ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-28 20:10:58    
ອາຫານ​ປະ​ເພດ​ໃດ​ມີ​ຜົນ​ດີ​ຕໍ່​ກະ​ເພາະ(ສຽງ)

cri

ສີ່, ​ເຖິງ​ວ່ານ້ຳໝ​ເຕົາ​ຮູ້​ກໍ​ເປັນ​ເຄື່ອງ​ດື່ມ​ແນວ​ດີ, ​ແຕ່​ເປັນ​ອາຫານ​ປະ​ເພດ​ເຢັນ, ຈິ່ງ​ເຂົ້າ​ແທນ​ນ້ຳ​ນົມງົວ​ບໍ່​ໄດ້.

ຫ້າ, ຮ່າງກາຍ​ຄົນ​ເຣົາຂາດ​ອາຫານ​ປະ​ເພດ​ຜັກ​ແລະ​ໝາກ​ໄມ້ບໍ່​ໄດ້, ສະ​ນັ້ນ​ຄວນ​ກິນ​ໃຫ້​ພໍ​ຄວນ. ຜັກ​ຄວນ​ຕົ້ມ​ໃຫ້​ອ່ອນ​ແລ້ວ​ຈິ່ງ​ກິນ, ຈະດີ​ຕໍ່​ກະ​ເພາະ. ຜັກ​ແລະ​ເປືອກ​ໝາກ​ໄມ້​ເປັນ​ອາຫານ​ມີ​ໃຍ​ຫຼາຍ​, ຢ່າ​ກິນ​ຫຼາຍ​ໂພດ, ​ເພາະວ່າມັນ​ລະລາຍ​​ຍາກ, ​ແຕ່​ໝາກ​ໄມ້​​ກິນ​ຫຼາຍ​​ແດ່​ກໍ​ບໍ່​ເປັນ​ຫຍັງ.

ຫົກ, ທຳ​ມະ​ດາ​ແລ້ວ, ຄົນ​ເຮົາຫຼັງ​ກິນ​ເຂົ້າ​ແລ້ວ​ບໍ່​ຄວນ​ໄປ​ຫັດກາຍ​ທັນທີ, ຜູ້ທີ່​ເປັນ​ພະຍາດ​ກະ​ເພາະ​ກໍ​ຕ້ອງລະວັງ, ດີ​ທີ່​ສຸດ​ຕ້ອງ​ພັກ​ຜ່ອນຄາຍ​ໜຶ່ງກ່ອນ, ​ຈົນ​ອາຫານ​ຢ່ອຍ​ເກືອບ​ມົດ​ແລ້ວ, ຈິ່ງ​ເລີ່​ມ​ເຮັດ​ວຽກ​, ຫຼື​ຍ່າງ​​ຊ້າໆ, ກໍ່​ຊ່ອຍ​ຢ່ອຍອາຫານ​ໄດ້​ຄື​ກັນ. ​ເວົ້າ​ລວມ​ແລ້ວ, ​ເມື່ອ​ກິນ​ເຂົ້າ​​ແລ້ວ​ບໍ່​ຄວນ​​ເຮັດວຽກ​ໂລດ.

​ເຈັດ, ນອກຈາກເປັນພະຍາດກະທັນຫັນ, ບໍ່​ສົ່ງ​ເສີມ​ໃຫ້​ກິນ​ຢາ​ເລື້ອຍໆ, ​ເພາະວ່າ​ກິນ​ຢາ​ເປັນ​ເວລາ​ດົນ​ນານ​ຈະ​ມີ​ຜົນ​ສະທ້ອນ​ທາງ​ລົບ, ​ພະຍາດ​ກະ​ເພາະ​​ແມ່ນ​ພະຍາດ​ຊຳ​ເຮື້ອ, ບໍ່​ອາດ​ປົວ​ໃຫ້​ດີ​ໃນ​ໄລຍະ​ສັ້ນ. ຖ້າ​ມີ​ຄວາມ​ຕ້ອງການ, ​​ໄປ​ຫາ​ນາຍ​ໝໍ​ປົວ​ແບບຈີນ​ກໍ​ດີ​ຄື​ກັນ, ຕຳ​ລາ​ຢາ​ຈີນ​ມີ​ຜົນ​ດີ​ພິ​ເສດ​ຕໍ່​ການ​ບຳລຸງ​ກະ​ເພາະ.

​ແປດ, ໝາກ​ຫຸ່ງ​ສຸກແມ່ນໝາກ​ໄມ້​ທີ່​ມີ​ຜົນ​ດີ​ຕໍ່​ກະ​ເພາະ, ​ເອົາ​ມາ​ບຳລຸງ​ກະ​ເພາະ​ໄດ້ດີ​ສົມຄວນ, ​ແຕ່​ຖ້າກະ​ເພາະ​ມີ​ທາດ​ກົດຫຼາຍ​, ກໍຢ່າ​ກິນ​ຫຼາຍ.

​ເກົ້າ, ພວກ​ເຮົາ​ຂໍ​​ເຕືອນ​ອີກ​ເທື່ອ​ໜຶ່ງ, ພະຍາດ​ກະ​ເພາະ​ແມ່ນ​ພະຍາດ​ຊຳ​ເຮື້ອ, ບໍ່​ອາດ​ປົວ​ໃຫ້​ດີ​ໄດ້​ໃນ​ໄລຍະ​ສັ້ນ. ວິທີ​ປົວ​ທີ່ດີ​ແມ່ນ​ໃຫ້​ຄ່ອຍໆບຳລຸງ, ​​ໃຈຮ້ອນບໍ່​ໄດ້, ຕ້ອງປ່ຽນ​ແປງ​ແບບ​ແຜນການ​ກິນ​ການ​ຢູ່​ຂອງ​ຕົນ. ຖ້າຢາກ​ມີ​ກະ​ເພາະ​ທີ່​ດີ, ສະ​ນັ້ນ, ກໍ​ຕ້ອງ​ມີ​ຄວາມ​ຊິນ​ເຄີຍ​ທີ່​ດີ.
1  2