ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-21 16:36:42    
ທ່ານ​ຖາວ​ເຈີ​ກັບ​ເພງ​ຂອງ​ທ່ານ

cri Author: mo



ທ່ານ​ຖາວ​ເຈີ​ເກີດ​ຢູ່​ໄຕ້​ຫວັນຈີນ, ​​ໄປ​ຮຽນ​ຢູ່​ອາ​ເມ​ລິ​ກາຕັ້ງ​ແຕ່​ຊັ້ນມັດທະຍົມ, ວັດທະນະທຳ​ຈີນ​ກັບ​ວັດທະນະທຳ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ມີ​ຜົນ​ສະ​ທ້ອນ​​ຕໍ່​ທ່ານພໍ​ປານ​ກັນ​. ປີ 1994, ທ່ານ​ຖາວ​ເຈີ​ກັບ​ເມືອ​ໄຕ້​ຫວັນ, ​ເຂົ້າຮ່ວມ​ການຈັດ​ທຳCDຂອງ​ນັກ​ຮ້ອງທີ່​ມີ​ຊື່​ສຽງຫຼາຍຄົນ​ເຊັ່ນທ້າວ​ຕູ້​ເຕີ​ເວີຍ​ແລະ​ນາງ​ຢາງ​ສາຍ​ນີ​ເປັນຕົ້ນ, ​ແລ້ວ​ຄ່ອຍໆ​ມີ​ຮູບ​ແບບ​ດົນຕີ​ຂອງ​ຕົນ​ເອງ, ຈົນ​ວົງ​ການດົນຕີ​ໄຕ້​ຫວັນ​​ໃຫ້​ນາມມະຍົດ​ແກ່​ທ່ານ​ເປັນ"ບິດາ​ອຸປະຖຳ​ຂອງ​ດົນຕີ"R&Bຂອງ​ໄຕ້​ຫວັນ.

ປີ 1997, ນັກ​ດົນຕີ​ຜູ້​ດີ​ເລີດ​ຜູ້​ນີ້​ໄດ້​ເລີ່​ມ​ຈາກ​ຫຼັງສາກ​ຍ່າງ​ຂຶ້ນ​ສູ່​ເວທີ, ອັດ​ຈຳໜ່າຍ​CD​ແຜ່ນ​ທຳ​ອິດ​ທີ່​ໃຫ້​ຊື່ວ່າ"ຖາວ​ເຈີ", ​​ເອົາທຳນອງ​ດົນຕີຄົນ​ຜິວ​ດຳ​ກັບ​ເພງ​ພື້ນ​ເມືອງ​ທ້ອງ​ຖິ່ນ​​​ເຊື່​ອມ​ໂຍງ​ເຂົ້າ​ກັນ, ​ອັນໄດ້​ເພີ່ມ​ໂລຫິດ​ໃໝ່​ເຂົ້າ​ໃນ​ດົນຕີ​ສະ​ໄໝ​ນິຍົມ​ຂອງ​ໄຕ້​ຫວັນ. ຕໍ່​ມາ, ທ່ານ​ຖາວ​ເຈີ​​ໄດ້​ອັດCDອີກ​ສອງ​ແຜ່ນ​ຢ່າງ​ຕໍ່​ເນື່ອງ​ກັນ, ​​ແລະຂາຍ​ດິບ​ຂາຍ​ດີ. ​ເມື່ອ​ໄດ້​ມິດ​ງຽບໄປ​ສອງ​ປີ​ແລ້ວ, ທ່ານ​ຖາວ​ເຈີ​ໄດ້​ອັດCD​ແຜ່ນ​ທີ 4 ທີ່​ໃສ່​ຊື່ວ່າ"Tai ping sheng shi"ຍຸກ​ສະ​ໄໝ​ຮຸ່ງ​ເຮືອງ​ສັນຕິ, ​ເພື່ອ​ສະ​ແດງຄວາມ​ເອົາ​ໃຈ​ໃສ່​ນຳ​ສະພາບ​ຕົວ​ຈິງ. ​​ເພງ​ເອກ​​ໃນCD​ແຜ່ນ​ນີ້​ຄື​ເພງ"Ai wo hai shi ai ta" ຮັກ​ຂ້ອຍຫຼືຮັກ​ເຂົາ ນັ້ນ, ທ່ານ​ຖາວ​ເຈີ​ໄດ້​ຊີ້​​ໃຫ້​ເຫັນຄວາມ​ທໍລະມານ​ໃຈ​ຂອງ​ຄົນ​ທັງຫຼາຍທີ່​ປະ​ເຊີນ​ກັບ​ການ​ດິ້ນຮົນ​ແລະ​ການ​ຄັດ​ເລືອກ​ລະຫວ່າງ​ສິນ​ທຳ​ກັບ​ສຸດ​ທີ່​ຮັກ. ​ເປັນ​ໜ້າ​ກຶກກອງຫຼາຍ.
​​​
"​ເຈົ້າຮັກ​ຂ້ອຍ​ຫຼືຮັກ​ເຂົາ, ​ເຂົາ​ດີກ​ວ່າ​ຂ້ອຍ​ແທ້​ຊັ້ນ​ຫວະ. ​ເຈົ້າ​ດິ້ນຮົນ​ເພື່ອ​ໃຜ, ​ເຈົ້າຮັກ​ຂ້ອຍຫຼືຮັກ​ເຂົາ, ຂໍ​​ໃຫ້​ເຈົ້າເວົ້າຄວາມ​ຈິງ​. ນີ້​ແມ່ນຊະ​ຕາ​ກຳລົງ​ໂທດຂ້ອຍ​ບໍ່? ຮັກ​ເຈົ້າກໍ​ດີ, ຊັງ​ເຈົ້າກໍ​ດີ, ຂ້ອຍ​ກໍ​ເຮັດ​ຫຍັງ​ບໍ່​ໄດ້." ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ" "Ai wo hai shi ai ta" ຮັກ​ຂ້ອຍຫຼືຮັກ​​ເຂົາ ຂັບຣ້ອງ​ໂດ​ຍທ່ານ​ຖາວ​ເຈີ.


1  2  3