ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-13 21:35:06    
ຊົມເພງໃໝ່​​​ແລະເພງ​ເກົ່າ

cri Author: da


ໃນ​ວົງ​ການ​ນັກສະ​ແດງ,​ເມື່ອສະ​ແດງ​​ເກັ່ງ​ແລ້ວ,ສ່ວນ​ຫຼາຍ​ກໍ​ເລີ່​ມຮ້ອງ​ເພງ,ນີ້​ຄື​ຈັ່ງ​ວ່າ​ເປັນກົດ​ເກນ​ໃໝ່​ໃນ​ວົງ​ການບັນ​ເທີ​ງຂອງຈີນ.ປີ 2005,ນາງ​ເສີນ​ຫາວ ດາລາ​ຮູບ​ເງົາ​ແລະ​ໂທລະພາບ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​​ໃນ​ປະຈຸ​ບັນ,​ເມື່ອ​ໄດ້ບຸກໜ້າ​ບືນ​ຕົວ​ຢູ່​ວົງ​ການ​ຮູບ​ເງົາ​ແລະ​ໂທລະພາບ​ມາ​ຫຼາຍ​ປີ​ແລະ​ໄດ້ຮັບຜົນ​ງານອັນ​ດີ​ເລີດ​ແລ້ວ,ກໍ​ໄດ້ປະກາດ​ເຂົ້າສູ່​ເວທີ​ເພງຢ່າງ​ເປັນ​ທາງ​ການ,ພ້ອມ​ທັງ​ໄດ້ອັດ​ຈຳໜ່າຍ CD ​ແຜ່ນ​ທຳ​ອິດ​ທີ່​ຊື່ວ່າ" chen hao "​ໃນ​ທ້າຍປີກາຍ​ນີ້,ອັນ​ໄດ້​ດູດ​ດຶງ​ສາຍຕາ​ແຟນ​ຮູບ​ເງົາ​ແລະ​ແຟນ​ເພງ​ຫຼວງ​ຫຼາຍ. CD ​ແຜ່ນນີ້​ແມ່ນ​ທ່ານ​ໂຄ​ມູ​ໂຣ ​ເທ​ຈື​ຢາ ນັກ​ດົນຕີຜູ້​ມີ​ຊື່​ສຽງ​ຂອງ​ຍີ່ປຸ່ນ,ທ່ານ​ຫຼິນ​ຈູ້​ນ​ເຈ ນັກ​ດົນຕີ​ຜູ້​ມີ​ພອນ​ສະຫວັນ​ຂອງ​ສິງກະ​ໂປ​ແລ​ະນັກ​ດົນຕີ​ທີ່​ມີ​ຊື່​ສຽງ​ຂອງ​ໄຕ້​ຫວັນແລະ​ເຂດ​ໃນ​ຈີນພ້ອມ​ກັນສ້າງ​ຂຶ້ນ,ອັນ​ໄດ້​ເຮັດໃຫ້​​ເພງ​ໃນ CD ມີ​ຫຼາຍລັກສະນະ​ທີ່​ຕ່າງ​ກັນ.ສຽງ​ຂອງ​ນາງ​ເສີນ​ຫາວ​​ຮ້ອງ​ເພງ​ເຢັນໆກໍ​ມ່ວນ,ຮ້ອງ​​ເພງ​ຈັງຫວະ​ໄວ​ແລະ​ຟົດ​ຟື້ນ​ກໍ​ມ່ວນ,ມີ​ສະ​ເໜບໍ່​ຢອກ.ຕໍ່​ໄປ ​ເຊີນ​ຟັງ​ເພງ ai shang mao xian "ມັກ​​ພະ​ຈົນ​ໄພ".


"ລຸກຈາກ​ທີ່​ນັ່ງ​ໄວໆ,ຢູ່​ໃນ​ກະ​ເປົ໋າ​ມີນ້ຳຫອມ,ປ່ຽນ​ເກີບສົນ​ສູງຄູ່​ງາມ​ທີ່​ສຸດ​ຂອງ​ຂ້ອຍ,​ແປງກາຍ​ເປັນ​ແມງ​ກະ​ເບື້ອ,ຟ້າວ​ໄປ​ຕ້ອນຮັບ​ລາຕີທີ່​ສວຍ​ງາມ.ຂ້ອຍມັກພະ​ຈົນ​ໄພ,​ມັກມີ​ຄວາມ​ຮູ້ສຶກທີ່​ເສລີ,ຈົ່ງຢ່າ​ພາດ​ໂອກາດ​ມ່ວນ​ຊື່ນ;ຂ້ອຍມັກ​ພະ​ຈົນ​ໄພ,​ມັກ​ເປັນ​ຕົວສະ​ແດງ​ຕ່າງໆ,ຢ່າຖາມວ່າ ​ແຕ່​ກ່ອນ​ຂ້ອຍ​ແມ່ນ​ໃຜ."



1  2  3  4  5