ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-09 21:00:09    
ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ​ຂອງ​ຈີນ​(ສຽງ)

cri Author: shuo

ທ່ານນາງຮູ​ຕ້າ​​ໄປ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຂອງແຂວງ​ເຫີ​ນານ ສາດສະດາ ຈານ​ສະ​ຖາ​ບັນ​ວິທະຍາສາດ​ເຕັກນິກ​ຮວງ​ເຮີ​ເຫັນ​ວ່າ:"ພາຍ​ຫຼັງ​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປ​ະຕູ​ສູ່​ພາຍ​ນອກ​ແລ້ວ,ຈີນ​ກໍໄດ້​ສະ​ເໜີ​ໃຫ້​ດຳ​ເນີນ​ການ​ປະ​ຕິ​ຮູບ​ກາ​ນສຶກສາ,​ໄດ້​ນຳ​ເຂົ້າ ອາ​ຊີ​ວະ​ສຶກສາ​ທີ່​ຕ່າງ​ປະ​ເທດ​ເອົາ​ໃຈ​ໃສ່​ນຳ​ການ​ພັດທ​ະນາ​ໂດຍ​ທົ່ວ​ໄປ.ເມື່ອ​ໄດ້​ປະ​ຕິ​ບັດ​ຕົວ​ຈິງ​ແລະ​ພິ​ຈາ​ລະ​ນາ​ເປັນ​ເວ​ລາ​20​ກວ່າ​ປີແລ້ວ,​ໃນ​ປີ​ທຳ​ອິດ​ຂອງ​ແຜນ​ກຳ​ນົດ​5​ປີ​ຄັ້ງ​ທີ 11,​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ວ່າ,​ຕ້ອງ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ​ຢ່າງ​ແຂງ​ແຮງ,​ລັດ ສະ​ເໜີ​ອອກ​ແນວ​ຄິດ​ຊີ້​ນຳ​ທີ່​ຖື​ການ​ບໍ​ລິ​ການ​ເປັນ​ວັດ​ຖຸ​ປະ​ສົງ​ແລະ​ຖື​ການ​ປະ​ກອບ​ອາຊີບ​ເປັນ​ທິດ​ຂະ​ຫຍາຍ,​ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ,​ລັດ​ຖະ​ບານ​ໄດ້​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕະ​ຫຼາດ."

ທ່ານ​ຢູກົວ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຂອງ​ແຂວງ​ຈ່ຽງຊີ່ ອະທິການບໍດີສະຖາ ບັນ​ລານ​ທ່ຽນ​ຈ່ຽງຊີ່​ກ່າວ​ວ່າ,​ການ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ​ຢ່າງ​ແຂງ​ແຮງ​ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ​ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທໍ່​ນັ້ນ,ຍັງ​ຕ້ອງ​ການ​ໃຫ້​ຜູ້​ປະ​ຕິ​ບັດ ງານ​ອາ​ຊີ​ວະ​ສຶກ​ສາ​ໂຄ​ລົບ​ກົດ​ເກນ​ພັດ​ທະ​ນາ​ອາຊີວະ​ສຶກ​ສາ,​ແລະ​ຊອກ​ຄົ້ນ​ເສັ້ນ​ທາງ​​ໃໝ່​ຂອງ​ການ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ.​ທ່ານ​ເວົ້າວ່າ:"ການ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກສາ​ຕ້ອງ ການ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ວິ​ສາ​ຫະກິດ​ແລະ​ສັງ​ຄົມ,ມັນ​ຍິ່ງ​ໃກ້​ກັບ​ຄວາມ​ຕ້ອງ ການ​ຂອງ​ຕະ​ຫຼາດ,​ກໍ​ຍິ່ງ​ມີ​ພະ​ລັງ​ຊີ​ວິດ."

ຕົ້ນກຳ​ເນີ​ດຂອງສະ​ຖາ​ບັນ​ລານ​ທ່ຽນ​ຈ່ຽງຊີ່​ທີ່​ທ່ານ​ຢູກົວ​ເຮັດ​ວຽກ​ຢູ່​ນັ້ນແມ່ນ​ໂຮງຮຽນ​ເຕັກ ນິກ​ອາ​ຊີບ​ລານ​ທ່ຽນ​ຈ່ຽງ​ຊີ່,​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ​1994,​ປະ​ຈຸ​ບັນ​ມີ​ນັກ​ຮຽນ​4​ໝື່ນ​6​ພັນ​ຄົນ,​ແມ່ນ​ໂຮງ​ຮຽນ​​ແບບ​ປະ​ຍຸກ​ຂອງ​ເອ​ກະ​ຊົນ​ທີ່​ມີ​ຂະ​ໜາດ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ,​ໂຮງ​ຮຽນ​ຫຼັງ​ນີ້​ໄດ້​ຕັ້ງ​100​ກວ່າ​ວິ​ຊາ​ເຕັກ​ນິກ​ອາ​ຊີບ,​ຫັນ​ໜ້າ​ໄປ​ສູ່​ຕະ​ຫຼາດ​ທັງ​ໝົດ,​ແຕ່​ລະ​ປີ,​ອັດ​ຕາ​ປະ​ກອບ​ອາ​ຊີບ​ຂອງ​ຜູ້​ຮຽນ​ຈົບ​ລ້ວນ​ແຕ່​ສູງ​ກວ່າ​98%.

ຜູ້​ແທນ​ສະພາ​ປະຊາຊົນ​ຈຳນວນ​ຫຼວງຫຼາຍ​ທີ່​ພວມ​ເຂົ້າຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະ ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຢູ່​ປັກ​ກິ່ງ​ຍັງ​ສະ​ເໜີ​ວ່າ,ລັດຖະບານ​ຄວນ​ສ້າງ​ລະ​ບົບ​ອາ​ຊີ​ວະ​ສຶກ​ສາ​ທີ່​ຄົບ​ຖ້ວນ​ບໍ​ລິ​ບູນ,​ອາ​ຊີ​ວະ​ສຶກ​ສາ​ຕ້ອງ​ການ​ບຳລຸງ​ສ້າງ​ນັກ​ສຶກ​ສາ​ປະ​ລິນ​ຍາ​ຕີ ປະ​ລິນ​ຍາ​ໂທ​ແລະ​ປະ​ລິນ​ຍາ​ເອກ,​ຕ້ອງ​ການ​ບຳລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ເຕັກ ນິກ​ອາ​ຊີບ​ຊັ້ນ​ສູງ​ຫຼາຍ​ກວ່າ​ເກົ່າ,ຕ້ອງ​ການ​ບຳ​ລຸງ​ສ້າງ​ບັນ​ຍາ​ກາດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ​ໃນ​ທົ່ວ​ສັງ​ຄົມ,​ເຮັດ​ໃຫ້​ອາ​ຊີ​ວະ​ສຶກ​ສາ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຫຍ່​ກວ່າ​ເກົ່າ​ຢູ່​ຈີນ.​ຕາມ​​ໄດ້​ຊາບ,​ກະ​ຊວງ​ສຶກ​ສາ​ທິ​ການ​ຂອງ​ຈີນ​ໄດ້​ລົງ​ມື​ກະ​ກຽມ​ດັດ​ແກ້​"ກົດ ໝາຍ​ວ່າ​ດ້ວຍ​ອາ​ຊີ​ວະ​ສຶກ​ສາ​"​ທີ່​ຈີນ​ປະ​ກາດ​ໃຊ້​ມາ​ໄດ້10​ປິ​ແລ້ວ.

ທ່ານຫຼິວ​ປິ່ນ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນຂອງ​ແຂວງ​ຈ່ຽງຊີ່ ສະ​ມາ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ຈີນ​ມີ​ໜ້າ​ທີ່​ອັນ​ໜັກ​ໜາ​ໃນ​ດ້ານ​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ:"ການ​​ພັດ​ທະ​ນາ​ອາ​ຊີ​ວະ​ສຶກ​ສາ​ຢ່າງ​ແຂງ​ແຮງ​ແມ່ນ​ບັນ​ຫາ​ຍຸດ​ທະ​ສາດ​​ແຫ່ງ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ຂອງ​ຈີນ,​ຕ້ອງການ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ແລະ​ສັງ​ຄົມ,​ຜູ້​ຮັບ​ການ​ສຶກ​ສາ​ກໍ​ຕ້ອງ​ຫາບ​ແບກ​ຕົ້ນ​ທຶນ​ຈຳ​ນວນ​ໜຶ່ງ,​ຍັງ​ຕ້ອງ​ການ​ຄວາມ​ພະ​ຍາ ຍາມ​ຮ່ວມ​ກັນ​ຂອງ​ທົ່ວ​ສັງ​ຄົມ​ນຳ​ອີກ."
1  2