ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-13 14:44:31    
ພວກ​ເຮົາ​ໃຜ​ກໍ​ມີ​ຈຸດ​ພິ​ເສດ​ຈຳ​ເພາະ​ຂອງ​ຕົນ​ເອງ​(ສຽງ)

cri Author: min

ສະ​ບາຍ​ດີ ທ່ານ​ຜູ້​ທີ່​ໂຄ​ລົບ ຊົມ​ເຊີຍ​ທ່ານ​ເຂົ້າ​ສູ່​ລາຍ​ການ ຄາ ລົມ​ຄົມ​ຄາຍ.

​ມື້​ນີ້, ກໍ​ຈະ​ເລົ່າ​ນິ​ທານ​ອຸ​ປະ​ມາ​ເລື່ອງ​ໜຶ່ງ​ສູ່​ຟັງ​ກ່ອນ, ນິ​ທານ​ເລື່ອງ​ນີ້​ຊຶ່​ວ່າ ​ຄຸ​ນ້ຳທີ່​ມີ​ຮອຍ​ແຕກ.

ມີ​ຄົນ​ຮັບ​ຈ້າງ​ຫາບ​ນ້ຳ​ຜູ້​ໜຶ່ງ​ມີ​ຄຸ​ນ້ຳ​ສອງ​ໜ່ວຍ, ​ໜ່ວຍ​ໜຶ່ງ​ດີໆ, ​ອີກ​ໜ່ວຍ​ໜຶ່ງ​ມີ​ຮອຍ​ແຕກ.
ຕື່ນ​ເຊົ້າ​ທຸກ​ມື້, ​ຄົນ​ຫາບ​ນ້ຳ​ຜູ້​ນີ້​ກໍ່​ເອົາ​ຄຸ​ສອງ​ໜ່ວຍ​ນີ້​ໄປ​ຫາບ​ນ້ຳ, ​ແຕ່​ເມື່ອ​ກັບ​ມາ​ຮອດ​ເຮືອນ​ເທື່ອ​ໃດ, ​ໃນ​ຄຸ​ທີ່​ມີ​ຮອຍ​ແຕກ​ກໍ​ມີນ້ຳ​ເຫຼືອ​ແຕ່​ເຄິ່ງ​ຄຸ​ທໍ່​ນັ້ນ, ​ສະ​ນັ້ນ, ​ຄຸ​ໜ່ວຍ​ດີ​ຈຶ່ງ​ຫົວ​ຂວັນ​ຄຸ​ແຕກ​ເລື້ອງ​ໆ, ​ແລະ​ຄຸ​ທີ່​ມີ​ຮອຍ​ແຕກ​ກໍ່​ຮູ້​ສຶກ​ຕ່ຳ​ຄ້ອຍ​ນ້ອຍ​ໃຈ​ທີ່​ສຸດ, ​ແລະ​ເສຍ​ໃຈ​ຫຼາຍ​ຍ້ອນ​ຕົນ​ມີ​ຮອຍ​ແຕກ.

​ໃນ​ທີ່​ສຸດ, ​ມີ​ມື້​ໜຶ່ງ​ໃນ​ເວ​ລາ​ຄົນ​ເຈົ້າ​ຂອງ​ຄຸ​ໄປ​ຫາບ​ນ້ຳ​ນັ້ນ, ຄຸ​ທີ່​ມີ​ຮອຍ​ແຕກ​ກໍ​ເສຍ​ໃຈ​ຫຼາຍ​ຈົນ​ໄຫ້​ຂຶ້ນ​ແລະ​ເວົ້າ​ຕໍ່​ເຈົ້າ​ຂອງ​ວ່າ, ​ເຈົ້າ​ຂອງ​ເອີ້​ຍ, ​ຂໍ​ໂທດ​ຫຼາຍ​ໆ, ​ຍ້ອນ​ຮອຍ​ແຕກ​ຂອງ​ຂ້ອຍ, ​ແຕ່​ລະ​ມື້​ຈິ່ງ​ເຮັດ​ໃຫ້​ເຈົ້າ​ເສຍ​ແຮງ​ລ້າ​ໆ​ບໍ່​ໜ້ອຍ.

​ເມື່ອ​ເຈົ້າ​ຂອງ​ຄຸ​ຟັງ​ແລ້ວ, ກໍ່​ເວົ້າ​ວ່າ, "ບໍ່​ເຄີຍ​ເສຍ​ຫຍັງ​ຈັກ​ເທື່ອ, ​ຖ້າ​ບໍ່​ເຊື່ອ, ​ເຈົ້າ​ໄປ​ເບິ່ງ​ດອກ​ໄມ້​ຢູ່​ແຄມ​ທາງ​ເມືອ​ເຮືອນ​ເບິ່ງ​ແມ." ​ເວົ້າ​ແລ້ວ, ​ເຈົ້າ​ຂອງ​ກໍ່​ຫາບ​ຄຸ​ສອງ​ໜ່ວຍ​ນີ້​ຍ່າງ​ກັບ​ທາງ​ເກົ່າ.

ກໍ່​ແມ່ນ​ຄວາມ​ຂອງ​ລາວ​ອີ​ຫຼີ, ​ຄຸ​ນ້ຳ​ທີ່​ມີ​ຮອຍ​ແຕກ​ໄດ້​ປະ​ກົດ​ເຫັນ​ວ່າ, ບໍ່​ວ່າ​ຕາມ​ແຄມ​ທາງ​ທີ່​ຕົນ​ຍ່າງ​ຜ່ານ​ນັ້ນ​ໄດ້​ມີ​ດອກ​ໄມ້​ບານ​​ເຕັມ​ແຕ່​ຍາມ​ໃດ, ​ແຕ່​ຢູ່​ຕາມ​ແຄມ​ທາງ​ເບື້ອງ​ຄຸ​ທີ່​ບໍ່​ມີ​ຮອຍ​ແຕກ​ພັດ​ບໍ່​​ເຫັນ​ມີ​ດອກ​ໄມ້, ​ຄົນ​ຫາບ​ນ້ຳ​ທັງ​ຍ່າງ​ທັງ​ເວົ້າ​ວ່າ, ​"ຂ້ອຍ​ໄດ້​ຫວ່ານ​ແນວ​ດອກ​ໄມ້​ໃສ່​ແຄມ​ທາງ​ເບື້ອງ​ເຈົ້າ, ​ຮອຍ​ແຕກ​ຂອງ​ເຈົ້າ​ເຮັດ​ໃຫ້ມີ​ນ້ຳ​ຮົ່ວ​ໃສ່​ແນວ​ດອກ​ໄມ້, ​ມັນ​ຈຶ່ງ​ບານ​ຢ່າງ​ສວຍ​ງາມ. ​ຖ້າ​ບໍ່​ມີ​ເຈົ້າ,​ ກໍ​ຈະ​ບໍ່​ມີດ​ອກ​ໄມ້​ງາມ​ປານ​ນີ້."

​ໃນ​ຂະ​ນະ​ນີ້, ​ຄຸ​ທີ່​ມີ​ຮອຍ​ແຕກ​ຈຶ່ງ​ຫົວ​ຂຶ້ນ​ດ້ວຍ​ຄວາມ​ດີ​ໃຈ.

1  2