ທີ່ນີ້, ວິທະຍຸສາກົນແຫ່ງປະເທດຈີນ. ສະບາຍດີ, ທ່ານຜູ່ຟັງທີ່ເຄົາລົບ, ຊົມເຊີຍທ່ານຮັບຟັງລາຍການຄາລົມຄົມຄາຍ.
ທ່ານຜູ່ຟັງ, ເຄີຍມີຄຳເວົ້າຄຳໜຶ່ງທີ່ໄດ້ປະທັບໃຈຂ້າພະເຈົ້າຢ່າງເລິກເຊິ່ງ, ຄື, "ການເຮັດບຸນກຸສົນເລັກໜ້ອຍຈະເຮັດໃຫ້ຕົນເອງສະບາຍອົກສະບາຍໃຈບໍ່ດ້ອຍກວ່າຄວາມຮູ້ສຶກຫຼັງຈາກໄດ້ຫຼິ້ນກິລາໜຶ່ງຊົ່ວໂມງ."
ຢູ່ຄຸ້ມຟູວາລັດນິວແມັກຊີໂກອາເມລິກາມີຄຸນພໍ່ຜູ່ໜຶ່ງຊື່ວ່າຊາມ. ໃນ 40 ປີມາ, ທ່ານຊາມເຄີຍເປັນຄຸນພໍ່ຢູ່ 6 ຄຸ້ມໃນລັດດັ່ງກ່າວ. ປະຊາກອນແລະລະດັບຄວາມຮັ່ງມີຂອງ 6 ຄຸ້ມພໍປານກັນ, ແຕ່ວ່າ, ຢູ່ຄຸ້ມໜຶ່ງ, ຄົນທີ່ມາສຳນຶກບາບຢູ່ໂບດຄຸ້ມນີ້ໜ້ອຍກວ່າໝູ່. ເປັນຫຍັງຈຶ່ງເປັນຈັ່ງຊັ້ນ, ແມ່ນຄົນຄຸ້ມນີ້ບໍ່ມີໃຈສັດທາບໍ່? ພາຍຫຼັງມາ, ທ່ານໄດ້ສັງເກດວ່າ, ຢູ່ຄຸ້ມນີ້ມີສູນຮັບລ້ຽງເດັກອະນາຖາແຫ່ງໜຶ່ງ, ຢູ່ທີ່ນັ້ນມີເດັກອະນາຖາ 5 ຄົນ. ພວກເຂົາເຈົ້າໄດ້ນຳເອົາຄຳພີສາສະໜາຄຼິສຕຽນມາໃຫ້ໄທເມືອງຄຸ້ມນີ້, ເດັກອະນາຖາ 5 ຄົນນີ້ເຮັດໃຫ້ໄທເມືອງມີບ່ອນເຮັດບຸນກຸສົນ. ຜູ່ທີ່ເຮັດບຸນກຸສົນເລື້ອຍໆ, ຈິດໃຈບໍ່ຫ່ອນມີບັນຫາ.
ຄົນທັງຫຼາຍໃຫ້ທານເພື່ອໄດ້ຮັບການປະເລົ້າປະໂລມໃຈ. ຜູ່ທີ່ມີຄວາມຮູ້ສຶກແນວດຽວກັນກັບຄຸນພໍ່ຊາມເຫັນວ່າ"ໃຊ້ເວລາໄປຊ່ວຍເຫຼືອຜູ່ອື່ນ, ຈະປົວບາດແຜໃນໃຈຂອງຕົນໃຫ້ຫາຍ." "ການເຮັດກຸສົນເລັກນ້ອຍຈະເຮັດໃຫ້ຕົນສະບາຍໃຈບໍ່ດ້ອຍກວ່າຄວາມຮູ້ສຶກຫຼັງຈາກໄດ້ຫຼິ້ນກິລາໜຶ່ງຊົ່ວໂມງ."
1 2
|