ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-27 22:17:04    
"ຄົນ​ເກັ່ງ" CD ແຜ່ນໃໝ່ຂອງທ່ານພ່ານ​ເຫວີຍ​​ໂປ

cri Author: da


ໃນ​ຫວ່າງ​ມໍ່ໆ​ນີ້,ທ່ານ​ພ່ານ​ເຫວີ​ຍ​ໂປ ນັກ​ຮ້ອງ​ໄຕ້​ຫວັນ​ຈີນ​ທີ່​ຊຳນານ​ຮ້ອງ​ເພງ hip-hop ,​ໄດ້​ອັດ​ຈຳ​ໜ່າຍ CD ​ແຜ່ນ​ທີ 4 ​ແຕ່​ທ່ານ​ເປັນ​ນັກ​ດົນຕີ​ມາ​ນີ້.ໃນ​ລາຍການ​ພາກ​ນີ້,ດາລາ​ວັນ​ຈະ​ແນະນຳ CD ແຜ່ນນີ້​ສູ່​ທ່ານ​ຟັງ.​


"​ເຈົ້າ​ແມ່ນ​ຄົນເກັ່ງ​ໃນ​ຄວາມ​ຮັກ,​ເຝົ້າຮັກສາ​ທຸກ​ມື້,ປະຄວາມໝອງ​ໃຈ​ໄວ້​ຢູ່​ນອກ​ປະຕູ;ຂ້ອຍ​ແມ່ນ​ຄົນ​​ໃໝ່​​ໃນ​ຄວາມ​ຮັກ,ຮຽນ​ນຳທຸກ​ມື້ ​ເຮັດຈັ່ງ​ໃດ​ຈຶ່ງ​ເປັນ​ຄົນ​ອ່ອນ​​ໂຍນ​. ​ເວົ້າວ່າ​ຈະ​ແຍກ​ກັນ,​ແຕ່​ພັດ​ບໍ່​ຈາກ​ໄປ,​ຂ້ອຍ​ເຮັດ​ຫຍັງ​ກໍ​ບໍ່​ໄດ້,ມີ​ແຕ່ຖືກ​ເຈົ້າຈູງ​ໄປ​,ສະຕິ​ໄດ້​ບອກ​ຂ້ອຍວ່າ,​​ບໍ່ຫ່ອນ​ຈະໄດ້ຜົນ​ຫຍັງ,​ເຈົ້າຄື​ກັບ​ໝາກ​ໂປມ​ເບື່ອ,ກິນ​ບໍ່​ໄດ້."(ປ່ອຍ​ເພງ)

ທີ່​ທ່ານ​ຟັງ​ມານັ້ນແມ່ນ​ເພງ gao shou "ຄົນເກັ່ງ"​ຂັບ​ຮ້ອງ​ໂດຍທ່ານ​ພ່ານ​ເຫວີຍ​ໂປ.​ເນື້ອ​ຮ້ອງ​ສ່ອງ​ແສງ​ໃຫ້​ເຫັນ​ການ​ພົວພັນອັນ​ເລິກ​ລັບ​ສັບ​ຊ້ອນ​ລະຫວ່າງ​ຄົນ​​ໃນວົງຄວາມ​ຮັກ. ຍາມ​ທຳ​ມະ​ດາ ທ່ານ​ພ່ານ​​ເຫວີຍ​ໂປເປັນຊາວ​ໜຸ່ມທີ່​ເບີກ​ບານ,​ໃນ​ເວລາ​ຮ້ອງ​ເພງ​ນີ້ ພັດສະ​ແດງ​ໃຫ້​ເຫັນ​ຄວາມສຸກ​ງອມ.
1  2  3  4  5