ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-28 20:10:58    
ອາຫານ​ປະ​ເພດ​ໃດ​ມີ​ຜົນ​ດີ​ຕໍ່​ກະ​ເພາະ(ສຽງ)

cri


ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຊົມ​ເຊີຍ​ທ່ານ​ຮັບ​ຟັງ​ລາຍການ​ສາລະ​ຄະດີ​ໜ້າ​ຮູ້​ຂອງ​ພວກ​ເຮົາ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຈະ​ແນະນຳ​ຄວາມ​ຮູ້​ບາງ​ຢ່າງ​ກ່ຽວ​ກັບ​ການ​ບຳລຸງ​ກະ​ເພາະ​ອາຫານ.

ຢູ່​ຈີນ​ມີ​ຄຳ​ພັງ​ເພີ​ຍວ່າ: ພະຍາດ​ກະ​ເພາະ​ປົວ​3​ສ່ວນ​, ບຳລຸງ7ສ່ວນ​, ການ​ບຳລຸງກະ​ເພາະ​ຕ້ອງ​ບຳລຸງຢູ່​ບົນ​ພື້ນຖານການປົວ, ​ຕ້ອງ​ກວດ​ໃຫ້​ຮູ້​ຮອບດ້ານ​ວ່າ​ເປັນ​ພະຍາດ​ຫຍັງ​ກ່ອນແລ້ວ​ປົວ​ເປັນ​ລະບົບ​, ທັງ​ສົມທົບ​ທາງດ້ານ​ຈິດ​ໃຈ, ຈິ່ງ​ຈະ​​ໄດ້​ຮັບຜົນ​ທີ່​ດີ. ກະ​ເພາະ​ກໍຄື​​ກັບ​ເຄື່ອງ​ຈັກ​ທີ່​ເຮັດ​ວຽກ​ໝົດ​ມື້, ​ໃນ​ເວລາ​ລະລາຍອາຫານ​ຈະພາ​ໃຫ້​ເຈັ້ຍ​ເມືອກໃນ​ກະ​ເພາ​ະຖືກ​ບາດ​ເທື່ອ​ລະ​ໜ້ອຍ, ຄື​ກັບ​ເຄື່ອງ​ຈັກການ​ກິນ​ອາຫານ​ແບບ​ມີ​ການ​ງົດ​ເວັ້ນ​ແມ່ນ​ຂອດ​ສຳຄັນ​ໃນ​ການ​ປົວ​ພະຍາດ​ກະ​ເພາະ. ນອກ​ນີ້, ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານເສັ້ນປະ​ສາດ​ກໍ​ແມ່ນ​ມູນ​ເຫດສຳຄັນ​ທີ່​ພາ​ໃຫ້​ເກີດ​ພະຍາດ​ກະ​ເພາະ, ຄື​ຜູ້​ຂັບ​ລົດ, ກຳມະກອນ​ກໍ່​ສ້າງ​ແລະ​ພະນັກງານ​​​ຫ້ອງການ​ເປັນ​ຕົ້ນ​ມັກ​​ເປັນ​ພະຍາດ​ກະ​ເພາະ​​ເລື້ອຍໆ, ສະ​ນັ້ນ, ຄົນ​ເຫຼົ່າ​ນີ້​ຍິ່ງ​ຄວນ​ຮັກສາ​ໃຫ້​ຊີວິດ​ມີຄວາມ​ຊິນ​ເຄີຍ​ທີ່​ດີ​ແລະ​ມີຈິດ​ໃຈ​​ມ່ວນ​ຊື່ນ.

ໜຶ່ງ, ຕ້ອງຈັດ​ວາງ​ການ​ຢູ່ການ​ກິນ​ໃຫ້​ເໝາະ​ສົມ, ຢ່າງ​ຕ່ຳ​ອາຫານ3​ຄາບ, ຕ້ອງ​ໃຫ້​ເປັນ​ເວລາ, ບໍ່​ກິນ​ອີ່ມ​ຫຼາຍ, ດີ​ທີ່​ສຸດ​​ຄວນ​ມີຕາລາງ​ເວລາ, ​ແລະປະຕິບັດ​ຕາມ​ຢ່າງ​ເຄັ່ງ​ຄັດ. ທັງ​ນີ້​ກໍ​ມີ​ຜົນ​ສະທ້ອນ​ຕໍ່​ເວລາ​ນອນ​, ສຳລັບ​ຜູ້​ທີ່​ນອນ​​ເດິກ​​ຕື່ນ​ສວຍ, ​ມັກ​ກິນ​​ເຂົ້າທ່ຽງ​ບາດ​ດຽວ​ໂລດ​ນັ້ນ​ຕ້ອງ​ປ່ຽນ​ແປງ, ບໍ່​​ແມ່ນ​ວ່າ​ກິນ​​ຄາບ​ເດິກ​​ແລະ​ກໍຈະ​ທົດ​ແທນ​ຄາບ​ເຊົ້າໄດ້​, ​ເຖິງວ່າ​​ໂມງ​ໃນ​ຕົວຂອງ​ຄົນ​ກໍ​ຫຍັບ​ຍ້າຍ​​ໄດ້, ​​ແຕ່​ຂອບ​ເຂດ​ມັນ​ກໍ​ມີ​ຈຳກັດ, ຫ່າງ​ໄກ​ຫຼາຍ​ກໍ​ບໍ່​ໄດ້.

ສອງ, ​ເວົ້າທົ່ວ​ໄປແລ້ວ, ຜູ້​ທີ່​ກິນອາຫານ​ແລ້ວ​ບໍ່​ຍ່ອຍ​ງ່າຍ​ນັ້ນກິນ​ຫຍັງໜ້ອຍ​ໜຶ່ງ​ກໍ​ອີ່ມ​ໂລດ, ຄັນກິນ​ຫຼາຍ​ໜ້ອຍ​ໜຶ່ງ​ກໍ​ຮູ້ສຶກ​ວ່າ​ຄັດທ້ອງ​​ ​ໂດຍ​ສະ​ເພາະ​ແມ່ນ​ອາຫານ​ຄ່ຳ​ກິນ​ຫຼາຍ​, ຍັງຈະ​ພາ​ໃຫ້​ນອນ​ຍາກ​ຍ້ອນ​ຍື່ງທ້ອງ​. ​ເພາະວ່າ​ອາຫານ​​ແຂງ​ແລະ​ປະ​ເພດ​ໃຍຫຼາຍ​ນັ້ນ​ລະລາຍ​ຍາກ, ສະ​ນັ້ນຈິ່ງ​ສະ​ເໜີ​ໃຫ້​ກິນ​ຫຼາຍ​ຄາບ​, ຄາບ​ລະໜ້ອຍ, ຖ້າ​ຍັງ​ບໍ່​ຮອດ​ຍາມ​ກິນ​ເຂົ້າ​ແຕ່​ຫິວ, ກໍກິນ​​ແນວ​ອື່ນໜ້ອຍ​ໜຶ່ງ​​ໄປກ່ອນ, ​ຄວນ​ຈື່​ໄວ້​ວ່າ​ນີ້​ຍັງ​ບໍ່​ທັນ​ຮອດ​ຍາມ​ກິນ​ເຂົ້າ, ​ເມື່ອ​ຮອດ​ຍາມ​ກິນ​ເຂົ້າ​​ຍັງ​ຄວນ​ກິນ​ແບບ​ຕາມປົກກະຕິ. ອາຫານທີ່​ກິນ​ນັ້ນ​ຕ້ອງ​ອ່ອນ, ຢ່າ​ສູ່ກິນ​​ແນວ​ແຂວງ​ແນວ​ຫຍາບ​ຫຼາຍ, ​ເພາະວ່າ​ອາຫານ​ປະ​ເພດ​ນີ້​ລະລາຍ​ຍາກ. ນອກ​ນີ້, ຖ້າ​ມີ​ແກງຄວນ​ກິນ​​ກ່ອນ​ອາຫານ, ຖ້າ​ກິນ​​ແກງ​ຫຼັງ​ອາຫານຈະ​​ເພີ່ມ​ພາລະ​ໃຫ້​​ແກ່​ການລະລາຍອາຫານ​. 2, 3ຊົ່ວ​ໂມງ​ກ່ອນນອນ​, ດີ​ທີ່​ສຸດ​ແມ່ນ​ບໍ່​​ກິນ​ຫຍັງ​, ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ນອນ​ຍາກ, ຖ້າ​ຮູ້ສຶກວ່າ​ທ້ອງ​ເປົ່າ​ຫວ່າງ​ກໍກິນ​ນ້ຳ​ແທນ​ກໍ​ໄດ້.

ສາມ, ຜູ້​ເປັນ​ພະຍາດ​ກະ​ເພາະ​ບໍ່​ຄວນ​ສູບຢາ, ກິນ​ເຫຼົ້າ, ກາ​ເຟ, ຊາ​ປຸກ, ນ້ຳ​ອັດ​ລົມ​ແລະ​ອາຫານ​ປະ​ເພດ​ສົ້ມ​ແລະ​​ເຜັດ​ເປັນ​ຕົ້ນ, ​ເພາະອາຫານ​ເຫຼົ່າ​ນີ້​ຈະ​ເປັນ​ໂທດ​ຕໍ່​ກະ​ເພາະ​ຫຼາຍ. ກະ​ເພາະ​ມັກ​ແຫ້ງ​ຢ້ານ​ເຢັນ, ສະ​ນັ້ນ, ​ເຄື່ອງ​ດື່ມ​ເຢັນ​ແລະ​ກະ​ແລມກໍ​ບໍ່​ຄວນ​ກິນ, ກິນ​ອາຫານ​​ຮ້ອນດີກ​ວ່າ, ທັງ​ນີ້​ແມ່ນ​ການ​ທົດ​ສອບ​ຕໍ່​ໝົດ​ທຸກ​ຄົນ, ​ໂດຍ​ສະ​ເພາະ​ໃນ​ລະດູ​ຮ້ອນ. ມີ​ເຄື່ອງ​ດື່ມ​ສອງ​ຢ່າງ​ຕ້ອງ​ກິນໃຫ້ຫຼາຍຄື​ນ້ຳ​ນົມແລະ​ນ້ຳ​ຮ້ອນ. ນົມງົວ​ເມື່ອ​ກິນ​ລົງທ້ອງ, ມັນ​ຈະ​ເຄືອບ​ຢູ່​ຕາມ​ກະ​ເພາະ​ຊັ້ນ​ບາງໆ​ຮັກສາ​ກະ​ເພາະ​ໄດ້, ​ຕື່ນ​ເຊົ້າ​ມາ, ກິນນ້ຳ​ນົມ​ຈອກ​ໜຶ່ງ​​ກ່ອນ​, ແລ້ວຈິ່ງ​ກິນ​ຂອງ​ແນວ​ອື່ນ​ແມ່ນ​ດີ​ທີ່​ສຸດ. ສອງ​ແມ່ນ​ຕ້ອງ​ກິນນ້ຳ​ໃຫ້ຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ນ້ຳ​ຮ້ອນ, ​​ເພື່ອ​ເພີ່ມ​ຕື່ມ​ນ້ຳ​ທີ່​ຮ່າງກາຍ​ຕ້ອງການ.

1  2