ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-21 20:55:18    
[ວັງບຸດຕະລາ]

cri

ວັງບຸດຕະລາຕົ້ນຕໍແມ່ນປະກອບດ້ວຍວັງຂາວແລະວັງແດງ,ວັງຂາວແມ່ນວັງລະ​ດູ​ຫນາວ​ຂອງ​ພະດາໄລລາມາ,ແລະເຄີຍເປັນທີ່ຕັ້ງຫ້ອງວ່າການ ຂອງ​ອະ​ດີດ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນຕິເບດ,ສູງ7ຊັ້ນ.ຫໍໃຫຍ່ທີ່ 4 ຊັ້ນ​ທີ່​ຕັ້ງ​ຢູ່​ກາງ ແມ່ນ​ຫໍ​ໃຫຍ່​ກວ່າ​ຫມູ່​ຂອງ​ວັງ​ຂາວ​ວັງ​ບຸດ​ຕະ​ລາ,ມີເນື້ອທີ່ 717 ແມັດ​ຕາ.ແຫ່ງ​ນີ້​ແມ່ນ​ບ່ອນ​ເຄື່ອນໄຫວທຳ​ມະ​ການ​ແລະ​ເຄື່ອນ​ໄຫວ​ການ​ເມືອງ​ສຳ​ຄັນ​ເຊັ່ນ:ຫ້ອງບັນທົມຂອງພະດາໄລແລະພິທີສຳຄັນທາງລາ​ຊະ​ການ​ໂດຍ​ພະ​ອົງ​ເອງ.ຊັ້ນ​ທີ 5 ແລະ​ຊັ້ນ​ທີ 6 ແມ່ນ​ຫ້ອງ​ການ​ແລະ​ຫ້ອງ​ພັກ​ຜ່ອນ,ບ່ອນ​ສູງ​ສຸດ​ຊັ້ນ​ທີ 7ແມ່ນ​ຫ້ອງ​ບັນ​ທົມ​ຂອງ​ພະ​ດາ​ໄລ​ລະ​ມາໃ​ນ​ລະ​ດູ​ຫນາວ.

ວັງແດງຕົ້ນຕໍແມ່ນວັງດອຍໂລງສົບພະດາໄລລາມາແລະສິມພະພຸດທະຮູບປະເພດ​ຕ່າງໆ,ລວມ​ມີ​ທາດບັນຈຸໂລງສົບພະວໍລະກາຍຂອງພະດາ​ໄລ​ແລະ​ພະ​ລາ​ມາ,ມີ​ເນື້ອ​ທີ່ 725 ແມັດ​ຕາ,ຢູ່​ໃນ​ນັ້ນ​ມີ​ຮູບປັ້ນບຸກຄົນອັນລ້ຳຄ່າທີ່ສຸດ.ໃນສິມສູງສຸດຂອງວັງແດງປະຈຸບັນ​ແມ່ນ​ຮູບ​ແຕ້ມ​ເຈົ້າ​ຊີ​ວິດ​ຄັງ​ຊີ ລາ​ຊະ​ວົງ​ເຊັງແລະຮູບພະໂພທິສັດທີ່ພະ​ລາ​ມາ​ອົງ​ທີ 13 ໄດ້​ຈ່າຍ​ເງິນ​ຕັ້ງ​ຫມື່ນ​ກວ່າ​ຕຳ​ລຶງ​ເພື່ອ​ຫຼໍ່

ສິມບັນຈຸໂລງສົບພະດາໄລລາມາອົງທີ13ແມ່ນສິ່ງກໍ່ສ້າງທີ່ສ້າງສຳເລັດສຸດທ້າຍ​ຂອງ​ວັງ​ບຸດ​ຕະລາ,ເລີ່ມສ້າງເມື່ອປີ 1933,ໃຊ້ເວລາ 3 ປີຈຶ່ງສ້າງສຳ​ເລັດ. ວັງ​ບຸດ​ຕະ​ລາ​ຍັງ​ມີ​ສິ່ງ​ກໍ່​ສ້າງ​ປະ​ກອບ​ຈຳ​ນວນ​ຫນຶ່ງ​ເຊິ່ງ​ລວມ​ມີ​ໂຮງ ຮຽນ​ສົງ​ກຸ​ຕິ​ແລະ​ສວນ​ຢູ່​ເທິງ​ພູ​ເປັນ​ຕົ້ນ.

1  2  3