ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-13 14:44:31    
ພວກ​ເຮົາ​ໃຜ​ກໍ​ມີ​ຈຸດ​ພິ​ເສດ​ຈຳ​ເພາະ​ຂອງ​ຕົນ​ເອງ​(ສຽງ)

cri Author: min

ຢູ່​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ, ​ມີ​ສຸ​ພາ​ສິດ​ທີ່​ມີ​ຊື່​ສຽງ​ຄວາມ​ໜຶ່ງ​ວ່າ: ​ທຸກ​ຄົນ​​ເກີ​ດມາ​ໃຜ​ກໍ​ມີ​ຈຸດ​ພິ​ເສດ​ຈຳ​ເພາະ​ຂອງ​ຕົນ. ​ຈັ່ງ​ແມ່ນ​ເວົ້າ​ຖືກ​ແທ້ໆ, ​ພວກ​ເຮົາ​ແຕ່​ລະ​ຄົນ​ໃຜ​ກໍ​ມີ​ຈຸດ​ພິ​ເສດ​ຈຳ​ເພາະ​ຂອງ​ຕົນ, ​ເຈົ້າ​ອາດ​ຈະ​ບໍ່​ງາມ, ​ແຕ່​ເຈົ້າ​ອາດ​ຈະ​ມີ​ບຸກ​ຄະ​ລິກ​ລັກ​ສະ​ນະ​ພິ​ເສດ​ຂອງ​ຕົນ; ​ເຈົ້າ​ອາດ​ຈະ​ບໍ່​ແມ່ນ​ຄົນ​ຄີງ​ບາງ​ຮ່າງ​ນ້ອຍ, ​ແຕ່​ເຈົ້າ​ອາດ​ຈະ​ມີ​ສຸ​ຂະ​ພາບ​ແຂງ​ແຮງ; ​ເຈົ້າ​ອາດ​ຈະ​ບໍ່​ສະ​ຫຼາດ​ປານ​ໃດ, ​ແຕ່​ເຈົ້າ​ເປັນ​ຄົນ​ດຸ​ໝັ່ນ; ​ເຈົ້າ​ອາດ​ຈະ​ບໍ່​ຮັ່ງ​ມີ, ​ແຕ່​ເຈົ້າ​ມີ​ໝູ່​ເພື່ອນ​ຫຼາກ​ຫຼາຍ. ​ຊື່ນ​ບານ​ສຳ​ລານ​ໃຈ​ຜູ້​ທີ່​ມີ​ຊື່​ລື​ນາມ​ສ່ວນ​ຫຼາຍ​ຕ້ອງ​ມີ​ກຳ​ລັງ​ກົດ​ຢ່າງ​ໜັກ​ໜາ, ​ແຕ່​ຊີ​ວິດ​ທຳ​ມະ​ດາ​ສາ​ມັນ​ພັດ​ມີ​ຄວາມ​ສະ​ຫງົບ​ສຸກ​ທີ່​ຫາ​ຍາກ? ​ເຈົ້າ​ຟ້າ​ເຈົ້າ​ແຖນ​ແມ່ນ​ມີ​ຄວາມ​ທ່ຽງ​ທຳ​ທີ່​ສຸດ, ​ສິ່ງ​ທີ່​ເພິ່ນ​ເອົາ​ໃຫ້​ແຕ່​ລະ​ຄົນ​ນັ້ນ​ແມ່ນ​ຊ່ຳ​ກັນ, ​ແຕ່​ກໍ​ບໍ່​ອາດ​ຈົນ​ງາມ​ສົມ​ບູນ​ຮ້ອຍ​ເປີ​ເຊັນ. ​ແຕ່​ວ່າ, ທຸກ​ໆ​ຄົນ​ໃຜ​ກໍ​ມີ​ຈຸດ​ພິ​ເສດ​ຂອງ​ໃຜ​ລາວ, ພວກ​ເຮົາ​ຕ້ອງ​ຊ່າງ​ສັງ​ເກດ​ເຫັນ​ຄວາມ​ງາມ​ແລະ​ຊັບ​ສົມ​ບັດ​ພິ​ເສດ​ຂອງ​ຕົນ. ​ມີ​ຄົນ​ເວົ້າ​ວ່າ, ​ແຕ່​ລະ​ຄົນ​ກໍ່​ເໝືອນ​ກັບ​ແກ້ວ​ມະ​ນີ​ເມັດ​ໜຶ່ງ, ​ມີ​ຫຼາຍ​ລ່ຽມ, ​ເບິ່ງ​ຈາກ​ມຸນ​ໃດ​ກໍ່​ມີ​ແສງ​ເຫຼື້ອມ​ຕ່າງ​ກັນ. ​ເຈົ້າ​ໄດ້​ເຫັນ​ແສງ​ເຫຼື້ອມ​ຂອງ​ຕົນ​ແລ້ວ​ບໍ່?

ພວກ​ເຮົາ​ມັກ​ໄປ​ອອນ​ຊອນ​ຜູ້​ອື່ນ, ​ມັກ​ເອົາ​ຈຸດ​ອ່ອນ​ຂອງ​ຕົນ​ໄປ​ທຽບ​ກັບ​ທ່າ​ແຮງ​ຂອງ​ຜູ້​ອື່ນ, ​ແລ້ວ​ເຮັດ​ໃຫ້​ພວກ​ເຮົາ​ເອົາ​ຮູ້​ສຶກ​ຕ່ຳ​ຄ້ອຍ​ນ້ອຍ​ໃນ. ພວກ​ເຮົາ​ຈົ່ງ​ຄຶດ​ຫາ​ສິ່ງ​ທີ່​ເຮົາ​ມີ​ລອງ​ເບິ່ງ, ​ສິ່ງ​ເຫຼົ່າ​ນັ້ນ​ຜູ້​ອື່ນ​ອາດ​ຈະ​ບໍ່​ມີ, ​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ຜູ້​ອື່ນ​ອອນ​ຊອນ​ນຳ​ເຮົາ. ທ່ານ​ລີ​ປາຍ ນັກ​ກະ​ວີ​ທີ່​ມີ​ຊື່ສ​ຽງ​ໃນ​ສະ​ໄໝ​ລາ​ຊະ​ວົງ​ຖັງ​ຂອງ​ຈີນ​ເຄີຍ​ມີ​ຄຳ​ກອນ​ເວົ້າ​ວ່າ: "​ເທ​ວະ​ດາ​ຟ້າ​ແຖນ​ໃຫ້​ຂ້າ​ເກີດ​ມາ​ຢູ່​ໃນ​ໂລກ​ນີ້​ຍ່ອມ​ຕ້ອງ​ມີ​ຄຸນ​ຄ່າ​ຂອງ​ຂ້າ​ເອງ." ​ແຕ່​ລະ​ຄົນ​ແມ່ນ​ບໍ່​ຄື​ກັນ, ​ສະ​ນັ້ນ, ທ່າ​ແຮງ​ຂອງ​ແຕ່​ລະ​ຄົນ​ກໍ່​ບໍ່​ຄື​ກັນ, ​ການ​ຈັດ​ວາງ​ແບບ​ນີ້​ແມ່ນ​ມີ​ເຫດ​ມີ​ຜົນ, ​ຄື​ດັ່ງ​ນັກ​ກະ​ວີ​ລີ​ປາຍ, ​ເພິ່ນ​ກໍ​ມີ​ອຸ​ດົມ​ຄະ​ຕິ​ການ​ເມືອງ​ອັນ​ຍິ່ງ​ໃຫຍ່​ໃນ​ຕະ​ຫຼອດ​ຊີ​ວິດ, ​ແຕ່​ຍ້ອນ​ເພິ່ນ​ປະ​ຈົບ​ປະ​ແຈງ​ບໍ່​ເປັນ, ​ເພິ່ນ​ຈິ່ງ​ບໍ່​ເຄີຍ​ໄດ້​ຮັບ​ຜົນ​ຫຍັງ​ທາງ​ການ​ເມືອງ​ຈັກ​ເທື່ອ. ​ແຕ່​ນິດ​​ໄສ​ແບບ​ໂລ​ມັງ​ຕີກ​ມາ​ແຕ່​ເກີດ​ພ້ອມ​ກັບ​ພອນ​ສະ​ຫວັນ​ທາງ​ດ້ານ​ວັນ​ນະ​ຄະ​ດີ​ຂອງ​ເພິ່ນ, ​ຈິ່ງ​ໄດ້​ເຮັດ​ໃຫ້​ເພິ່ນ​ແຕ່ງ​ຄຳ​ກອນ​ອັນ​ດີ​ເລີດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ​ແລ້ວ​ກາຍ​ເປັນ​ນັກ​ກະ​ວີ​ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຈີນ. ​ສະ​ນັ້ນ, ​ແຕ່​ລະ​ຄົນ​ຕ່າງ​ກໍ່​ມີ​ຈຸດ​ອ່ອນ​ຂອງ​ໃຜ​ລາວ, ​ບໍ່​ຕ້ອງ​ໄປ​ຫົວ​ຊາ​ມັນ​ເກີນ​ໄປ, ​ແນ່​ນອນ​ເຈົ້າ​ກໍ​ຕ້ອງ​ມີ​ທ່າ​ແຮງ​ທີ່​ຕ່າງ​ໝູ່​ຂອງ​ຕົນ,​ ທະ​ແນມ​ແຕ່​ເຈົ້າ​ຫາກ​ສັງ​ເກດ​ເຫັນ​ແລ້ວ, ​ເຈົ້າ​ກໍ່​ຫຍັບ​ເຂົ້າ​ໃກ້​ກັບ​ໄຊ​ຊະ​ນະ​ອີກ​ກ້າວ​ໜຶ່ງ​ແລ້ວ.

ສະ​ນັ້ນ, ​ເລີ່ມ​ແຕ່​ມື້​ນີ້​ໄປ, ຂໍ​ໃຫ້​ເອົາ​ຄວາມ​ເອົາ​ໃຈ​ໃສ່​ນຳ​ຈຸດ​ອ່ອນ​ຂອງ​ຕົນ​ຫັນ​ໄປ​ເອົາ​ໃຈ​ໃສ່​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ຕົນ.​ ນະ​ທີ່​ນີ້, ຂ້າ​ພະ​​ເຈົ້າ​ຫວັງ​ວ່າ, ທຸກໆ​ຄົນ​ຄົງ​ຈະ​ມີ​ຊີ​ວິດ​ອັນ​ຈຳ​ເພາະ​ຂອງ​ຕົນ​ໄດ້, ​ແລ້ວ​ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ອັນ​ດີງາມ​ທີ່​ຕ່າງ​ກັນ.

ທ່ານ​ຜູ້​ຟັງ​ທີ່​ໂຄ​ລົບ, ​ລາຍ​ການ​ຄາ​ລົມ​ຄົມ​ຄາຍ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ພຽງ​ທໍ່​ນີ້, ​ຂອບ​ໃນ​ນຳ​ທ່ານ​ທີ່​ຮັບ​ຟັງ, ​ສະ​ບາຍ​ດີ!


1  2