ແມ່ເອີຍ, ລູກຮັກແມ່!(ສຽງ)
cri
Author: huachunmei
ທ່ານຜູ່ຟັງທີ່ເຄົາລົບ,ທີ່ຟັງມານັ້ນແມ່ນເພງແມ່ທີ່ແສນຮັກ ເຊິ່ງຂັບຮ້ອງໂດຍທ່ານລິວເຕີຮວາ.ເພງນີ້ມີເນື້ອຮ້ອງວ່າ:ແມ່ເອີຍ,ແມ່ທີ່ຮັກ,ແມ່ສະບາຍດີບໍ່,ຟັງຄວາມລູກແດ່,ອາຫານເຫລືອໃນຕູ້ເຢັນຫລາຍມື້ແລ້ວຢ່າກິນເດີ້,ຄ່ຳມາ,ຄັນອອກໄປນອກ,ໃຫ້ນຸ່ງເຄື່ອງຫລາຍແດ່,ຖ້າຄິດຮອດລູກ,ໃຫ້ແມ່ໂທລະສັບມາຫາລູກໂລດເດີ້.ແມ່ເອີຍ,ແມ່ຮູ້ບໍ່,ລູກຈາກບ້ານມາກໍ່ມີຈິດໃຈສັບສົນ,ເພື່ອຢາກໄດ້ດີໄດ້ເດັ່ນ,ລູກເຮັດວຽກຢ່າງຫ້າວຫັນ, ແຕ່ພໍເມື່ອຍແລ້ວ, ກໍ່ຢາກກັບໄປລີ້ຢູ່ເຮືອນ,ຈັ່ງແມ່ນບໍ່ຢາກໃຫຍ່ຈັກເທື່ອ,ຢາກກັບຄືນສູ່ຊວງເອິກຂອງແມ່ຄືເມື່ອກ່ອນ,ເປັນແອນ້ອຍຂອງແມ່ຄືນອີກ.
ເປັນແອນ້ອຍຢູ່ໃນອ້ອມກອດຂອງແມ່ບໍ່ໃຫຍ່ຈັກເທື່ອ,ອາດຈະແມ່ນຄວາມຝັນຂອງຫລາຍຄົນ,ແມ່ນແທ້,ເມື່ອປະສົບຟ້າຝົນລົມແດງໃນຊີວິດ, ພວກເຮົາກໍ່ຄິດຮອດຄິດເຖິງຊວງເອິກອັນອົບອຸ່ນຂອງແມ່,ແລະຄຶດຮອດເພງທີ່ແມ່ມັກຮ້ອງສູ່ຟັງ.
"ຍັງຈື່ໄດ້ວ່າໃນຍາມຍັງນ້ອຍ,ແມ່ໄດ້ສອນຂ້ອຍຮ້ອງເພງ,ແມ່ນເພງສັ້ນໆເພງຫນຶ່ງ.ບໍ່ແມ່ນເພງທີ່ມ່ວນພໍປານໃດ,ແຕ່ພັດເຕັມໄປດ້ວຍຄວາມຖະຫນຸຖະຫນອມແລະຄວາມເອົາໃຈໃສ່ຂອງແມ່.ຂ້ອຍເກັບຮັກສາເພງນີ້ໄດ້ໃນໃຈຈົນເທົ່າໃດໆ,ຈົນຮອດຂ້ອຍເຖົ້າ,ເຖິງວ່າບໍ່ມີນົດເພງອັນຄົບຖ້ວນ,ບໍ່ມີຄົນເສບສະຫລັບ,ແຕ່ພັດມີຄວາມອວຍພອນແລະຄວາມຫວັງຂອງແມ່."
ຕ້ອງມີມື້ຫນຶ່ງ,ນົກນ້ອຍຈະຕ້ອງບິນອອກຈາກຮັງ,ບິນຂຶ້ນສູ່ທ້ອງຟ້າ,ລູກກໍ່ຕ້ອງອອກຈາກອ້ອມກອດຂອງພໍ່ແມ່ໄປ,ສ້າງອະນາຄົດຂອງຕົນເອງ.ພວກເຂົາເຈົ້າຍ່ອມຈະປະສົບຄວາມຫຍຸ້ງຍາກແລະຍ່ອມຈະໄດ້ຮັບຜົນສຳເລັດ, ຍ່ອມຈະພົບກັບຄົນທີ່ຕົນຮັກ,ແຕ່ວ່າ,ໃນໃຈຂອງລູກ, ຍ່ອມຈະຄິດຮອດຄິດເຖິງແລະເປັນຫ່ວງເປັນໃຍນຳພໍ່ແມ່ຢູ່ຕະຫລອດ.ທີ່ທ່ານພວມຟັງຢູ່ນີ້ແມ່ນເພງພໍ່ເອີຍແມ່ເອີຍ ທີ່ຂັບຮ້ອງໂດຍນາງວາງຢົງ.ເພງນີ້ໄດ້ສະແດງເຖິງຄວາມຮູ້ສຶກຂອງນາງທີ່ຈະພ້ອມກັນກັບສາມີອຳລາຈາກພໍ່ແມ່ໄປດນາງທັງຝັກໃຝ່ອະນາຄົດທັງອາໄລອາວອນແລະຮູ້ບຸຄົນຂອງພໍ່ແມ່ດເພງນີ້ມີເນື້ອຮ້ອງວ່າ:ແມ່ເອີຍ,ລູກຈັ່ງແມ່ນມີຄວາມສຸກທີ່ໄດ້ເຕີບໃຫຍ່ຢູ່ນຳແມ່,ແຕ່ດຽວນີ້, ມີຄົນຜູ່ຫນຶ່ງກໍ່ດີຕໍ່ລູກຫລາຍ,ຈະດູແລລູກແທນພໍ່ແມ່.ລູກແມ່ນແອນ້ອຍຜູ່ຮູ້ຄວາມຂອງພໍ່ແມ່ຈົນເທົ່າໃດໆ.ພໍ່ແມ່ເອີຍ,ພໍ່ແມ່ໄດ້ຍິນແລ້ວບໍ່ດຢ່າເສຍໃຈເນີ,ຈັ່ງໃດລູກກໍ່ຕ້ອງເຕີບໃຫຍ່,ພໍ່ແມ່ໄດ້ສອນໃຫ້ລູກຕ້ອງເປັນຄົນຜູ່ເຂັ້ມແຂງ,ໃຫ້ລູກມີປີກ,ໃຫ້ລູກບິນໄດ້. ທ່ານຜູ່ຟັງທີ່ເຄົາລົບ, ມື້ນີ້ ທ່ານໄດ້ກຽມຂອງຂັວນຫຍັງແດ່ໃຫ້ແມ່?ຖ້າທ່ານບໍ່ໄດ້ກຽມ,ກໍ່ບໍ່ເປັນຫຍັງ, ໃຫ້ທ່ານເຊີນແມ່ພ້ອມກັບທຸກຄົນໃນຄອບຄົວຟ້ອນຕາມຈັງຫວະເພງຕໍ່ໄປ,ພ້ອມກັນສະຫລອງວັນແມ່ນຳກັນກໍ່ໄດ້.
ທ່ານຜູ່ຟັງທີ່ເຄົາລົບ, ລາຍການມື້ນີ້ກໍ່ຈະສ້ຽງສຸດລົງພຽງທໍ່ນີ້,ຂໍອວຍພອນອີກເທືອ່ຫນຶ່ງ, ຂໍໃຫ້ແມ່ຈົ່ງສຸກສຳລານໃນວັນບຸນ. ຂອບໃຈທ່ານທີ່ຮັບຟັງ, ພົບກັນໃຫມ່ໃນລາຍການຫນ້າ, ສະບາຍດີ. 1 2
|
|