ເມ່ືອກ່າວເຖິງນະຄອນຫຼວງອັງກໍ,ທ່ານຈ່າງປີງລິນໄດ້ເວົ້າຍ້ອງບ່ໍເຫືອດປາກ.ທ່ານເວົ້າວ່າ:ອັງກໍແມ່ນມໍລະດົກປະຫວັດສາດອັນລ້ຳຄ່າຂອງກຳປູເຈຍແລະກໍແມ່ນຂອງມ່ິງເມືອງອັນສະຫ່ງາລາສີແຫ່ງອາລິຍະທຳບູຮານຂອງມວນມະນຸດ.ປີ1992ອົງການມໍລະດົກໂລກສະຫະປະຊາຊາດໄດ້ຈັດເຂົ້າໄວ້ໃນລາຍຊ່ືມໍລະດົກໂລກ.
ບູຮານນະສະຖານອັງກໍວັດ ໄດ້ໂຮມແຈກຢາຍກັນຢູ່ອ້ອມເມືອງຊຽມລຽບ,ໃນນັ້ນ ລວມມີບູຮານນະສະຖານສຳຄັນຫຼາຍໆແຫ່ງ,ມີເຄຫະສະຖານຕ່າງໆຢ່າງງຫຼວງຫຼາຍ,ວັດຫີນແລະເຈດີຫີນທີ່ລືຊ່ືກ່ວາໝູ່ແມ່ນໂຮມກັນຢູ່ອັງກໍທົມແລະອັງກໍວັດ.ບູຮານນະສະຖານອ່ືນໆທ່ີລືຊ່ືມີຫໍກາງຫາວ,ມີພະລາຊະວັງ,ສະໜາມຫຼວງ,ປະຕູເມືອງແລະບ່ອນຫົດສົງພະວໍລະກາຍຂອງເຈົ້າຊີວິດເປັນຕົ້ນ.
ບູຮານນະສະຖານອັງກໍວັດ ຕົ້ນຕໍປະກອບດ້ວຍເຄຫະກ່ໍດ້ວຍຫີນທ່ີງາມສະຫ່ງາແລະຮູບຄວັດຫີນຊາຍທ່ີຍອດຢ້ຽມ.ເຄຫະກ່ໍດ້ວຍຫີນລ້ວນແ່ຕແມ່ນໂງ່ນຫີນກ້ອນບັກໃຫ່ຍ. ບາງໂງ່ນມີນ້ຳໜັກ 8 ໂຕນ.ເຈດີຫີນກໍແມ່ນກ່ໍດ້ວຍຫີນ. ຢູ່ທາງນອກຄວັດເປັນພະພຸດທະຮູບຫຼາຍອົງທ່ີມີວາດຊົງຕ່າງກັນ. ຮູບຄວັດພະເກດເກສາບາງອົງສູງ 6 ແມັດປາຍ, ເປັນຮູບທ່ີມີຊີວິດຊີວາ. ແລະມີຊ່ືລືນາມໃນໂລກຍ້ອນເປັນຮອຍຍິ້ມຂອງຂະແມ. ລະບຽບຮູບຄວັດຂອງອັງກໍວັດທ່ີມີຊ່ືສຽງດົ່ງດັງກ່ວາໝູ່ແມ່ນຍາວຕັ້ງ 800ກວ່າແມັດ, ແມ່ນຮູບຄວັດທ່ີດີເລີດກວ່າໝູ່ຂອງຂະແມ.
1 2 3 4
|