງ​ທີ່​ສ່ອງ​ແສງ​ສີສັນ​ວັດ​ດທະນະ​ທຳ​ທີ່​ມີ​ເອກະລັກພິ​ເສດ​ຂອງ​ປະ​ເທດຕົນ​ແລະ​ສ່ອງ​ແສງ​ການສະ​ແຫວ​ງ​ຈິດ​ໃຈ​ໂອ​ລິ​ມປິກ​ຂອງ​ມະນຸດຊາດ, ​ແລ້ວ​ຖື​ເປັນ​ເພງ​ຂອງ​ງານ​ກິລາ​ໂອ​ລິ​ມປິກສະ​ໄໝ​ນັ້ນ. ປະຈຸ​ບັນ, ​ເພງ​​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ກາຍ​ເປັນ​ພາກສ່ວນ​ປະກອບ​ອັນ​ສຳຄັນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ແລ້ວ, ຄະນະ​ຈັດ​ງານ​ຈະ​ຕ້ອງ​ເຊີນ​ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ມາ​ຂັບ​ຮ້ອງ, ​​ແລະ​ເພງ​ເຫຼົ່ານີ້​ຈະເຜີຍ​ແຜ່​ຢູ່​ໃນ​ຂອບ​ເຂດ​ທົ່ວ​ໂລກ​ໂດຍ​ໄວ, ​ແລ້ວ​ກາຍ​ເປັນ​ການ​ໂຄສະນາ​ງານ​ກິລາ​ໂອ​ລິ​ມປິກຢ່າງ​ດີກ​ວ່າ​ໝູ່.
         
ງານ​ກິລາ​ໂອ​ລິ​ມປິກ​​​ສະ​ໄໝ​ໃໝ່ຄັ້ງທຳ​ອິດກໍ​​ມີເພງປະຈຳງານ​ແລ້ວ. ​ໃນ​ວັນ​ທີ 6 ​ເມສາ​ປີ 1896, ພາຍ​ຫລັງ​ສົມ​ເດັດ​ຈອດ​ຈ໌ ລັດຊະການທີໜຶ່ງ ​ເຈົ້າຊີວິດ​ເກຼັກປະກາດ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງທີ 1 ​ແລ້ວ, ທ່ານສະ​ປີ​ໂລ​ສ ຊາ​ມາ​ລັດ ນັກ​ດົນຕີ​ທີ່​ມີ​ຊື່​ສຽງຂອງເກຼັກ​ໄດ້​​ໃຫ້​ຈັງຫວະ​ຄະນະ​ຮ້ອງ​ຮວມໝູ່ 9 ຄະນະ​ແລະ 250 ຄົນ​ຮ້ອງ​ເພງ​ໂອ​ລິ​ມປິກ​ສັກສິດ ເຊິ່ງ​ແມ່ນ​ທ່ານ​ເອງ​ເປັນ​ຜູ່​​ແຕ່ງ​ທຳນອງ ທ່ານຄິສຕິ​ສ ພາລາ​ມາສ໌ ​​ນັກ​ກະ​ວິ​​ເປັນ​ຜູ່ແຕ່ງ​ເນື້ອ​ຮ້ອງ. ດົນຕີ​ທີ່​ມ່ວນ​ອອນຊອນ​​ແລະ​ສຽງ​ເພງ​ອັນ​ຈັບ​ໃຈໄດ້​ດັງ​ຂຶ້ນ​ຢູ່​ເທິງ​​ເວຫາສະໜາມກິລາພາ​ນາ​ຊິນ​ນີອານຕັ້ງດົນນານ​, ​​ພາ​ຄົນ​ທັງຫລາຍ​ເຂົ້າສູ່​ບັນຍາກາດອາ​ໄລ​ຫາຄວາມ​ສະຫງ່າ​ລາສີຂອງ​ງານ​ກິລາ​ໂອ​ລິ​ມປິກ​ບູຮານ​ແລະ​​ຝັກ​​ໃຝ່ງານ​ກິລາ​ສະ​ໄໝ​ໃໝ່​ທີ່​ດີງາມ​ນັ້ນ. ​ເຖິງ​ວ່າ​ເພງ​ໂອ​ລິ​ມປິກ​ສັກສິດ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໃຫຍ່ຫຼວງໃນ​ພິທີ​ເປີດ​ງານ​ກິລາ​ໂອ​ລິ​ມປິ​ມຄັ້ງທຳ​ອິດ​ກໍ​ຕາມ, ​ແຕ່​ໃນ​ຄາວ​ນັ້ນຍັງ​ບໍ່​​​ໄດ້​ກຳນົດ​ເປັນ​ເພງ​ປະຈຳງານ​. ​​ພາຍຫລັງ​ມາ, ຝ່າຍ​ເຈົ້າພາບ​ຈຶ່ງ​ໄດ້ກຳນົດ​​ເພງຂອງ​ງານ​ໂອ​ລິ​ມປິກ​ທຸກ​ສະ​ໄໝ, ​ແຕ່​ກໍ​ບໍ່​ມີ​ເພງ​ປະຈຳງານ​ທີ່​ເປັນ​ເອກະ​ພາບ. ຕໍ່​ມາ, ມີ​ຄົນ​ສະ​​ເໜີໃຫ້​ແຕ່ງ​ເພງ​ໃໝ່​, ກຳນົດ​ໃຫ້​ເປັນ​ເພງ​ປະຈຳ​ງານ​ກິລາ​ໂອ​ລິ​ມປິກ​ໂດຍ​ສະ​ເພາະ​ຢ່າງ​ຖາວອນ. ​ແຕ່ໄດ້​ທົດ​ລອງ​ຫຼາຍ​ເທື່ອ​ກໍ​ບໍ່​ພໍ​ໃຈປານ​ໃດ. ສະນັ້ນ, ​ໃນ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 55 ຂອງ​ຄະນະກຳມະການ​ໂອ​ລິ​ມປີກ​ສາກົນ​ທີ່​ຈັດ​ຂຶ້ນ​​ຢູ່​ໂຕ​ກຽວ​ໃນ​ປີ 1958 ,​ໄດ້​ຕົກລົງ​ເອົາ​ເພງ​ໂອ​ລິ​ມປິກ​ສັກສິດ ​ເປັນ​ເພງປະຈຳ​ງານ​ກິລາ​ໂອ​ລິ​ມປິກ. ​ແຕ່​ນັ້ນມາ, ​ໃນ​ພິທີ​ເປີດຫຼືປິດ​ງານ​ກິລາ​ໂອ​ລິ​ມປິກ​ທຸກ​ສະ​ໄໝ, ພວກ​ເຮົາ​ກໍ​ຈະໄດ້​ຟັງ​ດົນຕີ​ເກຼັກບູຮານ​ທີ່​ໄພ​ເລາະ​ບົດ​ນີ້.

1  2