|
![](/images/spacer.gif) |
(GMT+08:00)
2006-05-09 18:09:13
|
![](/images/shim.gif) |
ຈີນທຸ່ມເທກຳລັງເຂົ້າໃນການປົວແປງສະພາບແວດລ້ອມການທະນາຄານຊົນນະບົດໃຫ້ດີຂຶ້ນ(ສຽງ)
cri
ຜູ່ຊ່ຽວຊານທີ່ກ່ຽວຂ້ອງເຫັນວ່າ,ການສະໜອງເງິນກູ້ໃຫ້ຊາວກະສິກອນໂດຍຜ່ານຈາກທະນາຄານລັກສະນະນະໂຍບາຍນັ້ນແມ່ນມາດຕະການດີທີ່ສຸດລາຍໜຶ່ງຂອງການເປີດກວ້າງຊ່ອງທາງລະດົມທຶນຂອງຊາວກະສິກອນໃນປັດຈຸບັນ.ເພາະວ່າ,ທະນາຄານລັກສະນະນະໂຍບາຍແມ່ນລັດຖະບານເປັນຜູ່ສ້າງຕັ້ງຂຶ້ນ,ແຫຼ່ງທຶນຂອງທະນາຄານແມ່ນເງິນງົບປະມານຂອງລັດ,ການເຮັດທຸລະກິດບໍ່ຖືການຫາກຳໄລເປັນຈຸດປະສົງ,ສະນັ້ນ,ຈິ່ງຍິ່ງເໝາະຫາບແບກໜ້າທີ່ປົວແປງການບໍລິການດ້ານການທະນາຄານຊົນນະບົດໃຫ້ດີຂຶ້ນ.ປັດຈຸບັນທະນາຄານພັດທະນາແຫ່ງຊາດຈີນ ເຊິ່ງເປັນໜຶ່ງໃນສາມທະນາຄານນະໂຍບາຍຂອງຈີນພວມທົດລອງສະໜອງເງິນກູ້ໃຫ້ຊາວກະສິກອນ.ທ່ານເສິນຢວນ ຜູ່ອຳນວຍການທະນາຄານດັ່ງກ່າວເວົ້ານຳນັກຂ່າວວ່າ,ເພື່ອຫຼຸດຄວາມສ່ຽງແລະຕົ້ນທຶນການສຳຫຼວດກວດກາຂອງການກູ້ເງິນ,ທະນາຄານພັດທະນາແຫ່ງຊາດຈີນໄດ້ຮ່ວມກັບອົງການປົກຄອງທ້ອງຖິ່ນ,ສ້າງສະມາຄົມສິນເຊື່ອຫຼາຍແຫ່ງຢູ່ຊົນນະບົດ,ໃຫ້ສະມາຄົມເຫຼົ່ານີ້ປະເມີນຄວາມສັດທາແລະຄວາມສາມາດໃຊ້ແທນເງິນກູ້ຂອງຜູ່ກູ້ເງິນ,ເມື່ອທະນາຄານກວດກາແລ້ວຈິ່ງປ່ອຍເງິນກູ້ໃຫ້.ທ່ານເສິນຢວນກ່າວວ່າ:
"ຜ່ານຈາກການຮ່ວມມືກັບອົງການປົກຄອງທ້ອງຖິ່ນ,ພວກຂ້າພະເຈົ້າເສີມສ້າງສະມາຄົມສິນເຊື່ອ,ເຮັດໃຫ້ພື້ນຖານສິນເຊື່ອຂອງຊົນນະບົດມີຈຸດຄ້ຳພື້ນຖານຈຳນວນໜຶ່ງ,ເຮັດໃຫ້ຊາວກະສິກອນທີ່ກູ້ເງິນຈຳນວນໜຶ່ງໄດ້ເງິນກູ້ເສຍກ່ອນ,ເມື່ອໄດ້ເງິນກູ້ແລ້ວ,ໂຄງປະກອບລະດົມທຶນຈະບໍ່ແຕກຂາດ,ຕ່ອງໂສ້ທຶນກໍບໍ່ຂາດສາຍ,ເຮັດໃຫ້ມັນຊົງຕົວຕໍ່ໄປໄດ້."
ນອກຈາກໃຫ້ການສະໜັບສະໜູນເງິນກູ້ທີ່ມີລັກສະນະນະໂຍບາຍແລ້ວ,ລັດຖະບານຈີນພວມດັດສ້າງສະຫະກອນສິນເຊື່ອຊົນນະບົດເຊິ່ງເປັນສະຖາບັນຮ່ວມມືເກົ່າຢູ່ຊົນນະບົດ,ຕົກລົງຈະດັດສ້າງໃຫ້ເປັນທະນາຄານການຄ້າຊົນນະບົດເປັນກ້າວໆ,ນຳເຂົ້າລະບອບແລະທັດສະນະຄະຕິຄຸ້ມຄອງແບບໃໝ່,ຍົກປະສິດທິພາບທຸລະກິດໃຫ້ສູງຂຶ້ນ.ປັດຈຸບັນ,ຢູ່ຈີນໄດ້ສ້າງຕັ້ງທະນາຄານປະເພດນີ້72ແຫ່ງ,ນອກນີ້,ຍັງມີ9ແຫ່ງໄດ້ຮັບການອະນຸມັດເຮັດວຽກກະກຽມ.ໃນເວລາເອົາຂ່າວ,ນັກຂ່າວໄດ້ຊາບວ່າ,ທະນາຄານການຄ້າຊົນນະບົດທີ່ໄດ້ສຳເລັດການປະຕິຮູບໂຄງປະກອບແລ້ວນັ້ນພວມເສີມຂະຫຍາຍບົດບາດຊຸກຍູ້ການພັດທະນາຊົນນະບົດເປັນກ້າວໆ.ທ່ານຈິນເວີຍຫົງ ຜູ່ອຳນວຍການທະນາຄານການຄ້າຊົນນະບົດນະຄອນປັກກິ່ງກ່າວວ່າ:
"ປັດຈຸບັນ,ເງິນກູ້ກະສິກຳຂອງທະນາຄານພວກຂ້າພະເຈົ້າໄດ້ກວມ67%ຂອງຍອດມູນຄ່າເງິນກູ້,ຄວນເວົ້າວ່າ,ເງິນກູ້ສ່ວນຫຼາຍທີ່ສຸດແມ່ນໃຊ້ເຂົ້າການກໍ່ສ້າງຊົນນະບົດ."
ໃນຂະນະທີ່ແກ້ໄຂບັນຫາຊາວກະສິກອນກູ້ເງິນຍາກໃຫ້ຕົກເປັນກ້າວໆນັ້ນ,ການປະກັນໄພກະສິກຳຂອງຈີນກໍໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ.ເດືອນມັງກອນປີ2005,ແຂວງຢູ່ໄຮລົງຈ່ຽງ ພາກຕາເວັນອອກສຽງເໜືອຂອງຈີນໄດ້ສ້າງຕັ້ງບໍລິສັດປະກັນໄພກະສິກຳຢາງກວ່າງເຊິ່ງເປັນບໍລິສັດປະກັນໄພກະສິກຳລະບອບຮ່ວມມືແຫຼ່ງທຳອິດຂອງຈີນ. ຊາວກະສິກອນແຕ່ລະຫຼັງເຮືອນເສຍຄ່າປະກັນໄພພຽງແຕ່65%ກໍໄດ້ແລ້ວ.ປີ2005,ບໍລິສັດດັ່ງກ່າວໄດ້ປະກັນໄພໃຫ້ເຄື່ອງປູກຂອງຝັງລວມ1ລ້ານ5ແສນກວ່າເຮັກຕາ,ສ້າງລາຍຮັບຈາກຄ່າປະກັນໄພໄດ້ຫຼາຍກວ່າ200ລ້ານຢວນ.ທ່ານຊຸນເຈິ້ນຈຸ່ນຜູ່ອຳນວຍການໃຫຍ່ຂອງບໍລິສັດປະກັນໄພກະສິກຳຢາງກວາງບອກນັກຂ່າວວ່າ,ເດືອນມິຖຸນາປີ2005,ບາງທ້ອງຖິ່ນຂອງແຂວງໄຮລົງຈ່ຽງໄດ້ເກີດໄພອາກາດໜາວຈັດຢ່າງໜັກໜ່ວງ,ນາຫຼາຍໝື່ນເຮັກຕາໄດ້ປະສົບໄພ,ຍ້ອນວ່າທາງບໍລິສັດປະກັນໄພໃຊ້ແທນຢ່າງທັນການ,ການຜະລິດຜົນຂອງຊາວກະສິກອນຈິ່ງໄດ້ຮັບການຟື້ນຟູ.
ຜູ່ຊ່ຽວຊານເຫັນວ່າ,ຈີນຍັງຕ້ອງເຮັດວຽກຫຼວງຫຼາຍໃນດ້ານເສີມສ້າງລະບົບການທະນາຄານຊົນນະບົດ.ເມື່ອກ່າວເຖິງການທະນາຄານຊົນນະບົດທີ່ຂ້ອນຂ້າງຄົບຖ້ວນບໍລິບູນແມ່ນຄືແນວໃດນັ້ນ,ທ່ານຫານຈຸ້ນ ຫົວໜ້າພະແນກຄົ້ນຄວ້າເສດຖະກິດຊົນນະບົດຂອງສູນຄົ້ນຄວ້າການພັດທະນາຄະນະລັດຖະບານຈີນກ່າວວ່າ:
"ລະບົບການທະນາຄານຊົນນະບົດຄວນເຮັດໃຫ້ເງື່ອນໄຂກູ້ເງິນຂອງຊາວກະສິກອນຕ່ຳກວ່ານີ້ອີກ,ປ່ອຍເງິນກູ້ສິນເຊື່ອຫຼາຍກວ່າເກົ່າຢູ່ຊົນນະບົດ,ເງິນຝາກທະນາຄານຂອງຊາວກະສິກອນສ່ວນຫຼາຍຄວນໃຊ້ເປັນເງິນໃຫ້ຊາວກະສິກອນກູ້ຢືມ.ພ້ອມກັນນັ້ນການປະກັນໄພກະສິກຳທີ່ມີລັກສະນະນະໂຍບາຍຕ້ອງພັດທະນາໃຫ້ທວງທັນ.ເປັນແນວນີ້,ລະບົບການທະນາຄານຈິ່ງອ່າວຄົບຖ້ວນບໍລິບູນ." 1 2
|
|
|