|
![](/images/spacer.gif) |
(GMT+08:00)
2006-05-10 18:12:46
|
![](/images/shim.gif) |
ປະມວນເພງສະໄໝນິຍົມ(ສຽງ)
cri
![]( /mmsource/images/2004/04/21/laba.gif)
ໃນລາຍການມື້ນີ້, ກ່ອນອື່ນ, ເຊີນຟັງເພງWobuzuorenzaomeinv ຂ້ອຍບໍ່ຢາກເປັນ ນາງງາມທຽມ, ຊື່ງຂັບຮ້ອງໂດຍນາງວາງຢວນ. ນັກຮ້ອງສາວທີ່ນ້ອຍກວ່າໝູ່ຢູ່ຈີນ, ນາງວາງຢວນ ອາຍຸ 18 ປີໄດ້ອັດແຜ່ນCDສ່ວນຕົວແຜ່ນທຳອິດອອກຈຳໜ່າຍໃນ ເດືອນກໍລະກົດປີ 2004, CDແຜ່ນນີ້ໃຫ້ຊື່ວ່າ: ຂ້ອຍບໍ່ຢາກເປັນນາງງາມທຽມ, ໄດ້ ສະແດງໃຫ້ເຫັນຊີວິດການເປັນຢູ່ຂອງສາວນ້ອຍອາຍຸ 17 ປີຢ່າງແທ້ຈິງ. ແລະໄດ້ ສະແດງໃຫ້ເຫັນການເຕີບໃຫຍ່, ອາລົມຈິດແລະຄວາມຍຶດໝັ້ນອຸດົມຄະຕິຂອງເດັກ ຍິງອາຍຸ 17 ປີ.
![]( /mmsource/images/2005/04/22/wangyuan1.jpg)
ອັນໃດດີ? ອັນໃດຂີ້ຮ້າຍ? ອັນໃດແມ່ນຢາແກ້ສາລະພັດນຶກ? ສິ່ງທີ່ບໍ່ແມ່ນຂອງຕົນເອງ ຈະເອົາບໍ່? ຂ້ອຍບໍ່ຢາກເປັນນາງງາມທຽມ, ຂ້ອຍບໍ່ຜ່າຕັດໜ້າຕາຕົນເອງ, ບໍ່ຢາກເຫັນ ຮອຍຍີ້ມທີ່ບໍ່ແທ້ໃນກະຈົກ. ບໍ່ຢາກເປັນນາງງາມທຽມ, ບໍ່ຢາກຕັ້ງແກ້ງເອົາໃຈຜູ້ອື່ນ, ຂ້ອຍບໍ່ເອົາຜູ້ທີ່ຮັກແຕ່ຄວາມງາມຂອງຂ້ອຍ.
ທີ່ຟັງມານັ້ນແມ່ນເພງWobuzuorenzaomeinv ຂ້ອຍບໍ່ຢາກເປັນນາງ ງາມທຽມ.
![]( /mmsource/images/2005/04/22/liyongchang1.jpg) ທ່ານລີຢົງຊາງແມ່ນນັກດົນຕີທີ່ທັງຊ່າງແຕ່ງເນື້ອຮ້ອງ ທຳນອງເພງແລະຊ່າງຂັບຮ້ອງ, ກ່ອນກ້າວຂຶ້ນສູ່ເວທີເພງ, ທ່ານໄດ້ເປັນຜູ້ແຕ່ງບົດເລື່ອງແລະເສບດົນຕີຕະຫລອດມາ. ໃນຕົ້ນຊຸມປີ 90 ສະຕະວັດທີ່ແລ້ວ, ຈຶ່ງເລີ່ມແຕ່ງເພງແລະຂັບຮ້ອງເພງສະໄໝນິຍົມ. ມາຮອດປັດຈຸບັນ, ທ່ານໄດ້ແຕ່ງເພງຮ້ອຍກວ່າເພງທີ່ທັນສະໄໝແລະມີຈຸດພິເສດ ຫລາຍຢ່າງ. ຫວ່າງມໍ່ໆນີ້, ທ່ານໄດ້ອັດເພງSishuiliunian ການເວລາຜ່ານໄປເໝືອນ ກະແສນ້ຳໄຫຼ ເຊິ່ງແມ່ນທ່ານລີເຢ້ນິງເປັນຜູ້ແຕ່ງເນື້ອຮ້ອງ, ທ່ານເອງເປັນຜູ້ແຕ່ງທຳ ນອງແລະຂັບຮ້ອງ, ໄດ້ຮັບຜົນງານດີເດັ່ນໃນການລຽນລຳດັບເພງແຫ່ງຕ່າງໆຂອງ ຈີນ. ຕໍ່ໄປເຊີນຟັງເພງນີ້ນຳກັນ.
ເນື້ອເພງຮ້ອງວ່າ: ເຮືອນເກົ່າໆ, ແລະຮູບພາບເກົ່າໆ, ມັກເຮັດໃຫ້ຄົນຫວນຄຶດເລື່ອງໃນອະດີດ. ສິ່ງ ທີ່ຊື່ນຊົມແລະເລື່ອງທີ່ໝອງໃຈແມ່ນຄວາມງາມທີ່ຫຼ່າສີໃນອະດີດ. ພາບວິວທີ່ເຄີຍເຫັນ ເຄີຍຜ່ານແລະຄົນທີ່ເຄີຍຮັກຫຼືເຄີຍພາດຍັງງາມຫຼືໄພເລາະດັ່ງບົດເພງ, ພູຜາແມ່ນ້ຳຍັງງາມປານເພງ, ເລື່ອງທີ່ເກີດຂຶ້ນໃນມື້ວານ ມື້ນີ້ແລະມື້ອື່ນ, ພວກເຮົາຍັງມີຄວາມຝັນຢູ່ໃນໃຈຫຼືບໍ່?
ທີ່ຟັງມານັ້ນແມ່ນເພງSishuiliunian ການເວລາຜ່ານໄປເໝືອນກະແສນ້ຳໄຫຼ. ຂັບຮ້ອງໂດຍທ່ານລີຢົງຊາງ. 1 2 3
|
|
|