|
![](/images/spacer.gif) |
(GMT+08:00)
2006-03-21 16:36:42
|
ທ່ານຖາວເຈີກັບເພງຂອງທ່ານ
cri
Author: mo
![]( /mmsource/images/2004/04/21/laba.gif)
ທ່ານຖາວເຈີແມ່ນນັກຮ້ອງທີ່ມີຊື່ສຽງຂອງໄຕ້ຫວັນ. ໃນຫຼາຍປີມານີ້, ທ່ານໄດ້ເລີ່ມຈາກຜູ້ຈັດທຳດົນຕີຜູ້ດີເລີດກາຍເປັນນັກຮ້ອງຜູ້ມີຊື່ສຽງ, ໄດ້ຮັບຄວາມຊົມເຊີຍຈາກແຟນເພງທັງຫຼາຍ. ຫວ່າງກ່ອນນີ້ບໍ່ດົນ, ທ່ານຖາວເຈີໄດ້ອັດຈຳໜ່າຍCDແຜ່ນທີ 4 ທີ່ໃຫ້ຊື່ວ່າ"Tai ping sheng shi" ຍຸກສະໄໝຮຸ່ງເຮືອງສັນຕິ. ໃນລາຍການມື້ນີ້, ແສງແກ້ວຂໍຈັດເພງໃນCDແຜ່ນນີ້ສູ່ຟັງ. ກ່ອນອື່ນເຊີນຟັງເພງ"CATHERINE" ເພງທຳອິດໃນCDແຜ່ນນີ້. ນີ້ແມ່ນເພງກິດຕາທີ່ໜ້າຟັງ, ໄດ້ເລົ່າຄວາມສຸດວິໄສຂອງອ້າຍບ່າວຜູ້ໜຶ່ງທີ່ມີຕໍ່ຜູ້ສາວທີ່ຊື່ວ່າ ແຄັດສ໌ລິນ. ເນື້ອເພງມີຢູ່ວ່າ:" ເຈົ້າມີຄວາມສາມາດຢ່າງໜຶ່ງທີ່ຕ່າງໝູ່, ຢອກຂ້ອຍຫຼິ້ນຄືຂ້ອຍແມ່ນກົນຈັກ. ເຈົ້າອາດຈະບໍ່ເຄີຍເຂົ້າໃຈຈັກເທື່ອວ່າ, ຄວາມຮັກຂອງເຈົ້າເຮັດໃຫ້ຂ້ອຍຫາຍໃຈຝືດ." ແຕ່ທ່ານຖາວເຈີເວົ້າວ່າ, ເພງນີ້ແມ່ນລາວແຕ່ງເພື່ອແມ່, ສະແດງໃຫ້ເຫັນວ່າລະຫວ່າງລູກກັບພໍ່ແມ່ມີຄວາມຮັກແພງກັນ, ທັງມີຄວາມຂັດແຍ່ງກັນ.
![]( /mmsource/images/2006/03/21/taozhe2.jpg) 1 2 3
|
|
|