|
|
(GMT+08:00)
2006-03-21 16:34:24
|
|
ຈີນວາງແຜນພັດທະນາຊົນນະບົດແບບໃໝ່
cri
ຕາມຂ່າວCRI, ຫວ່າງມໍ່ໆນີ້, ລັດຖະບານຈີນໄດ້ວາງແຜນພັດທະນາຊົນນະບົດທີ່ໃຫຍ່ໂຕມະໂຫລານ, ຈຸດປະສົງຂອງແຜນການດັ່ງກ່າວແມ່ນຜ່ານຈາກໃຊ້ພາຫະນະຕ່າງໆເຊັ່ນ: ໃຫ້ຄ່າເກື້ອກູນແກ່ເຄື່ອງປູກຂອງຝັງ, ຫຼຸດອາກອນກະສິກຳແລະເພີ່ມທະວີການສ້າງສາພື້ນຖານໂຄງລ່າງຊົນນະບົດເປັນຕົ້ນ, ໃນທີ່ສຸດຈະດັດສ້າງຊົນນະບົດທີ່ຫຼ້າຫຼັງໃຫ້ເປັນຊົນນະບົດແບບໃໝ່ທີ່ອຸດົມຮັ່ງມີ, ມີປະຊາທິປະໄຕແລະສີວິໄລ. ໃນລາຍການແຈ້ງຂ່າວເສດຖະກິດຈີນພາກນີ້, ພວກເຮົາຈະສະເໜີສະພາບໃນດ້ານນີ້ສູ່ທ່ານຟັງ:
ແຂວງກຸ້ຍໂຈວ່ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນແມ່ນແຂວງໜຶ່ງທີ່ມີປະຊາກອນຊົນນະບົດຫຼວງຫຼາຍ. ຢູ່ເຂດກວງໄກສອກຫຼີກຂອງແຂວງກຸ້ຍໂຈ່ວມີບ້ານໜຶ່ງຊື່ສຽວຕີ, ໃນຫຼາຍປີກ່ອນ, ຍ້ອນລາຍຮັບຕ່ຳພື້ນຖານໂຄງລ່າງກໍ່ບໍ່ຄອຍດີປານໃດ, ສະພາບແວດລ້ອມດຳລົງຊີວິດຂອງມວນຊົນຢູ່ທ້ອງຖິ່ນນັ້ນບໍ່ຄອຍດີ. ທ່ານຈ່າງເຕີມິນ ຊາວບ້ານເວົ້ານຳນັກຂ່າວວ່າ:
ເມື່ອປີ2000, ໃນບ້ານສຽວຕີຂອງພວກເຮົານີ້, ສະພາບແວດລ້ອມບໍ່ມີລະບຽບ ປານໃດ, ເມື່ອຝົນຕົກກໍມີຂີ້ຕົມຫຼາຍ, ອອກໄປຍາກ. ໃນບ້ານເຮົານີ້ມີຊາວໜຸ່ມຫຼາຍ, ເຫັນວ່າສະພາບແວດລ້ອມດຳລົງຊີວິດຂອງບ້ານເຮົານີ້ຂີ້ຮ້າຍຫຼາຍ, ຢາກແກ້ໄຂມັນໃຫ້ຕົກ, ແຕ່ບໍ່ມີວິທີແກ້ໄຂມາຕະຫຼອດ. ພາຍໃຕ້ການຊີ້ນຳຂອງອົງການປົກຄອງທ້ອງຖິ່ນ, ພວກເຮົາມີຄວາມຫວັງແຮງກ້າຢາກສ້າງຣັ່ງຄູນມີ.
ຄວາມມຸ່ງຫວັງຂອງທ່ານຈ່າງເຕີມິນທີ່ຢາກປົວແປງສະພາບແວດລ້ອມຊົນນະບົດໃຫ້ດີຂຶ້ນແລະຍົກລາຍຮັບຂອງຊາວກະສິກອນໃຫ້ສູງຂຶ້ນນັ້ນກໍແມ່ນຄວາມຫວັງຂອງຊາວກະສິກອນຈີນສ່ວນຫຼາຍທີ່ສຸດ. ຍ້ອນປັດໄຈທາງປະຫວັດສາດແລະໂຄງປະກອບ, ໃນກວ່າເຄິ່ງສະຕະວັດມານີ້, ເມື່ອທຽບກັບຕົວເມືອງແລ້ວ, ການພັດທະນາຊົນນະບົດຂອງຈີນອ່າວຊ້າກວ່າ, ລາຍຮັບຂອງຊາວກະສິກອນກໍຕ່ຳກວ່າໄທເມືອງຫຼາຍ. ຢູ່ເຂດຊົນນະບົດໄດ້ປະກົດມີສະພາບທີ່ຊາວກະສິກອນບໍ່ມີເງິນປົວພະຍາດແລະບໍ່ມີເງິນໃຫ້ລູກເຂົ້າຮຽນນັ້ນເລື້ອຍໆ.
ປະຊາກອນຈີນສ່ວນຫຼາຍແມ່ນຊາວກະສິກອນ, ບັນຫາຊົນນະບົດໄດ້ພົວພັນເຖິງສະຖຽນລະພາບແລະການພັດທະນາເສດຖະກິດແບບຍືນຍົງຂອງເສດຖະກິດແຫ່ງຊາດ. ໃນຫຼາຍປີມໍ່ໆມານີ້, ລັດຖະບານຈີນຢາກແກ້ໄຂບັນຫາດັ່ງກ່າວໂດຍຕະຫຼອດ, ກໍໄດ້ວາງມາດຕະການຕ່າງໆທີ່ສະໜັບສະໜູນການພັດທະນາຊົນນະບົດ, ໃນນັ້ນລວມທັງໃຫ້ຄ່າເກື້ອກູນໂດຍກົງແກ່ຊາວກະສິກອນ, ຍົກເວັ້ນອາກອນກະສິກຳເປັນຕົ້ນ. ມາດຕະການເຫຼົ່ານີ້ໄດ້ຍົກຄວາມຫ້າວຫັນດ້ານການຜະລິດຂອງຊາວກະສິກອນໂດຍກົງ, ໄດ້ເພີ່ມລາຍໄດ້ຂອງຊາວກະສິກອນໄດ້ເພີ່ມຂຶ້ນ, ແຕ່ພ້ອມກັນນັ້ນ, ຈັງຫວະພັດທະນາຂອງຕົວເມືອງຈີນໄວກວ່າຫຼາຍ, ຄວາມຫຼຸດລື່ນກັນລະຫວ່າງຕົວເມືອງກັບຊົນນະບົດຂອງຈີນໄດ້ຂະຫຍາຍກວ້າງອອກເລື້ອຍໆ.
ທ່ານເສິນຊີເວິນ ຮອງຫົວໜ້າຫ້ອງການໜ່ວຍນຳພາເສດຖະກິດການເງິນສູນກາງຈີນກ່າວວ່າ:
ຄວາມຫຼຸດລື່ນກັນລະຫວ່າງຕົວເມືອງກັບຊົນນະບົດໃນປະຈຸບັນຍັງຂະຫຍາຍກວ້າງອອກຕື່ມອີກ. ປີກາຍນີ້ລາຍຮັບສຸດທິຂອງຊາວກະສິກອນທົ່ວປະເທດສະເລ່ຍຕໍ່ຫົວຄົນແມ່ນ3255ຢວນ, ລາຍຮັບທີ່ສາມາດຈັບຈ່າຍໄດ້ສະເລ່ຍຕໍ່ຫົວຄົນໃນຕົວເມືອງແມ່ນ10493ຢວນ, ຫຼາຍກວ່າຊາວກະສິກອນ7283ຢວນ. ອີກດ້ານໜຶ່ງ, ໃນດ້ານສາທາລະນະທີ່ລັດຖະບານສະໜອງໃຫ້ທີ່ຊາວກະສິກອນສາມາດຊົມໃຊ້ໄດ້ນັ້ນ, ຄືການສຶກສາ, ສາທາລະນະສຸກແລະວັດທະນະທຳເປັນຕົ້ນ, ຄວາມຫຼຸດລື່ນກັນໃນດ້ານນີ້ຍັງຫຼາຍກວ່າດ້ານລາຍຮັບ.
1 2
|
|
|