ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-15 16:27:58    
ແມ່​ເອີຍ, ລູກ​ຮັກ​ແມ່!​(ສຽງ)

cri Author: huachunmei

ສະບາຍດີ, ​ທ່ານ​ຜູ່​ຟັງ​ທີ່​ເຄົາລົບ, ຊົມ​ເຊີຍ​ທ່ານ​ຮັບ​ຟັງ​ລາຍການ​ນັດ​ພົບ​ກັນ​ໃນ​ວັນ​ອາທິດ. ທ່ານ​ຜູ່ຟັງ, ທ່ານ​ຈື່​ບໍ່​ມື້​ນີ້​ແມ່ນ​ວັນ​ແມ່​, ຄື​ວັນ​ອາທິດ​ເທື່ອ​ທີ​ສອງ​ໃນ​ເດືອນ​ພຶດສະພາ,​ ເຖິງ​ວ່າ​ວັນ​ແມ່​ແມ່ນ​ວັນ​ບຸນ​ທີ່​ເຜີຍ​ແຜ່​ມາ​ຈາກ​ຝ່າຍ​ຕາ​ເວັນ​ຕົກ,​ແຕ່​ພັດ​ແມ່ນ​ມື້​ພິ​ເສດ​ສຳລັບ​ແມ່.ຂ້າພະ​ເຈົ້າຄຶດ​ວ່າ,ຄວາມ​ຮັກ​ຕໍ່​ແມ່ນັ້ນ​ແມ່ນ​ບໍ່​ມີ​ພົມ​ແດນ,ບໍ່​ຈຳ​ແນຳ​ພູມ​ພາກ.​ໃນ​ລາຍການ​ມື້​ນີ້,ກ່ອນ​ອື່ນ,ພວກ​ເຮົາ​ຂໍສົ່ງ​ພອນ​ອັນ​ປະ​ເສີດ​ໃຫ້​ແມ່​ທຸກໆ​ຄົນ​ໃນ​ໂລກ​ມາ​ຕາມ​ກະ​ແສ​ຄື່ນ​ວິທະຍຸ:ສະບາຍດີ​ວັນ​ແມ່.

ຄຳ​ວ່າ​ແມ່​ອາດ​ຈະ​ແມ່ນພະຍາງ​ທຳ​ອິດ​ທີ່​ແອນ້ອຍ​ເລີ່​ມຮຽນ​ເວົ້າ, ອາດ​ຈະ​ແມ່ນ​ສຽງ​ເອີ້ນ​ຢູ່​ໃນ​ໃຈ​ຂອງ​ລູກ​ຕະຫລອດ​ໄລຍະ​ທາງ​ແຫ່ງ​ຊີວິດ.​ແຕ່​ໃນ​ຂະ​ບວນການ​ເຕີບ​ໂຕ​ຂອງ​ພວກ​ເຣົານັ້ນ, ບໍ່​ຮູ້​ວ່າ​ຈັກ​ເທື່ອ​ແລ້ວ​ທີ່​ລູກ​ເຄີຍ​ຖຽງ​ແມ່​ຢ່າງ​ດື້ໆ,​ເຄີຍ​ບາດ​ໃຈ​ແມ່​ຢ່າງ​ບໍ່​ຮູ້ສຶກ​ຕົວ,ຄຶດ​ວ່າ​ທ່ານ​ກໍ່​ຄົງ​ຄື​ກັບ​ນາງ​ຈ່າງ​ຮານ​ຢຸນ ນັກ​ຮ້ອງ, ​ເມື່ອ​ກາລະ​ເວລາ​ຜ່ານ​ໄປ​ຈິ່ງ​ຮູ໊ວ່າ​ຕົນ​ເອງ​ຕິດ​ຫນີ້​ບຸນຄຸນ​ຂອງ​ແມ່,ບໍ່​ເຄີຍ​ເວົ້າຄຳ​ວ່າ, ລູກ​ຮັກ​ແມ່​ຈັກ​ເທື່ອ.

​ແມ່​ມັກ​ເວົ້າລູກ​ເລື້ອຍໆ​ວ່າ​ລູກ​ຍັງ​ບໍ່​ຮູ້​ຄວາມ,​ແມ່​ຮັກສາ​ລູກ​ຄື​ກັບ​ຮັກສາ​ເຈ້ຍ​ຂາວ​ໃບ​ຫນຶ່ງ,​ໃນ​ສາຍຕາ​ຂອງ​ແມ່,ລູກ​ແມ່ນ​ເດັກນ້ອຍ​ທີ່​ບໍ່​ເຕີບ​ໃຫຍ່​ນຳ​ເພິ່ນ​ຈັກ​ເທື່ອ.​ເຖິງ​ວ່າ​ລູກ​ມີ​ເລື່ອງ​ໃນ​ໃຈ​ຫລາຍ​ເລື່ອງ,​ແຕ່​ບໍ່​ຍອມ​ລົມ​ສູ່​ແມ່​ຟັງ.ລູກ​ເຄີຍ​ເອົາ​ແຕ່​ໃຈ​ຕົນ​ເອງ​,ບໍ່​ຮັບ​ເອົາ​ວິທີ​ຮັກ​ຂອງ​ແມ່,ຢາກ​ຫນີ​ໄປ​ບ່ອນ​ໄກໆ,​ເຮັດ​​ເລື່ອງ​ທີ່​ຕົນ​ເອງ​ຢາກ​ເຮັດ.​ໃນ​ເວລາ​ລູກ​ຕົກ​ຢູ່​ໃນ​ຫມູ່​ຄົນ,ຜູ່​ທີ່​ລູກຄິດ​ຮອດ​ຄິດ​ເຖິງ​ກວ່າ​ຫມູ່​ກໍ່​ແມ່ນ​ແມ່.​ເມື່ອ​ຈາກ​ແມ່ມາ​ແລ້ວ, ຈິ່ງ​ຢາກ​ບອກ​ແມ່​ວ່າ:​ແມ່​ເອີຍ,ລູກ​ຮັກ​ແມ່.​ໃນ​ວັນ​ເວລາ​ທີ່​ຜ່ານ​ໄປ,ລູກ​ບໍ່​ເຄິຍ​ເວົານຳ​ແມ່​ວ່າດລູກ​ຮັກ​ແມ່​ຈັກ​ເທື່ອ.ຖ້າ​ເວົ້າດຽວ​ນີ້​ຈະ​ຊ້າ​ບໍ່,​ແມ່​ຄື​ຊິ​ຫົວຂວັນ​ວ່າ​ລູກ​ຍັງ​ຄື​ເດັກນ້ອຍ​ຢູ່​ນໍ?ທ່ານ​ຜູ່​ຟັງ, ​ເຊື່ອ​ວ່າ,​ເພງ​ແມ່​ເອີຍ,ລູກ​ຮັກ​ແມ່​ທີ່​ຂັບ​ຮ້ອງ​ໂດຍ​ນາງ​ຈ່າງ​ຮານ​ຢຸນທີ່​ຟັງ​ມາ​ເມື້ອກີ້​ນີ້,ຄົງ​ຈະ​ເປັນ​ສຽງ​ໃນ​ໃຈ​ຂອງ​ຜູ່​ເປັນ​ລູກ​ທັງຫລາຍ​ນໍ.

ທ່ານ​ຜູ່​ຟັງ​ທີ່​ເຄົາລົບ, ຈີນ​ມີ​ຄຳ​ບູຮານ​ວ່າ:ລູກ​ອອກ​ເຮືອນ​ໄປ​ທາງ​ໄກ,​ແມ່​ເປັນ​ຫ່ວງ​ນຳ​ຕະຫລອດ​ທາງ.ທີ່​ຈິງ​ແລ້ວ,​ເມື່ອ​ລູກ​ໄກ​ຈາກ​ບ່ອນ​ຢູ່​ອັນ​ຮົ່ມ​ເຢັນ​ທີ່​ພໍ່​ແມ່​ສ້າງ​ໄວ້​ໃຫ້​ນັ້ນ,ກໍ່​ຄິດ​ຮອດ​ຄິດ​ເຖິງ​ແມ່​ທີ່​ຢູ່​ທາງ​ບ້ານ​ຄື​ກັນ.

1  2