ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-27 11:47:15    
ນາງ​ຈ່ຽງ​ເມ​ສີ​ກັບ​ເພງ​ຂອງ​ນາງ

cri Author: mo



ປີ 2005, ນາງ​ຈ່ຽງ​ເມ​ສີ​ ນັກ​ຮ້ອງ​ໄຕ້​ຫວັດ​ຈີນ​ໄດ້​ອັດ​ຈຳໜ່າຍ​ແຜ່ນCD​ໃໝ່​ທີ່​ໃຫ້​ຊື່ວ່າ"​ບົດ​ກະວີໃນ​ໃຈ​ຄູ່​ຮັກ". ​ໃນ​ລາຍການ​ມື້​ນີ້, ​ແສງ​ແກ້ວ​​ໄດ້​ຈັດ​ເອົາ​ເພງ​ໃນCD​ແຜ່ນ​ນີ້​ສູ່​ຟັງ.

ຂ້ອຍ​ຢາກ​ເປັນ​ແສງທຽນ ​ໃຫ້​ຄວາມ​ສະຫວ່າງ​ແຈ້ງໃນ​ຍາມ​ເຈົ້າຕ້ອງການ, ຊີ້​ທິດ​​ໃນ​ຍາມເຈົ້າຫຼົງທາງ, ​ບໍ່​ໃຫ້​ເຈົ້າໝົ່ນ​ໝອງ​​ໃນ​ຍາມ​ເຈົ້າຄ້ອຍ​ໃຈ; ​ໃຈຂ້ອຍ​​ເໝືອນ​ດັ່ງ​ມະຫາ​ສະໝຸດ, ອ່ອນ​ໂຍນ​ແຕ່​ມີ​ກຳລັງ, ບົນ​ເສັ້ນທາງ​ແຫ່ງ​ຊີວິດ​ອັນ​ບໍ່​ມີ​ຫຍັງ​ແນ່ນອນ, ຂ້ອຍຈະ​ເປັນ​ເພື່ອນ​ເຈົ້າບໍ່​ປະ​ບໍ່​ວາງ.

ທີ່​ຟັງ​ມານັ້ນ​ແມ່ນ​ເພງ"wo xin si hai yang" ​ໃຈ​ຂ້ອຍ​ເໝືອນ​ດັ່ງ​ມະຫາ​ສະໝຸດທີ່​ຂັບ​ຮ້ອງ​ໂດຍ​ນາງ​ຈ່ຽງ​ເມ​ສີ.

ນາງ​ຈ່ຽງ​ເມ​ສີ​ຊຳນານ​ຮ້ອງ​ເພງ​ຮັກ, ​ເຖິງ​ວ່າ​ນາງ​ບໍ່​ເຄີຍ​ມີ​ຊື່​ສຽງ​ດົງ​ດັງ​ໃນ​ເວທີ​ເພງ​ຈີນ, ​ແຕ່​ພັດ​ມີ​ແຟນ​ເພງ​ຫຼາຍບໍ່​ຢອກ​ຕະຫຼອດມາ. ຜູ້​ຊົງ​ຄຸນ​ວຸດ​ທິ​ໃນວົງ​ການດົນຕີຕີ​ລາຄາ​ການ​ຂັບ​ຮ້ອງ​ຂອງ​ນາງ​ແນວ​ນີ້​ວ່າ, "​ເພງ​ຮັກທີ່ນາງ​ຂັບ​ຮ້ອງ​ມີ​ສະ​ເໜອັດສະຈັນ, ບໍ່​ວ່າຈະ​ແມ່ນ​ເພງ​ຫວນ​ຄຶດ​ທີ່ເສົ້າໝອງ, ຫຼືວ່າ​ອົບ​ອຸ່ນ​ຫວານ​ໃຈ, ​ບໍ່​ວ່າ​ລະ​ບາຍ​ອາລົມ​ແນວ​ໃດ, ກໍລ້ວນ​ແຕ່​ມ່ວນ​ປານ​ກາບກອນ." ​​​ຍ້ອນ​ສຽງ​ເພງ​ຂອງ​ນາງ​ຈ່ຽງ​ເມ​ສີ​ມີ​ສະ​ເໜພິ​ເສດ​ແບບ​ນີ້, ບໍລິສັດ​​ແຜ່ນສຽງ​ຈຶ່ງ​ໄດ້ຕົກລົງ​ຈັດ​ເອົາ"ສຽງ​ທີ່ມ່ວນ​ຄື​ກາບ​ກອນ"ຂອງ​ນາງ​ເຂົ້າ​ໃນCD​ແຜ່ນ​ໃໝ່​ຂອງ​ນາງ.

ທ້າຍ​ເດືອນ​ພຶດສະພາປີ 2005, ນາງ​ຈ່ຽງ​ເມ​ສີ​ໄດ້​ອັດ​CD​ແຜ່ນ​ໃໝ່​ທີ່​ໃຫ້​ຊື່ວ່າ"​ບົດ​ກະວີ​ໃນ​ໃຈ​ຄູ່​ຮັກ​", ​​ເພື່ອ​ອັດCD​ແຜ່ນ​ນີ້, ບໍລິສັດ​ແຜ່ນສຽງ​ໄດ້​ເຊີນດາລາຫຼາຍຄົນ​ທີ່ມີ​ຊື່​ສຽງ​ໃນ​ວົງ​ການນັກສະ​ແດງ​ຂອງຈີນ​ເຊັ່ນ​ນາງ​ລິວ​​ໂຢ້​ອິງ, ທ່ານ​ຊ້າຍ​ມິ​ງລ້ຽງ, ນາງ​ຈ້າວ​ເວີ່​ຍ​ແລະ​ນາງ​ຢວນຊວນ​ເປັນຕົ້ນມາ​ປະກອບ​ສຽງ​​ໃນ​ແຜ່ນCD​ໃໝ່​ຂອງ​ນາງ​ຈ່ຽງ​ເມ​ສີ, ພວກ​ເຂົາ​ເຈົ້າ​ຕ່າງໄດ້​ເລືອກ​ເອົາ​ເນື້ອ​ເພງ​ທີ່​ຕົນ​ມັກ​ທີ່​ສຸດ, ​ແລະ​ອ່ານ​ດ້ວຍ​ສຽງ​ທີ່​ມີ​ເອກະ​ລັກ​ພິ​ເສດຂອງ​ໃຜລາວ, ​ປະກອບ​ເຂົ້າ​​ໃສ່​ກ່ອນ​ຈະ​ຮ້ອງແຕ່ລະ​ເພງ, ກອນຕໍ່​​ໃສ່​ເພງ​ໄດ້​ສ້າງ​ບັນຍາ​ກາດ​ອັນ​ມ່ວນ​ປານ​ກອນ ງາມ​ດັ່ງ​ແຕ້ມ.
1  2  3