ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-18 22:41:43    
ອັງກໍວັດ-ບ່ອນທີ່ເຮັດໃຫ້ຄົນປາຖະໜາຫາ

cri

​ອັງ​ກໍ​ທົມ​ແບ່ງ​ເປັນ​ອັງ​ກໍ​ໃຫ່ຍ ອັງ​ກໍ​ນ້ອຍ. ອັງ​ກໍ​ນ້ອຍ​ແມ່ນ​ນ່ືງ​ໃນ​ເຄຫະ​ສະຖານ​ອັນ​ສະ​ຫງ່າ​ລາສີ​ກວ່າ​ໝູ່,​​ແມ່​ນ​ຄົນຂົນກ້ອນ​ຫີນ​ໄປ​ກອງ​ຂຶ້ນ​ແລ​້ວກໍ​ເປັນຮູບຢູ່​ເທິງ​ພູ​ຍາວ 1025 ​ແມັດ​,ກວ້າງ 800​ ແມັດ. ຢູ່​ທາງ​ນອກ​ມີ​ຄອງ​ນ້ຳ​ອ້ອມ​ເມືອງ​ທີ່ກ້ວາງ 190​ ແມັດ,ຕາມ​ເວົ້າ​ກັນ​ວ່າ, ​ແຫ່ງ​ນີ້​ແມ່ນ​ສຸສານ​ຂອງະເຈົ້າ​ຊີວິດ​ສຸລິຍະ​ວາຣະມັນລັດຊະການ​ທີ​ສອງ.

   

ອັງ​ກໍ​ໃຫຍ່ປະກອບ​ດ້ວຍ​ເຄຫະ​ສະ​ຖານ 10 ກວ່າ​ຫັຼງ,ສ່ິງ​ກ່ໍສ້າງ​ທ່ີ​ລື​ຊ່ື​ກວ່າ​ໝູ່​ມີ​ກຳ​ແພງ​ເມືອງ ,ປະຕູ​ເມືອງ 5 ​ແຫ່ງ,ພ້ອມ​ດ້ວຍ​ວັດ​ພະ​ພູນ,ວັດ​ປີ​ເມ​ອະ​ນາ​ກັດ, ​ແລະ​ສະໜາມ​ຫຼວງ​ພະ​ລາຊະ​ວັງ​ເປັນ​ຕົ້ນ.ການ​ສ້າງສາ​ມາ​ເປັນ​ເວລາ​ປະມານ200ປີ​ຈ່ິງ​ສ້າງ​ສຳ​ເລັດ.ມັນ​ແມ່ນ​ກາງ​ນະຄອນ​ອັງ​ກໍ​ວັດ,​ແລະ​ກໍ​ເປັນ​ເລື້ອງ​ອັດສະຈັນ​ໃນ​ປະຫວັດ​ການ​ກ່ໍສ້າງອີກດ້ວຍ.

 

ຈຸ້ມ​ເຄຫະ​ພາກ​ຕາ​ເວັນ​ອອກ​ແມ່ນ​ໄດ້​ກ່ໍສ້າງ​ມາ300ກວ່າປີ​ຈ່ິງ​ສຳ​ເລັດ.ຈຸ້ມ​ເຄຫະ​ພາກ​ເໜືອ​ຕົ້ນຕໍ​ແມ່ນ​ປະກອບ​ດວຍວັດ​ພະ​ຄານ ,ວັດ​ນາກ​ປ່ຽນ,ວັດ​ວັນ​ຕະ​ໄລ​ເປຼ​ແລະ​ວັດ​ອ່ືນໆ.ຂະໜາດ​ຂອງ​ມັນ​ໃຫຍ່ພິລຶກ:ທັງ​ມີ​ເນື້ອ​ທ່ີ​ກ້ວາງ​ຂວາງ​ເປັນ​ເຄຫະ​ສະຖານ​ອັນ​ເຮືອງ​ຮຸ່ງ​ແລະ​ມີ​ການຈັດ​ວາງ​ຢ່າງ​ສະຫຼາດ​ສອດສ່ອງ,​ແມ່ນ​ມີ​ໜ້ອຍ​ທ່ີ​ສຸດ​ໃນ​ໂລກ.

 

​ໝົດ​ນະ​ຄອນອັງ​ກໍແມ່ນ​ເຕັມ​ໄປ​ດ້ວຍ​ສີສັນ​ເທບ​ນິຍາຍ​ທາ​ງສາສະໜາ,ຢ່າງ​ວ່າ ຢູ່​ສອງ​ຂ້າງ​ຂົວ​ຂ້າມ​ຄອງ​ນ້ຳ​ປ້ອງ​ກັນ​ເມືອງ ຕ່າງມີຣູບຄວັດ​ຫນ 27ອົງ,​ເບື້ອງ​ຊ້າຍ​ແມ່ນ​ຮູບຄວັດ​ເທວະ​ດາ, ​ເບື້ອງ​ຂວາ​ແມ່ນ​ຮູບຄວັດ​ຜີ​ມານ,​ໃນ​ມື​ຜີ​ມານ​ຈັບ​ນາກ 7 ຫົວ,ຕາມ​ຄຳ​ເວົ້າ​ທ່ີ​ເລ່ົາ​ລື​ກັນ​ຂອງ​ສາສະໜາ​ພາມ, ນາກ​ແມ່ນ​ພະ​ທ່ີ​ນ່ັງ​ຂອງ​ພະ​ເຈົ້າ​ພິສະ​ໜູ.

ເຄຫະ​ສະຖານ​ຂອງ​ນະຄອນ​ອັງ​ກໍ​ຍັງ​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ຈັກກະວານ​ຂອງ​ຄົນ​ໃນ​ຄາວ​ນັ້ນ, ຢູ່​ກາງ​ເມືອງ​ທ່ີ​ເຂົ້າ​ປະຕູ​ເມືອງ​ມີ​ພູ​ນ້ອຍ​ໜ່ວຍ​ນ່ືງ, ​ເທິງ​ພູ​ນ້ອຍ​ໄດ້​ສ້າງ​ວັດ​ບາ​ຢອນ,​ເປັນ​ບ່ອນ​ສູງ​ສຸດ​ຂອງ​ນະຄອນ​ແລະ​ເປັນ​ຕົວ​ແທນ​ໃຫ້​ແກ່ບ່ອນ​ຕິດ​ຕ່ໍ​ກັນ​ລະ​ຫວ່າງ​ໃຈກາງ​ຈັກກະວານ​ກັບ​ຟ້າ​ດິນ,ກຳ​ແພງ​ອ້ອມ​ເມືອງ​ອັງ​ກໍ​ເປັນ​ຕົວ​ແທນ​ໃຫ້ແກ່ສາຍພູ​ທ່ີ​ເຈືອ​ລະ​ເນືອ​ກັນ​ອ້ອມ​ຮອບ,ຄອງ​ນ້ຳ​ປ້ອງ​ກັນ​ເມືອງ​ແມ່ນ​ທະ​ເລນ​ອກສາຍພູ,​ໃນ​ຕົວ​ຈິງ​ແລ້ວ,ນະຄອນ​ອັງ​ກໍ​ແມ່ນ​ຮູບ​ຫຍ້ໍ​ຂອງ​ຈັກກະວານ.

 

1  2  3  4