ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-09 21:00:09    
ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ​ຂອງ​ຈີນ​(ສຽງ)

cri Author: shuo


​ກອງ​ປະຊຸມສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ4​ສະ​ໄໝ​ທີ10ພວມ​ໄຂ​ຂຶ້ນຢູ່​ທີ່​ປັກ​ກິ່ງ.​ໃນ ເວລາ​ກ່າວ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ໃນ​ວັນ​ທີ5​ມີນາ,ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,ການ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ​ແມ່ນ​ໜ້າ​ທີ່​ອັນ​ສຳ​ຄັນ​ແລະ​ຮີບ​ດ່ວນ​,​ໃນ5​ປີ​ຂ້າງ​ໜ້າ,​ການ​ເງິນ​ສູນ​ກາງ​ຈະ​​ເບີກ​ເງິນ​10​ຕື້​ຢວນ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດທະນາ​ອາຊີ​ວະ​ສຶກ​ສາ.​ໃນ​ເວ​ລາ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ,​ຜູ້​ແທນ​ທັງ​ຫຼາຍ​ຂອງ​ສະ​ພາ​ປະ​ຊາຊົນ​ແ​ຫ່ງຊາດ​ຈີນ​ກ່າວ​ວ່າ,​ອາ​ຊີ​ວະ​ສຶກ​ສາ​ທັງ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ຂອງ​ການ​ຍົກ​ຄຸນ​​ທາດ​ຂອງ​ທົ່ວ​ປວງຊົນ​ໃຫ້​ສູງ​ຂຶ້ນ,ທັງ​​ແມ່ນປັດ​ໄຈ​ສຳຄັນ​ທີ່​ມີ​ຜົນ​ສະ​ທ້ອນ​ໂດຍ​ກົງ​ຕໍ່​ກຳລັງ​ແກ່ງ​ແຍ່ງ​ຂອງ​ວິ​ສາ​ຫະກິດ​ແລະ​ກຳລັງ​ສັງ​ລວມ​ແຫ່ງ​ຊາດ,​ການ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ ຢ່າງ​ແຂງ​ແຮງ​ຕ້ອງການ​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ທົ່ວ​ສັງ​ຄົມ​.ການ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ​ຂອງ​ຈີນ​ມີ​ປະ​ຫວັດ​ພຽງ​ແຕ່20​ກວ່າ​ປີທໍ່​ນັ້ນ.​ໂຮງຮຽນ​ທີ່​ດຳ​ເນີນ​ອາ​ຊີ​ວະ​ສຶກ​ສາ​ຂອງ​ຈີນ​ຕົ້ນ​ຕໍ​ມີ​ສອງ​ປະ​ເພດ,​ຄື​ໜຶ່ງ​ແມ່ນ​ໂຮງຮຽນ​​ວິຊາ​ສະ​ເພາະ​ຊັ້ນ ກາງ​ແລະ​ໂຮງ​ຮຽນ​ເຕັກ​ນິກ​​ທີ່​ມີ​ລະດັບ​ທໍ່​ກັບ​​ໂຮງ​ຮຽນ​ມັດ​ທະຍົມ​ຕອນປາຍ,ອີກ​ປະ​ເພດ​ໜຶ່ງ​ແມ່ນ​​ໂຮງ​ຮຽນ​ວິຊາ​ສະ​ເພາະ​ຊັ້ນ​ສູງ​ແລະ​ໂຮງ​ຮຽນ​ວິ​ຊາ​ຊີບຊັ້ນສູງ​ທີ່​ມີ​ລະດັບ​ຢູ່​ໃນ​ລະ​ຫວ່າງ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ​ກັບ​ມະ​ຫາ​ວິທະຍາ​ໄລປະລິນຍາ​ຕີ.​ເດືອນກັນຍາ​ປີ​1996,ກົດໝາຍ​ວ່າ​ດ້ວຍ​ອາຊີວະ​ສຶກສາ​ໄດ້​ປະ​ກາດ​​ໃຊ້,ອັນ​ໄດ້​ເຮັດ​ໃຫ້​ອາຊີວະ​ສຶກ​ສາ​ຂອງ​ຈີນ​​ເຂົ້າສູ່​ໂຄ​ຈອນ​​ກົດໝາຍ,​ແລະ​​ໄດ້ຊຸກຍູ້​ໃຫ້​ພາລະກິດ​ອາຊີວະ​ສຶກສາ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ກ້າວໜ້າ​ຢ່າງ​ໃຫຍ່.​ເມື່ອ​ໄດ້​ພັດທະນາ​ມາເປັນ​ເວລາ20​ກວ່າປີ​ແລ້ວ,ປະຈຸ​ບັນ​ນີ້,​ໃນ​ທົ່ວ​ປະ​ເທດ​ຈີນ​ມີ​ໂຮງຮຽນ​ອາຊີວະ​ສຶກສາ​ປະ​ເພດ​ຕ່າງໆ1​ໝື່ນ5​ພັນ​ກວ່າ​ຫຼັງ,​ເຊິ່ງມີນັກ​ຮຽນ20​ກວ່າ​ລ້ານ​ຄົນ.

ປີ2005,​ກະ​ຊວງ​ສຶກ​ສາ​ທິການ​ຂອງ​ຈີນ​ໄດ້​ປັບປຸງ​ອົງ​ປະກອບ​ການ​ສຶກສາ,​ຖື​ອາຊີວະ​ສຶກ ສາ​ຊັ້ນ​ກາງ​ເປັນ​ໜຶ່ງ​ໃນ​ຈຸດ​ໜັກ​​ຍຸດ​ທະ​ສາດຂອງ​ວຽກ​ງານ​ການ​ສຶກສາ;​ເມື່ອ​ເດືອນ​ພະ​ຈິກ​ປີ​ດຽວ​ກັນ​ຢູ່​ທີ່​ປັກ​ກິ່ງ,ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ໄຂ​ກອງ​ປະຊຸມ​ວຽກ​ງານ​ອາ​ຊີ​ວະ​ສຶກ​ສາ​ລະ ດັບ​ຊາດ,​ໄດ້​ກຳ​ນົດ​ຄືນ​ໃໝ່​ກ່ຽວ​ກັບ​ແນວ​ຄິດ​ຊີ້​ນຳ​ການ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ​ທີ່​ຖື​ການ​ບໍ​ລິ​ການ​ເປັນ​ວັດຖຸ​ປະ​ສົງ​ແລະ​ຖື​ການ​ປະ​ກອບ​ອາຊີບ​ເປັນ​ທິດ​ຂະ​ຫຍາຍ.​ສ່ວນ​ການ​ບັນ​ລະ​ຍາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອາຊີວະ​ສຶກ​ສາ​​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໃນ​ປີ​ນີ້​ກໍ​ໄດ້​​ເພີ່ມ​ແມ່​ແຮງ​ໃໝ່​ເຂົ້າ​ໃນ​ການ​ພັດ ທະນາ​ອາ​ຊີ​ວະ​ສຶກ​ສາ​ຂອງ​ຈີນ.

​ໃນ​ເວລາ​​ໃຫ້ສຳ​ພາດ​ຕໍ່ນັກຂ່າວວິທະຍຸ​ພວກ​ເຮົາ,ທ່ານ​ຮວງ​ເທີ​ງ ຜູ້​ແທນ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນຂອງແຂວງ​ສານ​ຊີ່ ອະທິການ​ບໍດີ​ຂອງສະ​ຖາ​ບັນວຽກ​ງານ​ການ​ຕ່າງປະ​ເທດ​ຊີ່​ອ່ານ​ກ່າວ​ວ່າ,ການ​ພັດທະນາ​ອາຊີວະ​ສຶກສາ​ແມ່ນ​ຂອດ​ຂໍ​ກະ​ແຈຂອງ​ການແກ້​ໄຂບັນຫາ ຂາດ​​ເຂີນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ສີ​ໄມ້​ລາຍ​ມື,​ແມ່ນ​ຄວາມ​ຕ້ອງການ​ອັນຮີບ​ດ່ວນ ຂອງ​ຈີນ​ໃນ​ການ​ເດີນຕາມ​ເສັ້ນ​ທາງ​ຫັນ​ເປັນ​ອຸດສາຫະກຳ​​ແບບ​ໃໝ່,​​ແລະແມ່ນ​ຊ່ອງ​ທາງ​ສຳ​ຄັນ​ຂອງ​ການ​ແກ້​ໄຂ​ບັນຫາ​ກະ​ສິ​ກຳ ຊົນນະບົດ​ແລະ​ຊາວ​ກະ​ສິກ​ອນ.​ສ່ວນ​ປະ​ເທດ​ແລະ​ລັດຖະບານ​ເພີ່ມ​ການ​ລົງ​ທຶນ​ສະ​ໜັບ​ສະ​ໜູນ​ການ​ພັດທະນາ​ອາຊີວະ​ສຶກສາຊັ້ນຕ່າງໆ​ປະ​ເພດ​ຕ່າງໆ​ນັ້ນແມ່ນ​ມາດ​ຕ​ະການ​ສຳ​ຄັນ​ຂອງ​ກນສ້າງ​ສາ​ປະ​ເທດ​ຈີນ​​ທັນ​ສະ​ໄໝ.ທ່ານ​ຮວງ​ເທີ​ງ​ເວົ້າວ່າ:​"ຖື​ອາ​ຊີ​ວະ​ສຶກສາ​ເປັນ​ກຳລັງ​ຊຸກຍູ້​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ຢ່າງ​ແທ້​ຈິງ​ແມ່ນ​ທ່ວງ​ທ່າ​ທີ່​ຕ້ອງ​ເປັນ​ໄປ​ໃນການ​ສັບ​ຊ້ອນ​ອົງ​ປະ​ກອບ​ການ​ສຶກສາ.ລັດ​ຖະ ບານ​ພວກ​ເຮົາ​​ໄດ້ສົ່ງ​ເສີມ​ແລະ​ເຮັດ​ໃຫ້​ທ່ວງ​ທ່າ​ດັ່ງກ່າວ​ເປັນ​ແບບ​ສະບັບ​ຢ່າງ​ທັນ​ການ,​ແລະ​ຊຸກຍູ້​ດ້ວຍ​ແຜນ​ກຳນົດ,ຂ້າ​ພະ​ເຈົ້າ​ຄິດ​ວ່າ​ທັງ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທ່າ​ທີ​ວິ​ທະ​ຍາ​ສາດ​ແລະ​ຕິດ​ແທດ​ຕົວ​ຈິງ​ຂອງ​ລັດ​ຖະ​ບານ."

ທ່ານ​ຮວງ​ເທີ​ງ​ເຫັນ​ວ່າ,​ໃນ5​ປີ​ຂ້າງ​ໜ້າ,ການ​ເງິນ​ສູນ​ກາງ​ຈະ​​ເບີກ​ເງິນ10​ຕື້​ຢວນ​​ເພື່ອສະ ໜັບສະໜູນການ​ພັດທະນາ​ອາຊີວະ​ສຶກສາ,ທັງ​ນີ້​ກໍເປັນ​ການ​ປ່າວ​ປະກາດ​ໃຫ້​ຮູ້​ວ່າ,ອາຊີ ວະ​ສຶກສາ​ຂອງ​ຈີນ​ມີ​ຫວັງ​ຈະ​ຫຼຸດພົ້ນອອກ​ຈາກ​ສະພາບ​ບໍ່​ໄດ້​ຮບ​ຄວາມ​ເອົາ​ໃຈ​ໃສ່ແລ້ວ, ​ເຂົ້າສູ່​ຖານະຫຼັກ​ແຫຼ່ງຂອງ​ລະບົບ​ການ​ສຶກສາ.

​​ເປັນ​ເວລາ​​ດົນ​ນານ​ມາ​ນີ້,ໃນ​ວົງ​ການ​ສຶກສາ​ຂອງ​ຈີນ,ອາຊີວະ​ສຶກສາ​ໄດ້​ຢູ່​ຖານະ​ບໍ່​ສຳຄັນ​ ໂດຍ​ຕະຫຼອດ.ພໍ່​ແມ່​ແລະ​ນັກຮຽນຈຳນວນ​ໜຶ່ງ​​ຖືອາຊີວະ​ສຶກສາ​ເປັ​ນການ​ຄັດ​ເລືອກ​ທີ່​ໝົດ​ວິທີ​ຍ້ອນ​ເສັງ​ເຂົ້າມະຫາວິທະຍາ​ໄລ​ບໍ່​ໄດ້.ທັງ​ນີ້​ໄດ້​ພາ​ໃຫ້​ອາຊີວະ​ສຶກສາ​ຂອງ​ຈີນ​ຂ້ອນ​ຂ້າງ​ອ່ອນ​​ແອ​​ໂດຍ​ທາງ​ອ້ອມ.​ແຕ່​ໃນ​ບໍ່​ທໍ່​ໃດປີ​ມາ​ນີ້,ຢູ່​ເຂດທີ່​ເສດຖະກິດ​ພັດທະນາ​ຂ້ອນ​ຂ້າງ​ໄວ​ທີ່​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນໄດ້​ປະກົດ​ມີ​ສະພາບຂາດ​ເຂີນ ຊ່າງ​ເຕັກນິກ​ຊັ້ນສູງ​ແລະ​​ຊ່າງ​ເຕັກນິກ​ຊັ້ນຕົ້ນ,ຄວາມຕ້ອງການ​ຂອງ​ສັງຄົມ​ຈຶ່ງ​ເຮັດ​ໃຫ້​ຄົນ​ທັງຫຼາຍນັບ​ມື້​ນັບ​ເອົາ​ໃຈ​ໃສ່​ນຳ​ອາຊີວະ​ສຶກສາ.

1  2