ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 16:08:23    
[ເຈົ້າຍິງ​ເວິນ​ເສິງ​ກັບ​ຊົ່ງ​ຈ້ານ​ກ່ານ​ປູ້ ລາ​ຊາ​ເຜົ່າ​ຕິ​ເບດ]

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ອາລະຍະ​ທຳ​ຈີນ. ນະ​ຄອນ​ລາຊາ ​​ເທດສະບານ​ເຂດ​ຕິ​ເບ​ດປົກຄອງ​ຕົນ​ເອງ​ຂອງຈີນ​ແມ່ນ​​ເມືອງພູ​ພຽງທີ່​ມີ​ເອ​ກະ​ລັກ​ພິ​ເສດ, ​ແລະ​ກໍ່​ແມ່ນ​ພຸດທະສາ​ຖານ​ທີ່​ສັກກາລະ​ບູຊາ​ທີ່​ສົມຊື່ທີ່ສຸດ. ​ໃນ​ເມືອງລາຊາ​, ບໍ່​ພຽງ​ແຕ່​ມີ​ວັງ​ປູ້​ຕາ​ລ່າ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ໃນ​ໂລກ​ທໍ່​ນັ້ນ, ຍັງ​ມີ​ບູຮານ​ນະ​ສະຖານ​ທີ່​ບັນທຶກ​ການ​ໄປ​ມາ​ຫາ​ສູ່​ກັນ​ລະຫວ່າງ​ເຂດ​ຕິ​ເບ​ດກັບ​ເຂດ​ໃນ​ຈີນ​ຫຼາຍ​ແຫ່ງ, ຕົວຢ່າງ​ຄື ສີ​ລາ​ຈາ​ລຶກ​ຜູກ​ສາຍ​ສຳ​ພັນ​ທະ​ມິດ​ລະຫວ່າງ​ລາຊະວົງ​ຖາງ​ກັບ​ເຂດ​ຕິ​ເບ​ດ​ແລະ​ສີ​ລາ​ຈາລຶກ​ກະ​ສັດ​ຄ່າງ​ຊີ່​ເປັນ​ຕົ້ນ. ​ໃນ​ນັ້ນ, ​ເລື່ອງ​ທີ່​​​ກະ​ຕຸ້ນ​ໃຈ​ຄົນທີ່​ສຸດ​ນັ້ນ​ແມ່ນ​ນິທານ​ກ່ຽວ​ກັບເຈົ້າ​ຍິງ​ເວິ​ນ​ເສິງ​ຂອງ​ລາ​ຊະ​ວົງ​ຖາງ​​ເຂົ້າຕິ​ເບ​ດ. ​ໃນ​ລາ​ຍການ​ອາລະຍະ​ທຳ​ຈີນພາກ​ນີ້, ຂ້າພະ​ເຈົ້າຈະ​ສະ​ເໜີ​ເລື່ອງ​ກ່ຽວ​ກັບ​ເຈົ້າ​ຍິງ​ເວິນ​ເສິງ​​ແຕ່ງດອງ​ກັບ​ຊົ່ງຈ້າ​ນກ່ານ​ປູ້ ລາຊາ​ເຜົ່າ​ຕິ​ເບດ​ສູ່​ທ່ານ​ຟັງ.


ຮູບສະຫຼັກເຈົ້າຍິງເວິນເສິງ

ລາຊະວົງ​ຖາງ​ທີ່​ປົກຄອງ​ຈີນ​​ແຕ່​ສະຕະວັດ​ທີ 7 ຮອດ​ສະຕະວັດ​ທີ 10 ນັ້ນ ​ແມ່ນ​ລາ​ຊະ​ວົງ​ໜຶ່ງທີ່​ມີ​ອິດ​ທິພົນ​ກວ່າ​ໝູ່​ໃນ​ປະ​ຫວັດ​ສາດ​ຈີນ, ລາຊະວົງ​ຖາງມີກຳ​ລັງ​​​​ແຫ່ງ​ຊາດ​ເຂັ້ມ​ແຂງ​ທີ່​ສຸດ​, ມີ​ອິດ​ທິພົນຫຼາຍສົມຄວນຢູ່​ທົ່ວ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ. ​ໃນ​ລາ​ຊະ​ວົງ​ຖາງ​ຕອນ​ຕົ້ນ, ຊົ່ງຈ້າ​ນກ່ານ​ປູ້ ຫົວໜ້າກົກ​ເຫຼົ່າ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໄດ້​ທ້ອນ​ໂຮມ​ພູ​ພຽງ​ຕິ​ເບ​ດ​ແລະ​ສ້າງ​ຕັ້ງ​ລາ​ຊະ​ວົງ​ຖູ​​ໂພ່​ຫຼື​ຕິ​ເບ​ດ. ​ໃນ​ໄລຍະຄອງອຳນາດ, ​ຊົ່ງຈ້ານ​ກ່ານ​ປູ້​​ໄດ້​ສ້າງ​ລະ​ບອບ​ຢ່າງ​ເປັນ​ລະບົບ, ພະຍາຍາມ​ພັດທະນາ​ເສດຖະກິດ, ຕັ້ງໜ້າ​ລິ​ເລີ່ມ​ສ້າງ​ພາ​ລະ​ກິດ​ວັດ​ທະ​ນະ​ທຳ. ນອກ​ນີ້, ຊົ່ງຈ້າ​ນກ່ານ​ປູ້​ຍັງ​ສະ​ແຫວ​ງຫາສ້າງ​ການ​ພົວ​ພັນ​ທີ່​ສະ​ໜິດ​ແໜ້ນ​ກັບ​ລາ​ຊະ​ວົງ​ຖາງ, ຕັ້ງ​ໜ້າ​ຖອດ​ຖອນ​ຮໍ່າຮຽນ​ເອົາ​ເຕັກນິກ​ການ​ຜະລິດ​​ແລະ​ວັດ​ທະ​ນະ​ທຳ​ການ​ເມືອງ​ອັນ​ກ້າວ​ໜ້າ​ຂອງ​ລາ​ຊະ​ວົງ​ຖາງ, ຊົ່ງຈ້າ​ນກ່ານ​ປູ້​ເຄີຍ​ແຕ່ງ​ທູດ​ໄປ​ຂໍ​ກ່ຽວ​ດອງ​ກັບ​ລາ​ຊະ​ວົງ​ຖາງ​ສອງ​ເທື່ອ.

ຄ.ສ. ປີ 640, ຫຼີຊື້​ໝິນ ກະສັດລາຊະວົງ​ຖາງ​ໄດ້​ຊົງ​ເຫັນ​ດີ​ຄຳຮ້ອງ​ຂໍ​ກ່ຽວດອງ​ຂອງ​ຊົ່ງ​ຈ້ານ​ກ່ານ​ປູ້, ​​​ເຫັນ​ດີໃຫ້​​ເຈົ້າ​ຍິງເວິນ​ເສິງ​ແຕ່ງດອງ​ກັບ​ຊົ່ງຈ້າ​ນກ່ານ​ປູ້. ບົນ​ເສັ້ນ​ທາງ​ເຈົ້າ​ຍິງ​ເວິນ​ເສິງ​ໄປ​ເຂດ​ຕິ​ເບ​ດ ​​ເຄີຍໄດ້​ສ້າງ​ນິທານ​ພື້ນ​ສືບ​ທີ່​ຈົບງາມ​ຢ່າງຫຼວງຫຼາຍ, ​ໃນ​ນັ້ນ​ນິ​ທານ​ມີ​ຊື່​ສຽງ​ກວ່າ​ໝູ່ແມ່ນ​ຄວາມ​ເປັນ​ມາ​ຂອງ​ໜອງ​ຊິ່ງໄຫ. ​ໃນ​ພື້ນສືບ​ຂອງເຜົ່າ​ຕິ​ເບ​ດ​, ​ເພື່ອ​ບໍ່​ໃຫ້​ເຈົ້າ​ຍິງ​ເວິນ​ເສິງ​​ຄິດ​ຮອດບ້ານ​ເກີດ​ເກີນ​ໄປ, ​ກະສັດ​ລາຊະວົງ​ຖາງ​ໄດ້​ພະ​ລາ​ຊະ​ທານ​ແວ່ນ​ວິ​ເສດ​ອັນ​ໜຶ່ງ​ໃຫ້​ເຈົ້າ​ຍິງ, ບໍ່​ວ່າ​ເຈົ້າ​ຍິງ​ໄປ​ຮອດ​ບ່ອນ​ໃດ, ​ໃນ​ແວ່ນ​ວິ​ເສດ​ນີ້​ກໍ່​ສາ​ມາດ​ສ່ອງ​ແສງ​​ໃຫ້​ເຫັນ​ພາບ​ເມືອງ​ສາງ​ອ່ານ ລາຊະທານີ​ຂອງລາຊະວົງ​ຖາງ. ​ເມື່ອ​ເຈົ້າ​ຍິງ​ເວິນ​ເສິງ​ໄປ​ຮອດ​ຊາຍ​ແດນ​ລະ​ຫວ່າງ​ລາຊະວົງ​ຖາງ​ກັບ​ເຂດ​ຕິ​ເບ​ດ, ​ເພື່ອ​ສາ​ມາດ​ຜ່ານ​ມື້​ຜ່ານ​ວັນ​ຢ່າງ​ໃຈ​ຈົດ​ໃຈ​ຈໍ່​ໃນ​ອະນາຄົດ, ​ເຈົ້າ​ຍິງ​​ເບິ່ງ​ພາບ​ບ້ານ​ເກີດ​ໃນ​ແວ່ນ​ວິ​ເສດ​ອີກ​ເທື່ອ​ໜຶ່ງ, ​ແລ້ວ​ກໍ​ໄດ້​ປະ​ແວ່ນ​ວິ​ເສດ​ຢູ່​ແຫ່ງ​ນັ້ນ, ພາຍຫຼັງມາ ​ແວ່ນ​ວິ​ເສດ​ໄດ້​ກາຍ​​ເປັນ​ໜອງ​ຊິ່ງ​ໄຫ​ທີ່​ສວຍ​ງາມ​ໃນ​ປັດ​ຈຸ​ບັນ.

​ເມື່ອ​ຊົ່ງຈ້າ​ນກ່ານ​ປູ້​ໄດ້​ຂ່າວ​ວ່າ​​ເຈົ້າ​ຍິງເວິນ​ເສິງ​ເຂົ້າເຂດ​ຕິ​ເບ​ດ​ແລ້ວກໍ່​ຊົງ​ປື້ມ​ພະ​ໄທ​ທີ່​ສຸດ, ​ແລະ​ນຳພາ​ກອງ​ທະຫານ​ໄປ​ຕ້ອນຮັບ​ເຈົ້າ​ຍິງ​ເວິນ​ເສິງ​ຢູ່​ຍອດແມ່​ນ້ຳ​ເຫຼືອງ​ເຊິ່ງ​ເປັນ​ຊາຍ​ແດນ​ລະຫວ່າງ​ລາຊະວົງ​ຖາງ​ກັບ​ຕິ​ເບ​ດ​ໂດຍ​ພະ​ອົງ​ເອງ. ​ເມື່ອ​ເຈົ້າ​ຍິງ​ເວິນ​ເສິງ​ໄປ​ຮອດ​ເມືອງ​ລາຊາ ​ໄດ້​ຮັບ​ການ​ຕ້ອນຮັບຢ່າງ​ຟົດຟື້ນຈາກ​ປະຊາຊົນ​​ເຂດຕິ​ເບດ.


ຮູບສະຫຼັກຊົ່ງຈ້ານກ່ານປູ້

​ເຈົ້າ​ຍິງ​ເວິນ​​ເສິງ​​ເຂົ້າເຂດ​ຕິ​ເບ​ດ, ​ໄດ້​ຊຸກ​ຍູ້​ໃຫ້​ເສດຖະກິດ​ທ້ອງ​ຖິ່ນ​ມີ​ການ​ພັດ​ທະ​ນາ, ​ໄດ້ສົ່ງ​ເສີມວັດທະນະທຳ​ສາສະໜາ​ພຸດ, ​ໄດ້​ຮັດ​ແໜ້ນ​ການ​ພົວ​ພັນ​ລະ​ຫວ່າງ​ລາ​ຊະ​ວົງ​ຖາງ​ກັບ​ເຂດ​ຕິ​ເບ​ດ. ​ເຈົ້າ​ຍິງ​ເວິນ​ເສິງ​​ໄດ້ນຳ​ເອົາ​ລົດ ມ້າ ລໍ​ແລະ​ອູດ​ເປັນ​ຕົ້ນ​ຂອງ​ລາ​ຊະ​ວົງ​ຖາງ​ໄປ​ເຂດ​ຕິ​ເບ​ດ, ​ໄດ້​ຊຸກ​ຍູ້​ໃຫ້​ສັງຄົມ​ທ້ອງ​ຖິ່ນມີ​ຄວາມ​ກ້າວ​ໜ້າ. ​ໃນ​ສະ​ໄໝ​ລາ​ຊະ​ວົງ​ຖາງ ຄົນ​ທັງ​ຫຼາຍ​ເຊື່ອ​ຖື​ສາສະໜາ​ພຸດ, ​ໃນ​ຖານະ​ເປັນ​ພຸດທະສາ​ສະ​ນິກ​ກະ​ຊົນ​ທີ່​ສັດ​ທາ, ​ເຈົ້າ​ຍິງ​ເວິນ​ເສິງ​ໄດ້​ນຳ​ເອົາ​ພະທາດ ທຳ​ມະ​ຄຳ​ພີ​ແລະພະພຸດທະ​ຮູບ​ໄປ​ເຂດ​ຕິ​ເບ​ດ. ຊົ່ງ​ຈ້ານ​ກ່ານ​ປູ້​ຊົງ​ຮັບ​ເຫັນ​ດີ​ນຳ​ຂໍ້​ສະ​ເໜີ​ຂອງ​ເຈົ້າຍິງ​​ເວິນ​ເສິງ​ກ່ຽວ​ກັບ​ການ​ສ້າງ​ວັດ​ວາ​ອາ​ຮາມ​ເພື່ອ​ເຜີຍ​ແຜ່​ສາ​ສະ​ໜາ​ພຸດ, ​ສັ່ງ​ໃຫ້​ສ້າງ​ວັດ​ຕ້າ​ຈ່າວ​ຢູ່​ເມືອງ​ລາ​ຊາ, ພະ​ພຸດ​ທະ​ຮູບ​ສາ​ກະ​ຍະ​ມູ​ນີ​ທີ່​ປະ​ດິດ​ສະ​ຖານ​ຢູ່​ໃນ​ວັດ​ຕ້າ​ຈ່າວ​ໃນ​ຊູ່​ມື້​ນີ້, ກໍ່​ແມ່ນ​ເຈົ້າ​ຍິງ​ເວິນ​ເສິງ​ນຳ​ເອົາ​ໄປ​ເຂດ​ຕິ​ເບດ​ຈາກ​​ເມືອງ​ສາງ​ອ່ານ​ໃນ​ຄາວ​ນັ້ນ.

1  2