ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-21 20:55:18    
[ວັງບຸດຕະລາ]

cri

ວັງບຸດຕະລາແມ່ນພະລາຊະວັງລະດູຫນາວຂອງພະດາໄລທຸກໆສະໄຫມ,ແລະກໍ​ແມ່ນ​ໃຈ​ກາງ​ປົກ​ຄອງໂດຍໂຮມການເມືອງກັບສາດສະຫນາເປັນອັນດຽວກັນຂອງຜູ່​ປົກ​ຄອງ​ທ້ອງ​ຖິ່ນ​ໃນ​ເມື່ອ​ກ່ອນ.ເລີ່ມແຕ່ພະດາໄລອົງທີ5ເປັນຕົ້ນ​ມາ,ພິ​ທີ​ສາດສະ​ຫນາ​ແລະ​ການ​ເມືອງ​ທີ່​ສຳ​ຄັນ​ລ້ວນ​ແຕ່​ຈັດ​ຂຶ້ນ​ຢູ່​ແຫ່ງ​ນີ້,ພ້ອມ​ກັນ​ນັ້ນ​ຍັງແມ່ນບ່ອນ​ດອຍ​ໂລງ​ສົບ​ທີ່​ພະດາ​ໄລ​ແລະ​ພະ​ລາມາ​ທຸກໆ​ອົງ​ເພື່ອ​ໃຫ້​ຄົນ​ນົບໄຫວ້.ວັງ​ບຸດ​ຕະ​ລາ​ແມ່ນ​ຈຸ່ມ​ສິ່ງ​ກໍ່​ສ້າງ​ໃຫຍ່​ກວ່າ​ຫມູ່​ຂອງ​ເຂດ​ຊົນ​ເຜົ່າ​ຕິ​ເບດ, ເປັນ​ຂີດ​ຫມາຍ​ທີ່​ມີ​ລັກ​ສະ​ນະ​ເປັນ​ຕົວ​ແທນ​ຂອງ​ຕິ​ເບດແລະ​ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ຜົນ​ສຳ​ເລັດ​ດ້ານ​ສິນ​ລະ​ປະ​ຂອງ​ສິ່ງ​ກໍ່​ສ້າງ​ກັບ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ດ້ານ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ຂອງ​ເຜົ່າ​ຕິ​ເບດ,ແລະ​ກໍ​ແມ່ນ​ສິ່ງ​ກໍ່​ສ້າງ​ອັນ​ເປັນ​ຫົວ​ກະ​ທິ​ແຫ່ງ​ສິ່ງ​ກໍ່​ສ້າງ​ສະ​ໄຫມ​ບູ​ຮານ​ຂອງ​ປະ​ຊາ​ຊາດ​ຈີນ

ວັງບຸດຕະລາຕັ້ງຢູ່ທິດຕາເວັນຕົກຂອງເມືອງລາຊາບູຮານ,ຢູ່ເທິງພູບຸດຕະລາ.ວັງ​ບຸດ​ຕະ​ລາ​ທີ່​ພວກ​ເຮົາເຫັນຢູ່ດຽວນີ້ໂດຍພື້ນຖານແລ້ວແມ່ນສ້າງໃຫ້ກວ້າງອອກຢ່າງ​ຕໍ່​ເນື່ອງ​ກັນ​ແຕ່​ສະ​ຕະ​ວັດ​ທີ 17 ເປັນ​ຕົ້ນມາ,ວັງບຸດຕະລາແມ່ນພາສາສັນ​ສະ​ກິດ, ລາງ​ເທື່ອ​ກໍ​ແປ​ເປັນ​ພຸດ​ໂທ​ຕາມ​ພື້ນ​ເມືອງ​ເຂົາ​ເຈົ້າ​ຍັງ​ເອີ້ນ​ວ່າພູພຸດໂທທີສອງ.

ວັງບຸດຕະລາສູງກວ່າຫນ້ານ້ຳທະເລ 3700 ກວ່າແມັດ,ມີເນື້ອທທີ່ທັງຫມົດ 3 ແສນ 6 ຫມື່ນ​ແມັດ​ຕາ.ເນື້ອທີ່ກໍ່ສ້າງ1ແສນ3ຫມື່ນກວ່າແມັດຕາ.ຫໍສຳຄັນສູງ 117 ແມັດ,ລວມ​ມີ 13 ຊັ້ນ​ໃນ​ນັ້ນ​ມີ​ສິມ ມີສິມເຈດີ ມີສິມພະພຸດ​ທະ​ຮູບ​ມີ​ຫໍ​ສູດ ມີ​ກຸ​ຕິ​ແລະ​ເດິ່ນ​ຄົບ​ຫມົດ​ທຸກສິ່ງທຸກຢ່າງ,ແມ່ນຈຸ້ມສິ່ງ​ກໍ່​ສ້າງ​ແບບ​ພະ​ລາ​ຊະ​ວັງ​ໃຫຍ່ກວ່າຫມູ່​ແລະ​ຢູ່​ບ່ອນ​ສູງ​ກວ່າ​ຫມູ່​ໃນ​ໂລກ​ປະ​ຈຸ​ບັນ.ວັງ​ບຸດ​ຕະ​ລາ​ສ້າງ​ຂຶ້ນ​ຢູ່​ຕາມ​ເນີນ​ພູ,ຕັ້ງຢູ່ຢ່າງສະ​ຫງ່າ​ຜ່າ​ເຜີຍ, ມີ​ຍອດ​ຄຳ​ເຫຼືອງ​ເຫຼື້ອມ​ງາມ​ຕາ,ສະ​ແດງ​ໃຫ້​ເຫັນ​ຈຸດ​ພິ​ເສດ​ທີ່​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຕິດ​ອົກ​ຕິດ​ໃຈ​ນຳ​ສິ່ງ​ກໍ່​ສ້າງ​ສະ​ໄຫມ​ບູ​ຮານ​ຕິ​ເບດ.

1  2  3