|
![](/images/spacer.gif) |
(GMT+08:00)
2006-05-09 18:09:13
|
![](/images/shim.gif) |
ຈີນທຸ່ມເທກຳລັງເຂົ້າໃນການປົວແປງສະພາບແວດລ້ອມການທະນາຄານຊົນນະບົດໃຫ້ດີຂຶ້ນ(ສຽງ)
cri
![]( /mmsource/images/2004/04/21/laba.gif)
ຫຼາຍປີມານີ້,ລັດຖະບານຈີນໄດ້ເພີ່ມການເງິນຂອງຊົນນະບົດໃຫ້ຫຼາຍຂຶ້ນເປັນກ້າວໆ,ເຮັດໃຫ້ຊາວກະສິກອນມີລາຍຮັບເພີ່ມຂຶ້ນຢ່າງຫຼວງຫຼາຍ.ແຕ່ຢູ່ຫຼາຍບ່ອນ,ຊາວກະສິກອນຈີນທີ່ຄ່ອຍໆຮັ່ງມີຂຶ້ນນັ້ນພັດໄດ້ປະສົບບັນຫາຍາກອັນໃໝ່,ນັ້ນກໍຄືລະດົມທຶນຍາກ.ໃນເວລາພວກຊາວກະສິກອນຢາກເປີດກວ້າງ ການຜະລິດຜົນ,ຫຼືປະສົບໄພທຳມະຊາດ,ນອກຈາກໄດ້ຮັບ ງົບປະມານຂອງລັດແລະທຶນກູ້ໄພຈາກລັດຖະບານແລ້ວ,ພວກເຂົາເຈົ້າຍາກທີ່ຈະໄດ້ເງິນກູ້ຢືມຈາກທະນາຄານ.ເພື່ອແກ້ໄຂບັນຫາດັ່ງກ່າວ,ລັດຖະບານຈີນໄດ້ລົງມືປົວແປງສະພາບແວດລ້ອມການທະນາຄານຊົນນະບົດໃຫ້ດີຂຶ້ນ,ຊ່ອຍເຫຼືອຊາວກະສິກອນບຸກເບີກຊ່ອງທາງລະດົມທຶນໃຫ້ກວ້າງອອກ.
ແຂວງໄຫຫຼຳ ຕັ້ງຢູ່ສົ້ນໃຕ້ຈີນ,ປະຊາກອນຊົນນະບົດໄດ້ກວມຍອດຈຳນວນປະຊາກອນທົ່ວແຂວງ60%.ໃນຫຼາຍປີມານີ້,ຄຽງຄູ່ກັບການປະມົງຢູ່ທະເລໄກໄດ້ຂະຫຍາຍຕົວເປັນກ້າວໆ,ຊາວປະມົງແຂວງໄຫຫຼຳ ຫວັງຢາກເອົາເຮືອຫາປາທີ່ເຮັດດ້ວຍເຫຼັກກ້າທີ່ມີສັບພະຄຸນອັນດີເລີດມາປ່ຽນແທນເຮືອໄມ້ທີ່ຕ້ານລົມແລະຟອງນ້ຳບໍ່ຄັກປານໃດ,ແຕ່ວ່າ,ຄ່າສ້າງເຮືອຫາປາທີ່ເຮັດດ້ວຍເຫຼັກກ້າຂະໜາດ100ໂຕນ,ລຳໜຶ່ງຕ້ອງການເງິນສອງລ້ານຢວນ,ນີ້ເວົ້າສຳລັບຊາວປະມົງທຳມະດາແລ້ວເປັນຕົວເລກກ້ອນໃຫຍ່ພິລິກຢ່າງບໍ່ຕ້ອງສົງໃສ.ທ່ານລິນມິງຟາງ ຊາວປະມົງຂອງເມືອງຊານຢາແຂວງໄຫຫຼຳໄດ້ເລົ່າຄວາມວິຕົກກະວົນຂອງພວກຊາວປາມົງສູ່ຟັງວ່າ:"ໃຜໆກໍຢາກມີເຮືອໃຫຍ່,ແຕ່ເງິນເປັນບັນຫາ"
ຄວາມຫຍຸ້ງຍາກທີ່ທ່ານລິນມິງຟາງປະສົບພົບພໍ້ນັ້ນໄດ້ເຜີຍບາງບັນຫາທີ່ຄົງຄ້າງໃນລະບົບການທະນາຄານ ຊົນນະບົດຈີນໃນປັດຈຸບັນ.ທະນາຄານການຄ້າຂອງຈີນສ່ວນຫຼາຍບໍ່ຢາກປ່ອຍເງິນກູ້ໃຫ້ຊາວກະສິກອນແລະໂຄງການກະສິກຳ,ຊະນິດປະກັນໄພທີ່ບໍລິສັດປະກັນໄພສະໜອງໃຫ້ຊາວກະສິກອນນັ້ນກໍໜ້ອຍທີ່ສຸດ.ເມື່ອກ່າວເຖິງມູນເຫດ,ທ່ານຫານຈຸ້ນ ຫົວໜ້າພະແນກຄົ້ນຄວ້າເສດຖະກິດຊົນນະບົດສູນຄົ້ນຄວ້າການພັດທະນາຂອງຄະນະລັດຖະບານຈີນກ່າວວ່າ:
"ຊາວກະສິກອນແລະວິສາຫະກິດຂະໜາດນ້ອຍແລະກາງຂອງຊົນນະບົດກູ້ເງິນຍາກ,ມູນເຫດສຳຄັນທີ່ສຸດແມ່ນລົງທຶນຢູ່ໃນໂຄງການກະສິກຳໃຊ້ເວລານານຈິ່ງເກັບຄືນຕົ້ນທຶນໄດ້,ຜົນກຳໄລກໍຂ້ອນຂ້າງຕ່ຳ,ຄວາມສ່ຽງຂ້ອນຂ້າງຫຼາຍ,ຕົ້ນທຶນສູງ.ນອກນີ້,ການປະກັນໄພກະສິກຳຂອງຈີນເຄີຍໄດ້ພັດທະນາຂ້ອນຂ້າງໄວໃນຊົ່ວໄລຍະໜຶ່ງ,ແຕ່ພາຍລຸນມາຖືກກຳນົດເປັນການປະກັນໄພທີ່ມີລັກສະນະທຸລະກິດ,ທາງລັດພຽງແຕ່ໃຫ້ສິດພິເສດໃນດ້ານສ່ວຍສາອາກອນເທົ່ານັ້ນ,ນີ້ໄດ້ເຮັດໃຫ້ການປະກັນໄພກະສິກຳນັບມື້ນັບຊຸດໂຊມລົງ."
ກ່ຽວກັບລະບົບການທະນາຄານຊົນນະບົດຫຼ້າຫຼັງກວ່ານັ້ນ,ປັດຈຸບັນໄດ້ພາໃຫ້ລັດຖະບານຈີນເອົາໃຈໃສ່ໃນລະດັບສູງ,ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຈີນໃນປີນີ້,ທ່ານເວິນເຈຍປາວນາຍົກລັດຖະມົນຕີຈີນໄດ້ສະເໜີວ່າ,ຈະລົງເລິກປະຕິຮູບການທະນາຄານຊົນນະບົດຕື່ມອີກ,ບູລະນະລະບົບການທະນາຄານຊົນນະບົດໃຫ້ສົມບູນຂຶ້ນ.ນີ້ສະແດງໃຫ້ເຫັນວ່າ,ລັດຖະບານຈີນໄດ້ສຳນຶກຮູ້ວ່າ,ນອກຈາກສືບຕໍ່ເພີ່ມງົບປະມານເຂົ້າກະສິກຳແລ້ວ,ຍັງຕ້ອງເປີດກວ້າງຊ່ອງທາງລະດົມທຶນໃຫ້ຊາວກະສິກອນ,ຊ່ອຍພວກເຂົາເຈົ້າໝູນໃຊ້ພາຫະນະການທະນາຄານຫາກບໍ່ແມ່ນອາໄສແຕ່ທຶນຊ່ອຍເຫຼືອຂອງລັດມາເປີດກວ້າງການຜະລິດຜົນ,ຕ້ານໄພທຳມະຊາດແລະຍົກລະດັບຊີວິດການເປັນຢູ່ໃຫ້ສູງຂຶ້ນ. 1 2
|
|
|