ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-24 18:39:29    
ເຮັດ​ບຸນ​ກຸ​ສົນ​ໃນ​ທັນ​ການ​(ສຽງ)

cri Author: min

ຄວາມ​ເມດ​ຕາ​ອາ​ລີ​ບໍ່​ພຽງ​ແຕ່​ແມ່ນ​ຈັນ​ຍາ​ທຳ​ອັນ​ດີ​ງາມ​ຂອງ​ສ່ວນ​ບຸກ​ຄົນ​ທໍ່​ນັ້ນ, ​ຍັງ​ແມ່ນ​ຄວາມ​ຕ້ອງ​ການ​ຢ່າງ​ໜຶ່ງ​ທາງ​ຈິດ​ໃຈ​ອີກ​ດ້ວຍ. ​ຂໍ​ໃຫ້​ສັງ​ຄົມ​ນີ້​ຈົ່ງ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ແຫ່ງ​ຄວາມ​ເມດ​ຕາ​ອາ​ລີ, ​ຂໍ​ໃຫ້​ທຸກ​ໆ​ຄົນ​ຈົ່ງ​ເຂົ້າ​ໃຈ​ກອນ​ສັ້ນ​ຂອງ​ນາງ​ດິກ​ກິນ​ເຊິນ ນັກ​ກະ​ວີ:

"ຖ້າ​ຂ້າ​ພະ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ຄົນ​ຜູ່​ໜຶ່ງ​ຫາຍ​ຄວາມ​ໂສກ​ເສົ້າ
ຊາດ​ນີ້ ຂ້າ​ພະ​ເຈົ້າ​ກໍ່​ບໍ່​ແມ່ນ​ເກີດ​ມາ​ລ້າ​ໆ​
​ຖ້າ​ຂ້າ​ພະ​ເຈົ້າ​ສາ​ມາດ​ປົກ​ເປື້ອງ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຄົນ​ຜູ່​ໜຶ່ງ
​​ແກ້​ຄວາມ​ທຸກ​ລະ​ທົມ​ຂົມ​ຂື່ນ​ໃຫ້​ຄົນ​ຜູ່​ໜຶ່ງ
ຊ່ວຍ​​ເອົາ​ຊີ​ວິດ​ຂອງ​ນົກ​ໂລ​ບິນ​ທີ່​​ໂຕ​ໜຶ່ງ​ທີ່​ຕາຍ​ບັດ​ໄປ ​
​ໃຫ້​ມັນ​ໄດ້​ບິນ​ກັບ​ຄືນ​ຮັງ​ຂອງ​ມັນ
ຊາດ​ນີ້ ຂ້າ​ພະ​​ເຈົ້າກໍ່​ບໍ່​ແມ່ນ​ເກີດ​ມາ​ລ້າ​ໆ​"

ຂ້າພະ​ເຈົ້າມີ​ເພື່ອນູ​ຍິງ​ຜູ່​ໜຶ່ງ, ​ນາງ​ເປັນ​ຄົນ​ອ່ອນ​ນ້ອມ​ໃຈ​ບຸນ, ​ໄດ້​ຮັບ​ການ​ອົບ​ຮົມ​ຊັ້ນ​ສູງ​ກ່ຽວ​ກັບ​ການ​ສຶກ​ສາ​ເດັກ​ນ້ອຍ​ອະ​ນຸ​ບານ. ​ນາງ​ຢາກ​ໄປ​ເຮັດ​ວຽກ​ຢູ່​ອົງ​ການ​ກຸ​ສົນ​ຊ່ວຍ​​ເດັກ​ນ້ອຍ​ຜູ່​ຂັງ​ໂຕ​ເອງ​, ​ແຕ່​ເງິນ​ເດືອນ​ຕ່ຳ​ຫຼາຍ, ​ທໍ່​ກັບ​​ເຮັດ​ລ້າໆ​ເອົາ​ໂລດ. ​ສະ​ນັ້ນ, ​ນາງ​ຮູ້​ສຶກ​ຕັດ​ສິນ​ໃຈ​ຍາກ​ຫຼາຍ, ​ຈຶ່ງ​ມາ​ຂໍ​ຄວາມ​ເຫັນ​ນຳ​ຂ້າ​ພະ​ເຈົ້າ. ​ຂ້າ​ພະ​ເຈົ້າ​ເລີຍ​ຖາມ​ນາງ​ວ່າ, ​ວຽກ​ນີ້​ເຮັດ​ໃຫ້​ເຈົ້າ​ມ່ວນ​ໃຈ​ບໍ່? ​ນາງ​ເວົ້າ​ວ່າ, ​ການ​ຊ່ວຍ​ເດັກ​ນ້ອຍ​ທີ່​ຂັງ​ໂຕ​ເອງ, ​ເຫັນ​ໃບ​ໜ້າ​ຂອງ​ພວກ​ເດັກ​ນ້ອຍ​ເຫຼົ່າ​ນີ້​ມີ​ຮອຍ​ຍິ້ມ​ຄືນ​ໃໝ່, ​ແລະ​ເຕີບ​ໃຫຍ່​ຢ່າງ​ສົມ​ບູນ​ແມ່ນ​ເລື່ອງ​ທີ່​ມ່ວນ​ໃຈ​ຫຼາຍ, ​ຮູ້​ສຶກ​ວ່າ, ​ຕົນ​ໄດ້​ຮັບ​ຜົນ​ງານ. ​ຂ້າ​ພະ​ເຈົ້າ​ເລີຍ​ເວົ້າ​ວ່າ, ​ຊັ້ນ​ໄປ​ເຮັດ​ທະ​ແມ. ​ນາງ​ເວົ້າ​ວ່າ, "​ຂ້ອຍ​ໄປ​ຫາ​ເງິນ​ກ່ອນ​ດີ​ບໍ່? ​ຖ້າ​ມີ​ເງິນ​ຫຼາຍ​ແລ້ວ​ຄ່ອຍ​ໄປ​ເຮັດ​ວຽກ​ນີ້​." ຂ້າ​ພະ​ເຈົ້າ​ເວົ້າ​ວ່າ, ​ກໍ​ໄດ້​, ​ແຕ່​ໃນ​​ໄລ​ຍະ​ເຈົ້າ​ຂຸ້ນ​ຫາ​ເງິນ​ນັ້ນ, ​ເຈົ້າ​ອາດ​ຈະ​ລືມ​ຄວາມ​ປະ​ສົງ​ຂອງ​ຕົນ​ໃຫ້​ຫົວ​ທີ, ​ຍ່າງ​ໄປ​ທາງ​​ເສັ້ນ​ອື່ນ​ຕ່າງ​ຫາກ, ​ຈະ​ຕ່າວ​ກັບ​ມາ​ຄືນ​ມາ​ຍາກ​ຫຼາຍ. ​ພາຍ​ຫຼັງ​ມາ,​ ນາງ​ໄດ້​ໄປ​​ເຮັດ​ວຽກ​ຢູ່​ສູນ​ຊ່ວຍ​ເຫຼືອ​ເດັກ​ນ້ອຍ, ​ຍ້ອນ​ຜົນ​ງານ​ອັນ​ດີ​ເດັ່ນ, ​ນາງ​ໄດ້​ຮັບ​ກຽດ​ຫຼວງ​ຫຼາຍ​ຈາກ​ສັງ​ຄົມ, ​ແລະ​ໄດ້​ດູດ​ດຶງ​ເອົາ​ຜູ່​ໃຈ​ບຸນ​ຍິ່ງ​ຫຼາຍ​ເຂົ້າ​ຮ່ວມ​ຖັນ​ແຖວ​ນີ້.

ພວກ​ເຮົາ​ຈົ່ງ​ຢ່າ​ປະ​ຕິ​ເສດ​ຄວາມ​ຮຽກ​ຮ້ອງ​ຈາກ​ຄວາມ​ເມດ​ຕາ​ຂອງ​ຕົນ. ​ມີ​ຄົນ​ມັກ​ເວົ້າ​ວ່າ, "​ເກີດ​ມາ​ຊາດ​ນີ້, ​ຕ້ອງ​ອົດ​ທຸກ​ທົນ​ຍາກ. ​ເວ​ລາ​ກໍ່​ບໍ່​ຫຼາຍ, ​ຄວນ​ຂ້ຽວ​ຫາ​ຄວາມ​ສຸກ​ໃຫ້​ຕົນ​." ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ​ນອກ​ຈາກ​ຂ້ຽວ​ຄວາມ​ສຸກ​ໃຫ້​ແກ່​ຕົນ​ແລ້ວ, ​ຍິ່ງ​ຕ້ອງ​ຂ້ຽວ​ເຮັດ​ບຸນ​ກຸ​ສົນ​ໃຫ້​ຫຼາຍ. ​ເພາະ​ວ່າ, ​ໃນ​ເວ​ລາ​ສ່ວນ​ຫຼາຍ, ​ການ​ເຮັດ​ບຸນ​ກຸ​ສົນ​ກັບ​ຄວາມ​ມ່ວນ​ໃຈ​ແມ່ນ​ເລື້ອງ​ດຽວ​ກັນ.

​ເອົາ​ລະ, ​ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ, ​ລາຍ​ການ​ຄາ​ລົມ​ຄົມ​ຄາຍ​ພາກ​ນີ້​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້, ​ຂອບ​ໃຈ​ທີ່​ທ່ານ​ຮັບ​ຟັງ, ​ພົບ​ກັນ​ໃໝ່​ໃນ​ວັນ​ອາ​ທິດ​ໜ້າ,​ ສະ​ບາຍ​ດີ!


1  2